ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສະຫະລັດ ແລະ Saudi Arabia ຕົກລົງຕອບໂຕ້ ຕໍ່ແຜນການ ຂອງອີຣ່ານ (ເບິ່ງວີດີໂອ)


ລັດຖະມົນຕີກະຊວງຍຸຕິທຳຂອງສະຫະລັດທ່ານ Eric Holder (ຊ້າຍ) ແລະຫົວໜ້າສັນຕິບານກາງ FBI ທ່ານ Robert Mueller ໄດ້ປະກາດກ່ຽວກັບການຟ້ອງຜູ້ຊາຍ 2 ຄົນ ທີ່ພົວພັນໃນການວາງແຜນສັງຫານເອກອັກຄະ ລັດຖະທູດ Saudi Arbabia ປະຈຳສະຫະລັດ (11 ຕຸລາ 2011)
ລັດຖະມົນຕີກະຊວງຍຸຕິທຳຂອງສະຫະລັດທ່ານ Eric Holder (ຊ້າຍ) ແລະຫົວໜ້າສັນຕິບານກາງ FBI ທ່ານ Robert Mueller ໄດ້ປະກາດກ່ຽວກັບການຟ້ອງຜູ້ຊາຍ 2 ຄົນ ທີ່ພົວພັນໃນການວາງແຜນສັງຫານເອກອັກຄະ ລັດຖະທູດ Saudi Arbabia ປະຈຳສະຫະລັດ (11 ຕຸລາ 2011)

ປະທານາທິບໍດີສະຫະລັດທ່ານບາຣັກໂອບາມາແລະກະສັດ Abdullah ແຫ່ງ Saudi Ara-
bia ໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່ດຳເນີນການຕອບໂຕ້ລະຫວ່າງປະເທດຢ່າງເຂັ້ມແຂງແລະ
ເປັນເອກກະພາບກັນ ຕໍ່​ແຜນການລອບສັງຫານເອກອັກຄະລັດຖະທູດ Saudi Arabia ປະ
ຈຳກຸງວໍຊິງຕັນ ໂດຍບາງກຸ່ມໃນລັດຖະບານອີຣ່ານ ຕາມ​ທີ່​ມີ​ການກ່າວ​ຫານັ້ນ.

ທຳນຽບຂາວກ່າວໃນມື້ວັນພຸດວານນີ້ວ່າ ທ່ານໂອບາມາແລະກະສັດ Abdullah ໄດ້ຕົກລົງ ກັນໃນລະຫວ່າງການໂອ້ລົມທາງໂທລະສັບວ່າ ການວາງແຜນລອບສັງຫານທີ່ວ່ານີ້ເປັນການ
ລະເມີດຢ່າງເປີດແປນຕໍ່ກົດໝາຍຂອງນາໆຊາດແລະປະກາດວ່າຈະນຳເອົາໂຕພວກທີ່ຮັບຜິດ
ຊອບມາລົງໂທດຍ້ອນການກະທຳຂອງພວກເຂົາ.

ກ່ອນໜ້ານັ້ນລັດຖະມົນຕີການຕ່າງປະເທດສະຫະລັດທ່ານນາງ Hillary Clinton ເອີ້ນແຜນ ການທີ່ຖືກທັບມ້າງນັ້ນວ່າ ແມ່ນການເພີ່ມທະວີຂຶ້ນ​ຢ່າງເປັນອັນຕະລາຍໃນການໃຊ້ຄວາມຮຸນ
ແຮງທາງການເມືອງແລະການສະໜັບສະໜຸນຜູ້ກໍ່ການຮ້າຍ ທີ່ມີມາເປັນເວລາດົນນານຂອງອີ
|ຣ່ານ.

ທ່ານນາງ Cllinton ກ່າວໃນມື້ວັນພຸດວານນີ້ວ່າສະຫະລັດຈະດຳເນີນງານຢ່າງໃກ້ຊິດກັບພາ
ຄີນາໆຊາດເພື່ອເພີ່ມການໂດດດ່ຽວຕໍ່ອີຣ່ານແລະກົດດັນຕໍ່ລັດຖະບານຂອງປະເທດດັ່ງກ່າວ.

ການຕອບໂຕ້ຢ່າງແຂງຂັນມີຂຶ້ນນຶ່ງມື້ຫຼັງຈາກກະຊວງຍຸຕິທຳຂອງສະຫະລັດປະ ກາດວ່າ ຕົນ
ໄດ້ຟ້ອງນາຍ Manssor Arbabsiar ທີ່ໄດ້ຕັດສັນຊາດເປັນອະເມຣິກັນແລະນາຍGholam
Shakuri ສະມາຊິກຂອງກຳລັງທະຫານໜ່ວຍພິທັກປະຕິວັດຂອງອີຣ່ານ ທີ່ໄດ້ສົມຮູ້ຮ່ວມຄິດ ເພື່ອທຳການໂຈມຕີດ້ວຍລະເບີດຕໍ່ເອກອັກຄະລັດຖະທູດ Saudi Arabia ທ່ານ Adel al-
Jubeir.

ລັດຖະມົນຕີກະຊວງຍຸຕິທຳສະຫະລັດ ທ່ານ Eric Holder ກ່າວວ່າ ການວາງແຜນທີ່ວ່ານີ້
ແມ່ນໄດ້ຄິດຄົ້ນ ໃຫ້ການສະໜັບສະໜຸນ ແລະຊີ້​ນໍາຈາກອີຣ່ານຊຶ່ງເປັນການກ່າວຫາທີ່ລັດຖະ
ບານອີຣ່ານໄດ້ປະຕິເສດໄປແລ້ວນັ້ນ.

XS
SM
MD
LG