ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຜູ້ນຳ ສຫລ ແລະ ອີຣ່ານ ຖົກຖຽງກັນ ກ່ຽວກັບ ການປະທ້ວງ ຢູ່ໃນອີຣ່ານ


ປະຊາຊົນ ເຂົ້າຮ່ວມການຊຸມນຸມປະທ້ວງ ທີ່ສະໜັບສະໜຸນ
ລັດຖະບານ, ອີຣ່ານ, 3 ມັງກອນ 2018.
ປະຊາຊົນ ເຂົ້າຮ່ວມການຊຸມນຸມປະທ້ວງ ທີ່ສະໜັບສະໜຸນ ລັດຖະບານ, ອີຣ່ານ, 3 ມັງກອນ 2018.

ໃນວັນພຸດວານນີ້ ຢູ່ໃນອີຣ່ານ ໄດ້ມີການໂຮມຊຸມນຸມ ທັງຕໍ່ຕ້ານ ແລະສະໜັບສະໜຸນລັດ ຖະບານ, ໃນຂະນະທີ່ສະຫະລັດ ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະໃຫ້ການສະໜັບສະໜຸນຄັ້ງ
ໃໝ່ຕໍ່ຊາວອີຣ່ານ ແລະຜູ້ຕາງໜ້າອີຣ່ານ ທີ່ອົງການສະຫະປະຊາຊາດໄດ້ກ່າວຫາສະຫະ
ລັດ ວ່າ “ທຳການແຊກແຊງຢ່າງເປີດແປນ.”

ຄວາມບໍ່ສະຫງົບໄດ້ເກີດຂຶ້ນມາໄດ້ນຶ່ງອາທິດແລ້ວ ໂດຍທີ່ພວກປະທ້ວງ ໄດ້ພາກັນໂຮມ
ຊຸມນຸມ ຕໍ່ຕ້ານບັນຫາທາງດ້ານເສດຖະກິດແລະຍັງຮຽກຮ້ອງໃຫ້ລັດຖະບານປະຕິຮູບ.
ມີຜູ້ຄົນຢ່າງນ້ອຍ 21 ຄົນ ໄດ້ເສຍຊີວິດ ແລະເຈົ້າໜ້າທີ່ໄດ້ຈັບກຸມ ຫຼາຍຮ້ອຍຄົນ.

ສື່ມວນຊົນຂອງທາງການອີຣ່ານ ໄດ້ອອກຂ່າວ ທີ່ເປັນວີດີໂອ ການໂຮມຊຸມນຸມສະໜັບ
ສະໜຸນລັດຖະບານ ໃນວັນພຸດວານນີ້, ໃນຂະນະທີ່ພາບວີດີໂອ ຂອງພວກປະທ້ວງໃນ ຫຼາຍໆເມືອງ ໄດ້ແຜ່ລາມອອກໄປ ທາງສື່ສັງຄົມ.

ຜູ້ທີ່ປະທ້ວງ ປະທານາທິບໍດີ ອີຣ່ານ ຮາຊານ ຣູຫານີ Hassan Rouhani ຮ້ອງໂຮຄຳຂັວນ ໃນການໂຮມຊຸມນຸມປະທ້ວງ ຂ້າງນອກ ສຳໜັກງານສະພາຄະນະກຳມະການຢູໂຣບ ທີ່ນະຄອນ ບຣັສໂຊລສ໌, ແບລຈຽມ (Brussels, Belgium), 3 ມັງກອນ 2018.
ຜູ້ທີ່ປະທ້ວງ ປະທານາທິບໍດີ ອີຣ່ານ ຮາຊານ ຣູຫານີ Hassan Rouhani ຮ້ອງໂຮຄຳຂັວນ ໃນການໂຮມຊຸມນຸມປະທ້ວງ ຂ້າງນອກ ສຳໜັກງານສະພາຄະນະກຳມະການຢູໂຣບ ທີ່ນະຄອນ ບຣັສໂຊລສ໌, ແບລຈຽມ (Brussels, Belgium), 3 ມັງກອນ 2018.

“ມື້ນີ້ ພວກເຮົາສາມາດປະກາດກ່ຽວກັບການຍຸຕິຂອງການຈະລາຈົນປີ 2018,” ນັ້ນຄືຄຳເວົ້າຂອງທ່ານໂມຮາມເມັດ ອາລີ ຈາຟາຣີ ຜູ້ບັນຊາການກຳລັງພິທັກປະຕິວັດ ໄດ້ກ່າວໃນແວັບໄຊຕ໌ ແລະທ່ານເວົ້າຕື່ມວ່າ ຈຳນວນຂອງພວກປະທ້ວງ “ບໍ່ມີກາຍ
15 ພັນ ຄົນ ໃນທົ່ວປະເທດ.”
ທ່ານໄດ້ກ່າວວ່າ ກຳລັງພິທັກປະຕິວັດ ໄດ້ສົ່ງທະຫານ
ອອກໄປປະຕິບັດໜ້າທີ່ໃນຈຳນວນຈຳກັດ ທີ່ເມືອງອິສຟາຮານ, ລາເຣສຕານ ແລະ
ຮາມາດານ.

ປະທານາທິບໍດີສະຫະລັດ ທ່ານດໍໂນລ໌ ທຣຳ ໄດ້ອອກມາຂຽນຂໍ້ຄວາມໃນທວິຕເຕີ ທີ່ລະບາຍອອກເຖິງຄວາມຄິດເຫັນ ສະໜັບສະໜຸນພວກທີ່ບໍ່ພໍໃຈ ກັບລັດຖະບານ
ອີຣ່ານ.

“ການໃຫ້ກຽດສຳລັບພວກປະຊາຊົນອີຣ່ານໃນຂະນະທີ່ພວກເຂົາເຈົ້າພະຍາຍາມ
ຍຶດຄືນລັດຖະບານທີ່ສໍ້ລາດບັງຫຼວງ,”
ນັ້ນຄືຄຳເວົ້າທ່ານທຣຳ ໄດ້ກ່າວໄວ້ ແລະທ່ານ
ໄດ້ກ່າວຕໍ່ອີກວ່າ “ພວກທ່ານຈະເຫັນພວກທີ່ສະໜັບສະໜຸນ ຈາກສະຫະລັດ ໃນເວ
ລາທີ່ເໝາະສົມ!”
ມັນຍັງບໍ່ທັນເປັນທີ່ຈະແຈ້ງໃນທັນທີເທື່ອວ່າ ທ່ານທຣຳ ມີແນວຄິດ
ຫຍັງແດ່ ໃນການຊ່ອຍຄັ້ງນີ້.

ເຊີນຊົມ: ທ່ານ ໄມຄ໌ ເພັນສ໌ ກ່າວວ່າ ຊາວອາເມຣິກັນ ຕ້ອງການທີ່ຈະໃຫ້ປະຊາຊົນ
ຊາວອີຣ່ານ ໄດ້ຮັບເສລິພາບປະຊາທິປະໄຕ ໃນອະນາຄົດ

ພວກຜູ້ນຳອີຣ່ານ ທີ່ຮວມທັງ ທ່ານ ອາຢາໂທລາ ອາລີ ຄາມີນີ ໄດ້ຕຳໜິຕິຕຽນ ລັດຖະ ບານຕ່າງປະເທດ ທີ່ພາໃຫ້ມີການປະທ້ວງນີ້.

ເອກອັກຄະລັດຖະທູດອີຣ່ານ ປະຈຳອົງການສະຫະປະຊາຊາດ ທ່ານໂຄລາມາລີ
ໂຄຈສຣູ (Gholamali Khoshroo) ໄດ້ສົ່ງຈົດໝາຍໄປຍັງເລຂາທິການໃຫຍ່
ຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ທ່ານ ແອນໂຕນິໂອ ກູແຕແຣຊ
(Antonio Guterres) ໂດຍກ່າວວ່າ “ການສົ່ງຂໍ້ຄວາມທີ່ໄຮ້ສາລະຈຳນວນນຶ່ງ
ທາງທຣິຕເຕີ” ທັງທ່ານທຣຳ ແລະຮອງປະທານາທິບໍດີສະຫະລັດ ທ່ານ ໄມຄ໌ ເພັນສ໌
ນັ້ນ ແມ່ນ “ທີ່ຍຸຍົງໃຫ້ຊາວອີຣ່ານກະ ທຳທີ່ເປັນການລົບກວນນີ້.”

“ລັດຖະບານສະຫະລັດ ຊຸດປັດຈຸບັນນີ້ ໄດ້ກ້າວກາຍຂີດຈຳກັດ, ກົດລະບຽບ"
ແລະຫຼັກການ ໃນທຸກໆເລື່ອງ ຂອງກົດໝາຍນາໆຊາດ ທີ່ຄຸ້ມຄອງການກະທຳ
ແບບສີວິໄລໃນສາຍພົວພັນ ນາໆຊາດ,”
ນັ້ນຄືຄຳເວົ້າຂອງໂຄຈສຣູ ທີ່ໄດ້ກ່າວໄວ້.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG