ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

​ບັນ​ຫາ​ນະ​ໂຍ​ບາຍສະ​ຫະ​ລັດ ກ່ຽວ​ກັບ​ອີ​ຣ່ານ ຍັງ​ຜົນ​ໃຫ້ ລັດ​ຖະ​ສະ​ພາ​ ແຕກ​​ແຍກ​ກັນ


Acting US Defense Secretary Faces Challenges Ahead of Confirmation
please wait

No media source currently available

0:00 0:02:21 0:00

​ທີ່​ປຶກ​ສາ​ດ້ານ​ຄວາມ​ປອດ​ໄພ​ແຫ່ງ​ຊາດ ຂອງ​ທ່ານປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ໄດ້​ບອກລັດ​ຖະ​ສະ​ພາ​ໃນ​ວັນ​ອັງ​ຄານ​ວານ​ນີ້ວ່າ ຄວາມ​ເຄັ່ງ​ຕຶງ​ທີ່​ເພີ້ມ​ທະ​ວີ​ຄູນ​ກັບ​ອີ​ຣ່ານ ແມ່ນ​ສ່ວນ​ນຶ່ງ​ຂອງ​ແບບ​ແຜນ ການ​ຮຸກ​ຮານ 40 ປີ​ ຈາກສາທາລະນະ​ອິ​ສ​ລາມ​ແຫ່ງ​ນີ້. ແຕ່​ວ່າ ພວກສະມາຊິກລັດ​ຖະ​ສະ​ພາ​ພັກ​ເດ​ໂມ​ແຄ​ຣັດ ຍັງ​ຢູ່​ໃນ​ທ່າລັງ​ເລ​ໃຈ ບໍ່​ເຊື່ອ​ໃນ​ຂໍ້​ໂຕ້​ແຍ້ງ​ຂອງ​ລັດ​ຖະ​ບານ​ຊຸດ​ນີ້ ຊຸກ​ຍູ້​ໃຫ້​ມີ​ຄວາມ​ລະ​ມັດ​ລະ​ວັງ ໃນ​ການ​ເອົາ​ບາດ​ກ້າວ​ຕໍ່​ພາກ​ຕາ​ເວັນ​ອອກ​ກາງ ນັກ​ຂ່າວ​ວີ​ໂອ​ເອ ປະ​ຈຳ​ລັດ​ຖະ​ສະ​ພາ Katherine Gypson ມີ​ລາຍ​ງານ​ຈາກ Capitol Hill ດັ່ງ​ວັນ​ນະ​ສອນ ຈະ​ນຳລາຍລະອຽດມາ​ສະ​ເໜີ​ທ່ານ​ ໃນ​ອັນ​ດັບ​ຕໍ່​ໄປ.

ກຳ​ລັງ​ມຸ່ງ​ໜ້າ​ໄປ​ຍັງ​ລັດ​ຖະ​ສະ​ພາ​ເພື່ອ​ໃຫ້​ການ…

ທ່ານ Patrick Shanahan ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດຮັກ​ສາ​ການ​ຊົ່ວ​ຄາວ ກ່າວ​ວ່າ “ພວກ​ເຮົາບໍ່​ຢາກໃຫ້​ສະ​ຖາ​ນະ​ການ​ເຄັ່ງ​ຕຶງ​ເພີ້ມ​ຂຶ້ນ. ນີ້​ແມ່ນ​ການ​ຫັນ​ເຫ​ທິດ​ທາງ ຫຼື ຢັບ​ຢັ້ງ, ບໍ່​ແມ່ນການ​ເຮັດ​ສົງ​ຄາມ. ບໍ່​ແມ່ນ​ພວກເຮົາຈະ​ໄປເຂົ້າສົງ​ຄາມ. ນີ້​ແມ່ນ​ການ​ສືບ​ຕໍ່​ປົກ​ປ້ອງ​ຜົນ​ປະໂ​ຫຍດ​ຂອງ​ພວກ​ເຮົາ​ໃນ​ພາກ​ຕາ​ເວັນ​ອອກ​ກາງ ແລະ​ປະ​ຕິ​ບັດ​ງານ​ຕາມ​ເປົ້າ​ໝາຍ​ທີ່​ວ່າ ພວກ​ເຮົາ​ຢູ່​ທີ່​ນັ້ນ​ເພື່ອ​ກະທຳສິ່ງດັ່ງກ່າວ.”

ການ​ໂຈມ​ຕີ​ຫວ່າງ​ມໍ່ໆ​ມາ​ນີ້ ໃນ​ເຂດ​ອ່າວ​ເປີ​ເຊຍ ຕໍ່​ກຳ​ປັ່ນ​ບັນ​ທຸກ​ນ້ຳ​ມັນ ແລະ​ທໍ່​ລຳ​ລຽງ​ນ້ຳ​ມັນ​ຂອງ​ຊາ​ອຸ​ດີ ອາດ​ເປັນ​ໄປ​ໄດ້​ວ່າ​ແມ່ນ​ຝີມື​ຂອງ​ອີ​ຣ່ານ, ລັດ​ຖະ​ມົນ​ຕີ​ກະ​ຊ​ວງ​ການ​ຕ່າງ​ປະ​ເທດ ທ່ານ​ໄມ​ຄ໌ ພອມ​ພຽວ​ໄດ້​ເວົ້າໄປ. ຖ້າ​ຫາກວ່າມັນ​ຍັງ​ສືບ​ຕໍ່​ໄປ​ຢູ່​, ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ແມ່ນ​ເປີດ​ປະ​ຕູກວ້າງໄວ້ ໃນ​ທຸກໆ​ການ​ເອົາ​ບາດ​ກ້າວ​ຕ່າງໆ.

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳເວົ້າວ່າ“ຂ້າ​ພະ​ເຈົ້າ​ຄິດ​ວ່າ ອີ​ຣ່ານ​ແມ່ນໄດ້ເຮັດ​ຄວາມ​ຜິດ​ຢ່າງ​ມະ​ຫັນ ຖ້າ​ຫາກວ່າ​ພວກ​ເຂົາ​ໄດ້ເຮັດ​ຫຍັງ​ລົງ​ໄປ, ມັນ​ຈະ​ເປັນການ​ປະ​ເຊີນ​ກັບ​ກອງ​ກຳ​ລັງ​ທີ່​ຍິ່ງ​ໃຫ​ຍ່, ແຕ່​ວ່າ ຍັງ​ບໍ່​ທັນ​ມີ​ອັນໃດ​ທີ່ສະແດງ​ວ່າ ພວກ​ເຂົາ​ຈະ​ເຮັດ.”

ແ​ຕ່​ວ່າ​ກອງ​ປະ​ຊຸມດັ່ງກ່າວ ບໍ່​ໄດ້​ຊັກ​ຈູງ​ໃຫ້​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ ບາງ​ພວກ​ເຊື່ອ​ຖືໄດ້.

ສະ​ມາ​ຊິກ​ສະ​ພາສູງ ທ່ານ Bernie Sanders ສັງ​ກັດ​ພັກ​ອິດສະລະ ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ເປັນ​ຫ່ວງ​ເປັນ​ໃຍ​ຫຼາຍ​ທີ່​ວ່າ ຈະ​ຕັ້ງ​ໃຈ ຫຼື​ບໍ່​ຕັ້ງ​ໃຈ ກໍ​ຕາມ, ພວກ​ເຮົາ​ສາ​ມາດ​ທີ່​ຈະ​ສ້າງ​ສະ​ຖາ​ນະ​ການ​ໃນ​ອັນ​ທີ່​ສົງ​ຄາມ​ອາດ​ຈະ​ເກີດ​ຂຶ້ນ​. ຂ້າ​ພະ​ເຈົ້າ​ຢາກ​ຈະ​ບອກ​ທ່ານ​ວ່າ ຕອນ​ທີ່​ທ່ານ​ກຳລັງຄິດຢູ່ ​ແມ່ນທ່ານ​ເວົ້າ​ເຖິງ​ການ​ເຮັດ​ສົງ​ຄາມ ຊຶ່ງ​ມັນ​ຈະ​ດຳ​ເນີນໄປ ສືບ​ຕໍ່ໄປ​ຊ້ຳ​ແລ້ວ
ຊ້ຳ​ອີກ.”

ສົງ​ຄາມວາຈາ ​ແມ່ນ​ພວມສືບ​ຕໍ່​ໄປໃນ​ທວິດ​ເຕີ - ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອີ​ຣ່ານ ບອກ​ທ່ານ​ທ​ຣຳ​ວ່າ “ລອງ​ພະ​ຍາ​ຍາມ​ເຄົາລົບນັບຖືກັນເບິ່ງ​. ມັນ​ໃຊ້​ໄດ້​ຜົນ​ໄດ໋.” ລັດ​ຖະ​ບານ​ຂອງ​ທ່ານ​ທ​ຣຳ ໄດ້ຖອນ​ຕົວ​ອອກ​ຈາກ​ຂໍ້​ຕົກ​ລົງ​ອາ​ວຸດ​ນິວ​ເຄ​ລຍ ກັບ​ອີ​ຣ່ານ ທີ່​ຍົກ​ເລີກຂໍ້ຫ້າມ​ຂອງ​ສະ​ຫະ​ລັດ ຕາມຄຳເວົ້າຂອງພວກ​ເດ​ໂມ​ແຄຣັດ.

ສະ​ມາ​ຊິກ​ສະ​ພາສູງ ທ່ານ Chris Murphy ສັງ​ກັດ​ພັກ​ເດ​ໂມ​ແຄຣັດ ກ່າວວ່າ “ຖ້າ​ຫາກວ່າ​ອີ​ຣ່ານ ບໍ່​ພ້ອມ​ທີ່​ຈະ​ເຈ​ລະ​ຈາ ແລະ​ພວກ​ເຂົາ​ເຈົ້າ​ກຳລັງຕຽມ​ການເພື່ອ​ເອົາ​ບາດ​ກ້າວ​ແບບ​ເກາະ​ຜິດ ຢູ່ໃນ​ຂົງ​ເຂດ ທີ່​ເບິ່ງ​ຄື​ວ່າ​ມັນ​ສຳ​ຄັນ ໃນ​ການ​ກ່າວ​ໂທດ​ສຳລັບ​ນະ​ໂຍ​ບານ​ການ​ຕ່າງ​ປະ​ເທດ​ໃນ​ປັດ​ຈຸ​ບັນ​ນີ້​ຂອງ​ພວກ​ເຮົາ.”

ແຕ່​ວ່າ ການ​ເອົາ​ບາດ​ກ້າວ​ຂອງ​ການ​ລົງ​ໂທດທີ່​ແຂງ​ຂັນ ​ຕໍ່​ໂຄງ​ການ​ອາ​ວຸດ​ນິວ​ເຄ​ລຍ​ຂອງ
​ອີຣ່ານ ເປັນການ​ຊ່ອຍ​ໄດ້ ຊຶ່ງ​ພັກ​ຣີ​ພັບ​ບ​ລີ​ກັນ ໄດ້​ກ່າວ​ໄປ…

ສະ​ມາ​ຊິກ​ສະ​ພາສູງ ທ່ານ Lindsey Graham ສັງ​ກັດພັກ​ຣີ​ພັບ​ບ​ລີ​ກັນກ່າວ​ວ່າ “ພວກ​ເຮົາ​ແມ່ນ​ຢູ່​ໃນ​ສະ​ຖາ​ນະ​ການ ບ່ອນ​ທີ່​ພວກ​ເຮົາ​ຊຸກ​ຍູ້​ຄືນ​ຕໍ່ລະບອບການ​ປົກ​ຄອງ​ນີ້ ແລະ​ພວກ​ເຮົາ​ແມ່ນ​ໄດ້​ຕັ້ງ​ກົດ​ລະ​ບຽບ​ຄືນ​ໃໝ່​ຂອງ​ຂໍ້​ຕົກ​ລົງດັ່ງກ່າວ. ສະ​ນັ້ນ​ພວກ​ເຮົາ​ຈຶ່ງບອກ​ໃຫ້​ພວກ​ເຂົາ​ເຈົ້າ​ຮູ້​ວ່າ ພວກ​ເຈົ້າ​ແມ່ນ​ໄດ້​ໂຈມ​ຕີ​ພວກ​ເຮົາ​ໃນ​ອະ​ດີດ, ພວກ​ເຈົ້າ​ໄດ້​ໃຊ້ IEDs ໃນ​ຊ່ວງ​ສົງ​ຄາມ​ອີ​ຣັກ ທີ່​ໄດ້​ສັງ​ຫານຊາວ​ອາ​ເມ​ຣິ​ກັນ ຢ່າງ​ນ້ອຍ 300 ຄົນ. ວັນ​ຄືນ​ແບບ​ນັ້ນ​ແມ່ນ​ຈົບ​ສິ້ນໄປ​ແລ້ວ.”

ແຕ່​ວ່າ ​ສະ​ຖາ​ນະ​ການດັ່ງ​ກ່າວ​ນີ້ ແມ່ນ​ພົວ​ພັນ​ກັບ​ການ​ເມືອງ ບໍ່​ແມ່ນ​ນະ​ໂຍ​ບາຍ, ຊຶ່ງພັກ​ເດ​ໂມ​ແຄ​ຣັດ ໄດ້​ກ່າວ​ໄວ້.

ທ່ານ Adam Smith ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສຳ​ພາ​ວຸດ​ຂອງ​ສະ​ພາ​ຕ່ຳ ກ່າວ​ວ່າ “ລັດ​ຖະ​ມົນ​ຕີ​ກະ​ຊ​ວງ​ການ​ຕ່າງ​ປະ​ເທດ ທ່ານ​ໄມ​ຄ໌ ພອມ​ພຽວ ໄດ້​ສະ​ເໜີ​ຂໍ້​ໂຕ້​ແຍ້ງ​ທາງ​ການ​ເມືອງ​ຢ່າງ​ຍືດ​ຍາວ ທີ່​ໄດ້​ໂຕ້​ແຍ້ງວ່າ ທ່ານ​ຊາບ​ເຖິງວ່າ ໃນ​ທີ່​ນີ້ ທີ່​ອີ​ຣ່ານ​ໄດ້​ກະ​ທຳ​ສິ່ງ​ຊົ່ວ​ຮ້າຍ ແລະ​ທ່ານ​ກໍ​ໄດ້​ໃຊ້​ເວ​ລາ​ປະ​ມານ 10 ນາ​ທີ, ຈົນ​ກວ່າ​ວ່າ ຂ້າ​ພະ​ເຈົ້າ​ຕັດ​ຄວາມ​ທ່ານ, ເຮັດ​ເບິ່ງ​ຄື​ວ່າ, ທຸກ​ໆ​ສະ​ມາ​ຊິກ​ທີ່​ໄດ້​ພາ​ກັນ​ລຸກ​ຢືນ​ນັ້ນ ໄດ້​ກ່າວ​ວ່າ ພວກ​ເຮົາ​ຊາບ​ດີ​ ວ່າ​ອີ​ຣ່ານ​ນັ້ນ​ບໍ່​ດີ. ໂອ​ເຄ ສະ​ນັ້ນມີ​ນະ​ໂຍ​ບາຍ​ອັນ​ໃດ​ແດ່ ທີ່​ຈະ​ເອົາ​ບາດ​ກ້າວ​ຕໍ່​ໄປ?”

ພັກ​ເດ​ໂມ​ແຄຣັດ ເປັນ​ຫ່ວງ​ເປັນ​ໃຍທາງ​ການ​ເມືອງ ສາ​ມາດ​ເຮັດ​ໃຫ້​ຍຸດ​ທະ​ສາດກ່ຽວ​ກັບ​ອີ​ຣ່ານ ແມ່ນ​ເປັນ​ການ​ຂາຍ​ອອກ​ຍາກ​ສຳ​ລັບ​ທ່ານ​ທ​ຣຳ ເຮັດ​ໃຫ້​ຄວາມ​ແຕກ​ແຍກ​ລະ​ຫວ່າງ​ສ​ອງ​ພັກ​ການ​ເມືອງ ກ່ຽວ​ກັບ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ມີ​ຂຶ້ນ ຍັງ​ຜົນ​ໃຫ້​ມີ​ສະ​ມາ​ຊິກພັກ​ເດ​ໂມ​ແຄຣັດ ເພີ້ມ​ຂຶ້ນ ຕໍ່​ການ​ຮຽກ​ຮ້ອງ​ໃຫ້​ມີ​ການ​ຟ້ອງຮ້​ອງຕໍ່ທ່ານ​ປະ​ທາ​ນາ​ທິ​ບໍ​ດີ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG