ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ສຫລ ສະເໜີ ຫຼັກຖານ ທີ່ປະຕິເສດບໍ່ໄດ້ວ່າ ອີຣ່ານຕິດອາວຸດ ຢ່າງຜິດກົດໝາຍ ໃຫ້ກະບົດ ເຢເມນ


ເອກອັກຄະລັດຖະທູດ ສະຫະລັດປະຈຳສະຫະປະຊາຊາດ ທ່ານນາງນິກກິ ເຮລີ ກ່າວຢູ່ຕໍ່ໜ້າ ຊິ້ນສ່ວນລູກສອນໄຟຂອງ ອີຣ່ານ.
ເອກອັກຄະລັດຖະທູດ ສະຫະລັດປະຈຳສະຫະປະຊາຊາດ ທ່ານນາງນິກກິ ເຮລີ ກ່າວຢູ່ຕໍ່ໜ້າ ຊິ້ນສ່ວນລູກສອນໄຟຂອງ ອີຣ່ານ.

ເຈົ້າ​ໜ້າ​ທີ່​ອາ​ວຸ​ໂ​ສສະຫະລັດ​ຄົນ​ນຶ່ງ ກ່າວ​ໃນ​ວັນ​ພະຫັດ​ວານ​ນີ້​ວ່າ ວໍ​ຊິງ​ຕັນ ​ມີຫຼັກຖານ
“ທີ່​ປະຕິ​ເສດບໍ່ໄດ້" ທີ່​ວ່າ ອີຣ່ານ​ໄດ້​ສະໜອງ​ອາວຸດ​ທີ່​ຜິດ​ກົດໝາຍ​ໃຫ້​ແກ່​ພວກ​ກະບົດ
ໃນ​ເຢ​ເມນ ອັນ​ເປັນ​ສ່ວນນຶ່ງຂອງ​ “ຮ່ອງ​ຮອຍ” ໃນການ​ປະພຶດ​ທີ່​ບໍ່​ດີ ​ຢູ່​ໃນ​ຂົງ​ເຂດ.

​ເອກ​ອັກຄະ​ລັດຖະທູດ​ສະຫະລັດ ປະຈຳ​ສະຫະ​ປະຊາ​ຊາດ ທ່ານ​ນາງ​ນິກກີ ​ເຮລີກ່າວ
ຢູ່​ກອງ​ປະຊຸມ​ນັກ​ຂ່າວ ​ທີ່​ຄ້າ​ຍທະຫານ​ໃນ​ນະຄອນຫລວງວໍຊິງຕັນວ່າ “ຢູ່​ໃນບ່ອນ​ເກັບ​
ເຄື່ອງນີ້ ມີ​ຫລັກ​ຖານ​ທີ່​ໜັກແໜ້ນ​ກ່ຽວກັບການແຜ່ຜາຍອາວຸດ​ທີ່ຜິດ​ກົດໝາຍ​ຂອງ​ອີຣ່ານ
ທີ່​ໄດ້​ເກັບ​ກໍ​າໂດຍ​ກົງ ມາ​ຈາກການ​ໂຈມ​ຕີ​ຕໍ່ພາຄີ ຂອງ​ພວກ​ເຮົາ​ຢູ່​ໃນ​ຂົງ​ເຂດ.”

ທ່ານ​ນາງ​ເຮ​ລີ ​ໄດ້​ກ່າວ​ຢູ່​ຕໍ່ໜ້າ​ບັນດາຊິ້ນ​ສ່ວນ​ໃຫຍ່ໆ ທີ່​ທ່ານ​ນາງ​ກ່າວ​ວ່າ ​ໄດ້ ມາ​ຈາກ
​ລູກ​ສອນ​ໄຟ ​ໄລຍະ​ໃກ້​ຫວ່າງ​ມໍ່ໆ​ມາ​ນີ້ ທີ່​ໄດ້​ຍິງ​ໂດຍ​ພວກກະບົດຮູຕີທີ່ ໜູນ​ຫລັງ​ໂດຍ
ອີຣ່ານ ​ຕັ້ງ​ຢູ່​ໃນ​ເຢ​ເມນ ຍິງ​ເຂົ້າ​ໃສ່ຊາ​ອຸ​ດີ ອາຣາ​ເບຍ ​ຖືກ​ສະ ໜາມ​ບິນ​ພົນລະ​ເຮືອນ.
ທ່ານ​ນາງ​ກ່າວ​ວ່າ ສະຫະລັດ​ຈະ​ເຊີນ​ສະມາຊິກລັດຖະ ສະພາແລະ​ບັນດາ​ສະມາຊິກ​
ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ມາກ​ວດກາ​ຊິ້ນ​ສ່ວນ​ເຫລົ່າ​ນີ້.

US: 'Undeniable' Evidence Iran Illegally Arming Yemen Rebels
please wait

No media source currently available

0:00 0:02:12 0:00

ທ່ານ​ນາງ​ເຮ​ລີ ກ່າວ​ວ່າ “ອາວຸດ​ທັງ​ໝົດ​ເຫລົ່າ​ນີ້​ ຮວມທັງ​ເຄື່ອງ​ອາ​ໄຫລ່​ຕ່າງໆ​ທີ່ເຮັດ​ຢູ່
​ໃນ​ອີຣ່ານ ຈຳນວນ​ນຶ່ງເປັນອຸດສາຫະກຳ​ປ້ອງ​ກັນ​ປະ​ເທດ​ຂອງ​ລັດຖະບານ​ອີຣ່ານ ທັງ
​ໝົດ​ພິສູດ​ວ່າ​ອີຣ່ານທ້າ​ທາຍຕໍ່​ປະຊາ​ຄົມ​ສາກົນ. ​ແລະ​ບໍ່​ພຽງ​ແຕ່​ເທື່ອ​ດຽວ. ຫລັກ​ຖານ
​ດັ່ງກ່າວ​ນີ້​ສະ​ແດງ​ໃຫ້​ເຫັນ​ການ​ປະພຶດ​ ໃນ​ອັນ​ທີ່​ອີຣ່ານ ຍຸຍົງໃຫ້ເກີດບັນຫາຂັດແຍ້ງ ​ແລະລັດທິຫົວຮຸນແຮງຈັດ ​ຊຶ່ງເປັນການລະເມີດໂດຍ​ກົງຕໍ່ມະ​ຕິຂອງ​ສະພາ​ຄວາມ
ໝັ້ນຄົງ​ສະຫະ​ປະຊາ​ຊາດ.”

ທ່ານ​ນາງ​ກ່າວ​ວ່າ ຊິ້ນ​ສ່ວນ​ລູກສອນ​ໄຟເຫຼົ່ານີ້​ໄດ້​ຢືມ​ມາ​ຈາກຊາ​ອຸ​ດີ ອາ​ຣາເບຍ ​ແລະ​|
ສະຫະລັດ​ອາຣັບ​ເອ​ເມີ​ເຣັສ.

ຊິ້ນສ່ວນເຮືອບິນ ທີບໍ່ມີຄົນຂັບ ຂອງອີຣ່ານ ທີ່ທຳນຽບຫ້າແຈ ນຳມາສະແດງຢູ່ຕໍ່ໜ້າ ເອກອັກຄະລັດຖະທູດ ສະຫະລັດ ປະຈຳສະຫະປະຊາຊາດ ທ່ານນາງນິກກີ ເຮລີ.
ຊິ້ນສ່ວນເຮືອບິນ ທີບໍ່ມີຄົນຂັບ ຂອງອີຣ່ານ ທີ່ທຳນຽບຫ້າແຈ ນຳມາສະແດງຢູ່ຕໍ່ໜ້າ ເອກອັກຄະລັດຖະທູດ ສະຫະລັດ ປະຈຳສະຫະປະຊາຊາດ ທ່ານນາງນິກກີ ເຮລີ.

ທັງ​ສອງ​ປະ​ເທດອາຣັບ ໃນເຂດ​ອ່າວ​ເປີເຊຍ ກຳລັງ​ນຳພາ​ແນວ​ໂຮມ​ທີ່​ໄດ້​ປະ ຕິບັດ​ງານ
​ການ​ໂຈມ​ຕີ​ທາງ​ອາກາດ​ ໃສ່​ພວກ​ກະບົດ​ຮູ​ຕີ​ໃນ​ເຢ​ເມນ ​ເກືອບ​ເປັນ​ເວລາ​ສີ່​ປີຫລັງ​ຈາກ
​ເຂົາ​ເຈົ້າ​ໄດ້​ຂັບໄລ່​ປະທານາທິບໍດີ​ທີ່​ຖືກຕ້ອງ​ຕາມ​ກົດໝາຍ​ຂອງ​ປະ​ເທດ. ​ແນວ​ໂຮມນີ້​
ຍັງ​ໄດ້​ປິດລ້ອມ​ທາງ​ອາກາດ​ແລະ​ທ່າ​ເຮືອ​ຕ່າງໆຂອງເຢເມນ ທີ່​ຂັດ​ຂວາ​ງການ​ນຳ​ສົ່ງ​
ການຊ່ວ​ຍເຫລືອ​ດ້ານ​ມະນຸດສະທຳ ​ໃຫ້ຫລາຍ​ລ້ານ​ຄົນ ​ທີ່ກຳລັງອຶດ​ຫີ​ວ ​ແລະ​ເຮັດ​ໃຫ້
​ປະ​ເທດດັ່ງກ່າວຕົກ​ຢູ່​ໃນ​ຄວາມສ່ຽງຕໍ່​ການ​ແຜ່​ຂະຫຍາຍຂອງໄພ​ອຶດ​ຢາກ.

ຊິ້ນສ່ວນລູກສອນໄຟ "ກ່ຽມ" ນຳສະເໜີໂດຍ ທຳນຽບຫ້າແຈ ສະແດງໃຫ້ເຫັນ ຢູ່ຕໍ່ໜ້າ ເອກອັກຄະລັດຖະທູດ ສະຫະລັດ ປະຈຳ ສະຫະປະຊາຊາດ ທ່ານນາງນິກກິ ເຮລີ.
ຊິ້ນສ່ວນລູກສອນໄຟ "ກ່ຽມ" ນຳສະເໜີໂດຍ ທຳນຽບຫ້າແຈ ສະແດງໃຫ້ເຫັນ ຢູ່ຕໍ່ໜ້າ ເອກອັກຄະລັດຖະທູດ ສະຫະລັດ ປະຈຳ ສະຫະປະຊາຊາດ ທ່ານນາງນິກກິ ເຮລີ.

ທ່ານ​ນາງ​ເຮ​ລີ ກ່າວ​ວ່າ “ຫລັກ​ຖານ​ປະຕິ​ເສ​ດບໍ່​ໄດ້. ພ້ອມ​ທັງ​ອາວຸດ “ທີ່​ເຮັດ​ຢູ່​ໃນ​ອີ
ຣ່ານ” ມີ​ປ້າຍ​ຕິດ​ຢູ່​ທົ່ວ​ໄປໝົດ.”

ທ່ານ​ນາງ​ເຮ​ລີ ຖືວ່າເປັນຄວາມ​ຜິດໃນ​ຂໍ້​ຕົກລົງ​ນິວເຄລຍປີ 2015 ​ໂດຍ​ຫົກ​ປະ​ເທດ​ມະ
ຫາ​ອຳນາດ​ ກັບ​ເຕຫະຣ່ານ ໂດຍກ່າວ​ວ່າ​ອີຣ່ານ​ໄດ້ “​ຊຸກ​ເຊື່ອ​ງຢູ່​ເບື້ອງ​ຫລັງ” ​ແລະ​ນັ້ນ
“​ແມ່ນ​ສິ່ງ​ທີ່​ເຂົາ​ເຈົ້າ​ເຮັດ ​ໃນ​ຂະ​ນະ​ທີ່​ພວກ​ເຮົາທັງ​ໝົດພາກັນ​ເບິ່ງ​ໄປ​ທາງ​ອື່ນ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG