ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໗ ມີນາ ໒໐໒໓

ຈີນຊຸກຍູ້ໃຫ້ ສຫລ ຍົກເລີກ ການລົງໂທດ ທະນາຄານຈີນ ທີ່ເຮັດທຸລະກິດກັບອີຣ່ານ


ພະນັກງານ ນັບເງິນໂດລາ ຢູ່ໃນຫ້ອງການແລກປ່ຽນເງິນແຫ່ງນຶ່ງ ໃນນະຄອນເຕເຮ່ຣານຂອງອີຣ່ານ ທີ່ສະຫະລັດປະກາດ ການລົງໂທດຄັ້ງໃໝ່ ໃນວັນອັງຄານວານນີ້, ທີ 31 ກໍລະກົດ 2012.

ຈີນກໍາລັງຊຸກຍູ້ໃຫ້ສະຫະລັດຍົກເລີກການລົງໂທດຄັ້ງໃໝ່ ທີ່ບັງຄັບໃຊ້ຕໍ່ທະນາຄານຈີນ ທີ່ເຮັດທຸລະກິດກັບອີຣ່ານ.

ກະຊວງການຕ່າງປະເທດຈີນເວົ້າໃນວັນພຸດມື້ນີ້ວ່າ ການລົງໂທດດັ່ງກ່າວໄດ້ສ້າງ​ຄວາມ
​ເສຍ​ຫາຍ​ໃຫ້​ແກ່ຄວາມສໍາພັນ ລະຫວ່າງສະຫະລັດແລະຈີນ ແລະວ່າຕົນ​ຈະ​ທໍາການປະ ທ້ວງຢ່າງເປັນທາງການ.

ໃນວັນອັງຄານວານນີ້ ກະຊວງການຄັງຂອງສະຫະລັດ ໄດ້ປະກາດການລົງໂທດຕໍ່
ທະນາຄານ Kunlun ຂອງຈີນ ແລະສະຖາບັນການເງິນແຫ່ງນຶ່ງຂອງອີຣັກ ທີ່ຖືກກ່າວຫາ
ວ່າ ໄດ້ທໍາທຸລະກິດກັບທະນາຄານຕ່າງໆ ທີ່ຖືກລົງໂທດຂອງອີຣ່ານ.

ໃນວັນອັງຄານວານນີ້ ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກໍໄດ້ປະກາດ ໃຊ້ມາດຕາການລົງໂທດໃໝ່ເຊັ່ນກັນ ໂດຍຜ່ານຄໍາສັ່ງຂອງ​ປະທານາທິບໍດີ ຊຶ່ງແນໃສ່
ຂະແໜງພະລັງງານ ແລະທາດເຄມີນໍ້າມັນຂອງອີຣ່ານ. ມາດຕະການໃໝ່ນີ້ ແມ່ນແນໃສ່
ປ້ອງ​ກັນ​ບໍ່​ໃຫ້ອີຣ່ານຫລີກລ້ຽງການລົງໂທດຂອງສາກົນ ຍ້ອນໂຄງການອາວຸດນີວເຄລຍ
ຂອງຕົນ ທີ່ຍັງເປັນການໂຕ້ແຍ້ງກັນຢູ່ນັ້ນ.

ທ່ານໂອບາມາກ່າວໃນຖະແຫລງການບົດນຶ່ງຂອງທ່ານວ່າ ການລົງໂທດຄັ້ງໃໝ່ນີ້ ແມ່ນເປັນການເພີ້ມຄວາມພະຍາຍາມຫລາຍຂຶ້ນ ໃນການກົດດັນແລະໂດດດ່ຽວ
ລັດຖະບານອີຣ່ານ ທີ່ “ຍັງສືບຕໍ່ ບໍ່ປະຕິບັດພັນທະຂອງຕົນ ທີ່ມີຕໍ່ສາກົນນັ້ນ.”

XS
SM
MD
LG