ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ຈະລົງໂທດ ຢ່າງໜັກ ຕໍ່ອີຣ່ານ (ເບິ່ງວີດີໂອ)


ປະທານາທິບໍດີສະຫະລັດ ທ່ານບາຣັກໂອບາມາ (13 ຕຸລາ 2011)
ປະທານາທິບໍດີສະຫະລັດ ທ່ານບາຣັກໂອບາມາ (13 ຕຸລາ 2011)

ປະທານາທິບໍດີບາຣັກໂອບາມາ ໄດ້ເຕືອນເຈົ້າໜ້າທີ່ອີຣ່ານວ່າ ພວກເຂົາເຈົ້າຈະປະເຊີນກັບ
ການລົງໂທດຢ່າງໜັກທີ່ສຸດເທົ່າທີ່ເປັນໄປໄດ້ ໃນການສົມຮູ້ຮ່ວມຄິດວາງແຜນລອບສັງຫານ
ເອກອັກຄະລັດຖະທູດ Saudi Arabia ຕາມທີ່ມີການສົງໄສກັນນັ້ນ.

ທ່ານໂອບາມາໄດ້ກ່າວທີ່ກຸງວໍຊິງຕັນໃນວັນພະຫັດວານນີ້ວ່າ ພວກເຈົ້າໜ້າທີ່ໃນລະດັບສູງ
ສຸດຂອງລັດຖະບານອີຣ່ານ ຈະຕ້ອງເປັນຜູ້ຮັບຜິດຊອບ ໃນການວາງແຜນທີ່ແປກປະຫຼາດ ຊຶ່ງທ່ານເອີ້ນວ່າເປັນພາກສ່ວນນຶ່ງຂອງແບບຢ່າງໃນການປະພຶດທີ່ເປັນໄພອັນຕະລາຍແລະ
ບໍ່ມີການໄຕ່ຕອງ. ປະທານາທິບໍດີໂອບາມາເວົ້າວ່າສະຫະລັດຈະບໍ່ຍົກເວັ້ນທາງເລືອກໃດໆ
ທີ່ຕົນມີຢູ່ໃນການຮັບມືກັບອີຣ່ານນັ້ນ.

ຂະນະດຽວກັນກະຊວງການຕ່າງປະເທດສະຫະລັດໃຫ້ການຢືນຢັນວ່າ ເຈົ້າໜ້າທີ່ອະເມຣິ
ກັນໄດ້ຕິດຕໍ່ໂດຍກົງ ກັບລັດຖະບານອີຣ່ານ ກ່ຽວກັບການກ່າວຫາທີ່ວ່ານີ້. ສະຫະລັດບໍ່ມີ ຄວາມສຳພັນທາງດ້ານການທູດກັບອີຣ່ານນັບແຕ່ປີ 1980 ເປັນຕົ້ນມາ.

ອີຣ່ານໄດ້ປະຕິເສດຕໍ່ຂໍ້ກ່າວຫາເຫຼົ່ານີ້ ໂດຍທີ່ເຈົ້າໜ້າທີ່ຄົນນຶ່ງຂອງອີຣ່ານເອີ້ນເຫດການນີ້
ວ່າເປັນເລື່ອງໄຮ້ສາລະ.

ກ່ອນໜ້ານັ້ນ Saudi Arabia ໄດ້ກ່າວຫາອີຣ່ານວ່າ ຊອກສະແຫວງຫາ ອິດທິພົນນາໆ
ຊາດດ້ວຍການຄາດຕະກຳ ແລະຄວາມໂກລາຫົນວຸ້ນວາຍ. ລັດຖະມົນຕີການຕ່າງປະເທດ
Saudi Arabia ເຈົ້າຊາຍ Saud al-Faisal ກ່າວວ່າຣິຢາດພວມດຳເນີນງານເພື່ອເອົາ
ມາດຕະການຕອບໂຕ້. ທ່ານເວົ້າວ່າ ປະເທດຂອງທ່ານ ຈະບໍ່ຍອມກົ້ມຫົວຮັບເອົາການກົດ
ດັນຂອງອີຣ່ານແລະຈະຖືວ່າເຕຫະຣ່ານເປັນຜູ້ຮັບຜິດຊອບໃນການດຳເນີນການໃດໆກໍຕາມ
ຕໍ່ຜົນປະໂຫຍດຂອງ Saudi Arabia.

XS
SM
MD
LG