ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທໍານຽບຂາວ ​ປະ​ຕິ​ເສດ​ ລາຍ​ງານ​ ​ໜັງສືພິມ​ New York Times ​ກ່ຽວກັບອິຣ່ານ


ທໍານຽບຂາວ ທີ່ວໍຊິງຕັນ ດີຊີ
ທໍານຽບຂາວ ທີ່ວໍຊິງຕັນ ດີຊີ
ທໍານຽບຂາວ​ປະ​ຕິ​ເສດ​ຕໍ່ລາຍ​ງານ​ສະບັບ​ນຶ່ງ​ຂອງ​ໜັງສືພິມ​ New York Time ທີ່ເວົ້າ​ວ່າ ສະຫະລັດ​ແລະ​ອິຣ່ານ​ໄດ້​ຕົກລົງ​ເຈລະຈາ​ກັນ ​ແບບນຶ່ງ​ຕໍ່​ນຶ່ງ ​ເປັນ​ເທື່ອທໍາ​ອິດ ກ່ຽວ​ກັບ​ໂຄງການ​ນີວ​ເຄຼຍຂອງອິຣ່ານ.

​ໂຄສົກ​ທໍານຽບຂາວ ກ່າວ​ເມື່ອ​ຕອນ​ບ່າຍ​ວັນ​ເສົາ​ວານ​ນີ້​ວ່າ ສະຫະລັດ ຈະ​ສືບ​ຕໍ່​ປະຕິບັດ​ງານ​ຮ່ວມ​ກັນ​ ກັບ​ບັນດາ​ສະມາຊິກສະພາ​ຄວາມ​ໝັ້ນຄົງອົງ ການ​ສະຫະ​ປະຊາ​ຊາດແລະ​ເຢຍຣະມັນ ​ເພື່ອ​ຫາ​ທາງ​ແກ້​ໄຂ​ທາງ​ການ​ທູດ. ​ໂຄສົກ​ທໍານຽບຂາວ​ກ່າວ​ອີກ​ວ່າ ປະທານາທິບໍດີ​ໂອ​ບາ​ມາ ​ໄດ້​ສະ​ແດງ​ໃຫ້ ​ເຫັນຢ່າງ​ເປັນ​ທີ່​ແຈ້ງ​ຂາວ​ແລ້ວ​ວ່າ ທ່ານ​ຈະຕ້ອງ​ກະທໍາ​ທຸກຢ່າງ ​ເພື່ອ​ປ້ອງ​ກັນບໍ່​ໃຫ້​ອິຣ່ານມີ​ອາວຸດ​ນີວ​ເຄຼຍ​ໄດ້.

ໜັງສືພິມ ນີວຢ໊ອກທາຍ​ສ໌ ​ໄດ້​ອ້າງ​ຄຳ​ເວົ້າ​ເຈົ້າໜ້າ​ທີ່​ທີ່​ບໍ່​ອອກ​ຊື່ຂອງ​ລັດ ຖະບານ​ທ່ານໂອ​ບາ​ມາ​ ທີ່​ກ່າວວ່າ ສະຫະລັດ​ແລະ​ອິຣ່ານ ​ໄດ້​ທໍາການ​ແລກປ່ຽນການ​ເຈລະຈາ​ກັນ​ຢ່າງ​ລັບໆ​ທີ່​ຂຸ້ນຂ້ຽວ ມາເກືອບ​ວ່າຕະຫຼອດ​ເວລາ ນັບ​ຕັ້ງ​ແຕ່​ທ່ານ​ໂອ​ບາ​ມາ ​ເຂົ້າຮັບ​ຕຳ​ແໜ່​ງ​ເປັນ​ປະທານາທິບໍດີ ​ໃນ​ປີ 2009.

ບັນດາ​ເຈົ້າໜ້າ​ທີ່​ກ່າວ​ວ່າ ອິຣ່ານ ຢາກ​ລໍຖ້າ​ໄປ​ຈົນ​ກວ່າ​ການ​ເລືອກ​ຕັ້ງ​ປະ ທານາ​ທິບໍດີ​ສະຫະລັດ​ໃນ​ເດືອນ​ພະ​ຈິກຕໍ່ໜ້າ​ນີ້​ຜ່ານ​ພົ້ນ​ໄປ ​ເພື່ອ​ຢາກ​ຮູ້​ວ່າ ​ຕົນຈະ​ເຈລະຈາ​ກັບ​ໃຜ ​ເປັນ​ລັດຖະບານທ່ານ​ໂອ​ບາ​ມາສະ​ໄໝ​ທີ​ສອງຫຼືວ່າ ລັດຖະບານທ່ານມິດ ຣອມນີ ຈາກພັກຣີພັບ​ບລິ​ກັນ ຜູ້​ທີ່​ກ່າວ​ຫາ​ທ່ານໂອ​ບາ​ມາ​ວ່າ ອ່ອນ​ແອເກີນ​ໄ​ປ ​ໃນ​ເລື່ອງ​ອິຣ່ານນັ້ນ.

ໜັງສືພິມ New York Times ​ເວົ້າ​ວ່າ ບັນດາ​ເຈົ້າໜ້າ​ທີ່​ສະຫະລັດ ຢາກ​ວາງ​ຂໍ້​ຈໍາ​ກັດ​ການ​ເຈລະຈາ​ກ່ຽວ​ກັບໂຄງການ​ນີວ​ເຄຼຍຂອງ​ອິຣ່ານທໍ່ ນັ້ນ ​ແລະ​ຈະ​ບໍ່​ປ່ອຍ​ໃຫ້​ອິຣ່ານ​ນໍາ​ເອົາ​ການ​ເຈລະ​ຈາ​ກັນ​ດັ່ງກ່າວນີ້ ​ໄປ​ເຊື່ອມໂຍງ​ກັບ​ບັນຫາ​ອື່ນໆ ​ໂຮມ​ທັງ​ເລຶ່ອງຊີ​ເຣຍນັ້ນ​ນໍາ.
XS
SM
MD
LG