ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ການໂອ້ລົມ ລະຫວ່າງ ສຫລ ກັບ ອີຣ່ານ ຈະແນໃສ່ ບັນຫາ ນິວເຄລຍ ແລະ ຄວາມເຄັ່ງຕຶງ ໃນຂົງເຂດ


ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry ແລະລັດຖະມົນຕີການຕ່າງປະເທດອີຣ່ານ ທ່ານ Mohammed Javad Zarif.
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry ແລະລັດຖະມົນຕີການຕ່າງປະເທດອີຣ່ານ ທ່ານ Mohammed Javad Zarif.

ການຊອກຫາຊ່ອງທາງເພື່ອຈັດຕັ້ງປະຕິບັດຂໍ້ຕົກລົງນິວເຄລຍ
ກັບອີຣ່ານແລະການຫາລືທີ່ອາດມີຂຶ້ນກ່ຽວກັບບັນຫາຂັດແຍ້ງ
ຢູ່ໃນຊີເຣຍ ຈະເປັນຫົວຂໍ້ສຳຄັນ ເວລາລັດຖະມົນຕີ ການຕ່າງ
ປະເທດສະຫະລັດ ທ່ານ John Kerry ແລະລັດຖະມົນຕີການ
ຕ່າງປະເທດອີຣ່ານທ່ານ Mohammed Javad Zarif ພົບປະ
ກັນໃນວັນເສົາມື້ນີ້ ທີ່ນະຄອນນິວຢອກ ບ່ອນທີ່ມະຫາອຳນາດ
ຂອງໂລກ ພວມເຕົ້າໂຮມກັນເພື່ອເຂົ້າຮ່ວມກອງປະຊຸມສະມັດ
ຊາໃຫຍ່ອົງການສະຫະປະຊາຊາດ.

ການເຈລະຈາກ່ຽວກັບຂໍ້ຕົກລົງນິວເຄລຍທີ່ຮູ້ກັນໃນນາມແຜນ
ການປະຕິບັດງານຮ່ວມໃນຂອບເຂດທີ່ກວ້າງຂວາງຈະມີຂຶ້ນພາຍໃນເວລາບໍ່ຮອດນຶ່ງເດືອນ
ກ່ອນວັນທີ 18 ຕຸລາ ທີ່ຮູ້ກັນໃນຖານະ “ມື້ຮັບເອົາ”.

ລັດຖະມົນຕີຊ່ອຍວ່າການ ກະຊວງການຕ່າງປະເທດສະຫະລັດ ທີ່ຮັບຜິດຊອບກ່ຽວກັບກິດ
ຈະການດ້ານການເມືອງ Wendy Sherman ກ່າວວ່າ ນີ້ແມ່ນເວລາ ທີ່ຂໍ້ຕົກລົງ ກາຍເປັນ ຄວາມຈິງ.

ທ່ານນາງໃຫ້ຄວາມເຫັນດັ່ງກ່າວ ຕໍ່ພວກນັກຂ່າວໃນວັນສຸກວານນີ້ ຂະນະທີ່ທ່ານນາງມ້ວນ ທ້າຍໜ້າທີ່ການງານຂອງທ່ານນາງທີ່ກະຊວງຕ່າງປະເທດສະຫະລັດ.

ວັນຮັບເອົາຫລື Adoption Day ແມ່ນຂີດໝາຍໃນການເລີ້ມປະຕິບັດ ຕາມຂໍ້ກຳນົດຕ່າງໆ
ຂອງແຜນການປະຕິບັດງານຮ່ວມໃນຂອບເຂດທີ່ກວ້າງຂວາງ ຂອງອີຣ່ານ.

ອີຣ່ານ ຈະຕ້ອງຫລຸດປະລິມານການເກັບສະສົມທາດຢູເຣນຽມຂອງຕົນ ຍົກຍ້າຍເຄື່ອງກັ່ນ ຫຼາຍພັນໜ່ວຍ ແລະທຳການຫັນປ່ຽນຢູ່ຕາມສະຖານທີ່ນິວເຄລຍແຫ່ງຕ່າງໆເພື່ອໃຫ້ສອດ ຄ່ອງກັບຂໍ້ຕົກລົງ.

ເມື່ືອອີຣ່ານເອົາບາດກ້າວເຫລົ່ານີ້ ແລະການປະຕິບັດ ໄດ້ຮັບການກວດພິສູດໂດຍອົງການ ພະລັງງານປະລະມານູສາກົນ ທັງສອງຝ່າຍ ຈຶ່ງຈະເລີ້ມການຈັດຕັ້ງປະຕິບັດ.ວັນດັ່ງກ່າວນີ້ ຈະເປັນວັນທີ່ການລົງໂທດຕໍ່ອີຣ່ານໄດ້ຮັບການຜ່ອນຜັນ.

ທ່ານນາງ Sherman ກ່າວວ່າ “ຂ້າພະເຈົ້າຍັງບໍ່ຮູ້ຈັກ ຢ່າງຄັກແນ່ເທື່ອວ່າ ມັນຈະດຳເນີນ
ໄປແບບໃດແທ້.” ທ່ານນາງທຳນາຍວ່າ ມັນອາດຈະມີບັນຫາກະທົບ ເລັກໆນ້ອຍໆຢູ່ຕາມ ເສັ້ນທາງ.

US Iran Syria
please wait
Embed

No media source currently available

0:00 0:00:39 0:00

XS
SM
MD
LG