ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດເຄື່ອນໄຫວ ເພື່ອຕັດຕະຫລາດນໍ້າມັນ ຂອງອິຣ່ານລົງ (​ເບິ່ງ​ວີ​ດີ​ໂອ​ລາວ/ອັງກິດ)


ເວລາ​ນີ້​ ສະຫະລັດ​ກໍາລັງ​ພະຍາຍາມຈະ​ຕັດ ຕະຫລາດ​ຮັບ​ຊື້​ນໍ້າມັນ​ຂອງ​ອິຣ່ານລົງ ​ເພື່ອ​ບໍ່​ໃຫ້​ອີ​ຣ່ານ​​ໄດ້​ຮັບ​ເງິນ​ທຶນ ​ມາ​ປ້ອນ​ໂຄງການ​ນີວ​ເຄລຍຂອງຕົນ. ແລະ​ກໍ​ປາກົດ​ວ່າ ​ພວກ​ອຸບປະ​​ໂພ​ກບໍລິ​ໂພ​ກຊາວ​ອີ​ຣ່ານ ກໍາລັງຮູ້ສຶກວ່າ ​ໄດ້​ຮັບ​ຄວາມ​ກະທົບກະ​ເທືອ​ນ​ແລ້ວ. Scott Stearns ຜູ້​ສື່​ຂ່າວ​ວີ​ໂອເອປະ​ຈໍາ​ກະຊວງ​ຕ່າງປະ​ເທດ​ສະຫະລັດ​ ມີ​ຄໍາອະທິບາຍ​ກ່ຽວ​ກັບ​ເລຶ່ອງນີ້ ຊຶ່ງທອງ​ປານ​ຈະ​ນໍາ​ມາສະ​ເໜີ​ທ່ານ​.

ເບິ່ງ​ວີ​ດີ​ໂອ​ພາສາ​ລາວ:

ອິຣ່ານ​ເປັນ​ປະ​ເທດ​ສົ່ງ​ອອກ​ນໍ້າມັນ​ດິບລາຍ​ໃຫຍ່​ອັນ​ດັບ​ສາມ​ຂອງ​ໂລກ ​ແລະ​ເປັນ​ຜູ້​ສົ່ງ​ນໍ້າ
ມັນ​ລາຍໃຫຍ່​ ໃຫ້​ແກ່​ຈີນ ຍີ່ປຸ່ນ​ແລະ​ອິນ​ເດຍ ພ້ອມ​ທັງສະຫະພາບ​ຢູ​ໂຣບນັ້ນ​ນໍາ. ​ຂະນະ​
ນີ້​ ສະຫະລັດ​ແມ່ນ​ພວມພະຍາຍາມ​ທີ່ ຈະ​ຕັດ​ຕະຫລາດ​ຮັບ​ຊື້​ນໍ້າມັນ​ຈາກ​ອິຣ່ານນັ້ນ​ລົງ​ໃຫ້​
ຫລາຍ​ທີ່​ສຸດ ​ຍ້ອນ​ເຫດຜົນ​ທີ່​ສະຫະລັດ​ກ່າວວ່າ​ອິຣ່ານໃຊ້​ເງິນ​ກໍາ​ໄລຈາກ​ການຂາຍ​ນໍ້າມັນ
ນັ້ນ​ໄປສ້າງ​ອາວຸດ​ນີວ​ເຄລຍ.

ທ່ານ​ນາງ ວິກຕໍ​ເຣຍ ນູລັນ ​ໂຄສົກ​ກະຊວງ​ຕ່າງປະ​ເທດ​ສະຫະລັດ​ກ່າວ​ຊີ້ ​ແຈງ​ກ່ຽວ​ກັບ
ເລຶ່ອງນີ້​ວ່າສິ່ງທີ່​ພວກ​ເຮົາກໍາລັງ ເວົ້າກັບ​ພວກ​ປະ​ເທດ​ພັນທະ​ມິດແລະພາຄີ​
ຂອງພວກ​ເຮົາ
ຢູ່​ໃນ​ທົ່ວ​ໂລກ ນັ້ນ ກໍ​ແມ່ນ​ວ່າ ພວກ​ເຮົາກໍາລັງ​ຊັກ​ຊວນ ໃຫ້​
ທຸກໆ​ປະ​ເທດ
ຈົ່ງຊື້​ນໍ້າມັນດິບຈາກ​ອິຣ່ານ​ໃຫ້​ໜ້ອຍ​ລົງ ​ເທົ່າ​ທີ່​ຈະ​ໜ້ອຍ​ໄດ້ ​
ແລະ​ຊອກ​ຫາ
ແຫ​ລ່ງທາງເລືອກ​ອື່ນໆ​ແທນ ເພື່ອ​ເປັນ ການ​ບີ​ບຮັດ​ທາງ​ເສດ
ຖະກິດ​ທີ່​ພວກ
ເຮົາທັງໝົດ ກໍາລັງພະຍາ​ຍາມນໍາໃຊ້​ຕໍ່ອິຣ່ານ ​ເພື່ອຊຸກຍູ້ໃຫ້​
ອິຣ່ານຈົ່ງ
ເວົ້າ​ຄວາມ​ຈິງ ຕໍ່​ປະຊາ​ຄົມນາ​ນາ​ຊາດ ກ່ຽວ​ກັບ​ໂຄງການ​ອາວຸດ​ນີວ
ເຄລຍຂອງ​ຕົນ​ນັ້ນ.”

ຈີນ​ກ່າວ​ວ່າ ອິຣ່ານຕ້ອງການ​ຢາກ​ຈະ​ກັບ​ຄືນ​ມາ​ເຈລະຈາ​ກ່ຽວ​ກັບ​ໂຄງການນີວ​ເຄລຍ
ຂອງ​ຕົນນັ້ນ​ຢູ່ ດັ່ງ​ນັ້ນ​ມັນ​ກໍ​ບໍ່​ມີ​ເຫດຜົນ​ອັນ​ໃດ​ທີ່​ຈະຫ້າມ​ຊື້​ນໍ້າມັນຂອງ​ອິຣ່ານ​ ອິງ​ຕາມ
ທ່ານ Ma Zhaoxu ລັດຖະມົນຕີ​ຊ່ວຍວ່າ​ການ​ຕ່າງປະ​ເທດຈີນ:

ທ່ານ Ma Zhaoxu ​ເວົ້າ​ວ່າ: “ອິຣ່ານ​ໄດ້​ສ​ະ​ແດງ​ເຖິງຄວາມ​ເຕັມ​ໃຈຂອງ​ຕົນ ທີ່​
ຈະ​ເສີມ​ສ້າງ​ຄວາມ​ຮ່ວມ​ມືກັບ​ອົງການ​ພະລັງງານ​ປະລະມະ​ນູສາກົນຫລື IAEA
ນັ້ນ ແລະ​ເລິ່ມການໂອ້​ລົມ​ສົນທະນາ​ຮອບ​ໃໝ່​ທີ່​ເປັນ​ໝາກເປັນຜົນ​ກ່ຽວ​ກັບ​ບັນ
ຫາ​ຕ່າງໆ​ດ້ານນີວ​ເຄລຍ
ກັບ​ຈີນ ຣັດ​ເຊຍ ອັງກິດ ຝຣັ່ງ ​ເຢຍຣະມັນ ​ແລະ​
ສະຫະລັດ​.”

ສະຫະລັດ​ແລະພວກ​ປະ​ເທດພັນທະ​ມິດ​ກ່າວ​ວ່າ ການ​ລົງ​ໂທດ​ຈະ​ຖ່ວງ​ດຶງການ​ສະ​ແຫວ​ງ
ຫາ​ອາວຸດ​ນີວ​ເຄລຍຂອງ​ອິຣ່ານ​ ໃຫ້​ຊັກ​ຊ້າລົງ.

ແຕ່ທ່ານນາງ Ruth Wedgwood ອາຈານ​ສອນ​ປະ​ຈໍາ​ມະຫາ​ວິທະຍາ​ໄລ John
Hopkins ກ່າວ​ວ່າ ມັນ​ອາດ​ຊ້າ​ເກີນ​ໄປເສຍ​ແລ້ວ

“ຕາຕະລາງ​ເວລາ ສໍາລັບການ​ລົງ​ໂທດ​ທີ່​ຈະໄດ້ຜົນ​ປະການ​ໃດ​ນັ້ນ ແມ່ນ
ຍາວ
ພໍ​ສົມຄວນ ​ແລະ​ຄວາມ​ວິຕົກ​ກັງວົນ​ກ່ຽວ​ກັບ​ຕາຕະລາງ​ເວລາ ສໍາລັບ​
ອິຣ່ານ
ທີ່​ຈະມີຄວາມ​ສາມາດຜະລິດ​ລະ​ເບີດ​ລູກ​ນຶ່ງ​ຂຶ້ນມາ​ໄດ້ນັ້ນ ຖ້າ​ພິຈາ
ລະນາເບິ່ງຄວາມ​ໄຝ່ຝັນ​ອັນ​ແຮງ​ກ້າຂອງ​ອິຣ່ານ​ໃນ​ເລື່ອງ​ນີ້​ແລ້ວ ກໍ​ແມ່ນ
ວ່າ
ຍັງ​ບໍ່​ຮູ້​ໄດ້​ເທື່ອ ແລະມັນອາດ​ບໍ່​ດົນ.”

ເວລາ​ນີ້ ທັງ​ອິຣັກແລະ​ເທີ​ກີ ​ເພື່ອນ​ບ້ານ​ຂອງ​ອິຣ່ານ ຕ່າງ​ກໍມີ​ຄວາມເປັນ​ຫ່ວງ​ກ່ຽວ​ກັບ
ຄວາມ​ເຄ່ງ​ຕຶງ​ທີ່​ເພີ່​ມທະວີ​ຂຶ້ນນັບ​ມື້​ ຍ້ອນ​ໂຄງການ​ນີວ​ເຄລຍ ຂອງ​ອິຣ່ານນັ້ນ ​ແລະ​ກ່ຽວ
ກັບວ່າການ​ລົງ​ໂທດ​ຕໍ່​ອິຣ່ານ ອາດ​ສາມາດສົ່ງ​ຜົນ​ກະທົບແນວ​ໃດຕໍ່ພວກ​ເຂົາ​ເຈົ້າ ​ແລະ​
ພວກ​ນັກ​ທ່ອງ​ທ່ຽວ​ຊາວ​ອິຣ່ານ ທີ່​ໄປຢ້ຽມຢາມ​ປະ​ເທດ​ຂອງ​ພວກເຂົາ​ເຈົ້ານັ້ນ.

ທ່ານ Ahmet Davutoglu ລັດຖະມົນຕີ​ຕ່າງປະ​ເທດ​ເທີ​ກີ ກ່າວ​ວ່າ ລັດຖະບານ​ອັງກາຣາ
ຕ້ອງການ​ການ​ແກ້​ໄຂ​ບັນຫາ​ ທີ່​ພິທັກ​ປົກ​ປ້ອງ​ຄວາມ​ໝັ້ນຄົງ​ຂອງຂົງ​ເຂດ​ເອົາ​ໄວ້ ​ໂດຍບໍ່
ລ່ວງລ​ະ​ເມີດ​ສິດທິ​ຂອງ​ອິຣ່ານ​ແຕ່ຢ່າງ​ໃດ ຊຶ່ງ​ທ່ານ​ກ່າວ​ວ່າ:

“ອິຣ່ານຈະ​ຕ້ອງ​ຮັບປະກັນ​ວ່າ ຈະ​ບໍ່ມີ​ມິ​ຕິທາງ​ທະຫານໃດໆ ຈາກ​ເທັກ​ໂນ​
ໂລຈີ​ນີວ​ເຄລຍຂອງ​ຕົນ ​ແຕ່ວ່າ ໃນ​ຂະນະ​ດຽວ​ກັນ ທຸກໆປະ​ເທດ ຊຶ່ງຮວມ
ທັງ​ອິຣ່ານນໍາ ກໍ​ຄວນມີສິດ​ທີ່​ຈະ​ໄດ້ຮັບ​ເທັກ​ໂນ​ໂລ​ຈີ​ນີວ​ເຄລຍ ເພື່ອ​ນໍາ​ໃຊ້​
ໃນ​ທາງທີ່​ສັນຕິນັ້ນ​.”

ເວລານີ້ ​ຄ່າ​ເງິນ​ຫຣຽນຂອງ​ອິຣ່ານ​ໄດ້ຕົກ​ລົງ​ ສູ່​ລະດັບ​ຕໍ່າ​ຢ່າງ​ເປັນ​ປະວັດ​ການ​ໃນ​ການ​ແລກ
ປ່ຽນ​ກັບເງິນ​ໂດ​ລາ​ ​ແລະປະຊາຊົນ​ອິຣ່ານຜູ້ອຸບປະ​ໂພ​ກບໍລິ​ໂພ​ກ ກໍ​ພາກັນ​ເລີ່​ມ​ຮູ້ສຶກ​ເຖິງ
ຜົນ​ກະທົບຂອງ​ການ​ລົງ​ໂທດ​ນັ້ນ​ແລ້ວ ​ເຖິງ​ແມ່ນ​ໄດ້​ມີ​ອັນ​ທີ່​ ​ໂຄສົກ​ກະຊວງ​ຕ່າງປະ​ເທດ​ທ່ານ
ນາງ​ນູລັນ ສະຫະລັດ ​ເອີ້​ນ​ວ່າ ການ​ໂຍະຍານ​ທາງ​ດ້ານ​ອາຫານແລະ​ຢຸກຢານັ້ນ​ຢູ່. ທ່ານ​
ນາງ​ນູລັນກ່າວ​ວ່າ:

“ພວກ​ເຮົາກໍ​ຮູ້ສຶກ​ເສຍ​ໃຈ​ຢູ່​ວ່າ ເລຶ່ອງນີ້ໄດ້ກະທົບ​ກະ​ເທືອ​ນ ໄປ​ເຖິງພວກ​
ປະຊາຊົນ ​ແຕ່ມັນ​ກະທົບກະ​ເທືອ​ນຕໍ່ພວກ​ປະຊາຊົນ​ນັ້ນ ກໍ​ຍ້ອນ ວ່າລັດຖະ
ບານ​ຂອງພວ​ກ​ເຂົາ​ເຈົ້າ ກໍາລັງ​ເລື​ອກເອົາ​ທາງ​ເລືອກ​ທີ່​ບໍ່​ດີ​ທີ່​ສຸດ​ ສໍາລັບ​
ອະນາຄົດ​ຂອງ​ອິຣ່ານ​ເອງ ​ແລະ​ຖ້າ​ຈະ​ເວົ້າຢ່າງ​ກົງ​ໄປ​ກົງ​ມາ​ແລ້ວ ກໍ​ແມ່ນ
ສໍາລັບຄວາມ​ໝັ້ນຄົງຂອງ​ຂົງ​ເຂດ ແລະ​ຂອງ​ໂລກ​ນັ້ນ​ນໍາ ກໍ​ວ່າ​ໄດ້.”

ໃນ​ຂະນະ​ທີ່ການ​ລົງ​ໂທດ​ຕໍ່​ທະນາຄານ​ກາງຂອງ​ອິຣ່ານກໍາລັງ​ສ້າງ​ຄວາມ​ເດືອດຮ້ອນ​ໃຫ້​ແກ່
ເສດຖະກິດ​ຂອງ​ອິຣ່ານຢູ່​ໃນ​ເວລາ​ນີ້ ຄວາມ​ພະຍາຍາມ​ທີ່​ຈະ​ຕັດ​ເງິນລາຍ​ໄດ້ຈາກ​ການ​ຂາຍ​
ນໍ້າມັນຂອງ​ອິຣ່ານນັ້ນ ກໍ​ແຮ່ງຈະ​ມີ​ຜົນ​ກະທົບ​ທີ່ກວ້າງຂວາງ​ກວ່າ​ເກົ່າ ​ເວລາ​ການ​ຫ້າມ​ຊື້
ນໍ້າມັນ​ດິບ​ຈາກ​ອິຣ່ານຂອງສະຫະພາບຢູ​ໂຣບ ​ເລີ່ມມີ​ຜົນ​ບັງຄັບ​ໃຊ້​ໂດຍ​ເຕັມ​ໃນ​ເດືອນ​ກໍລະ
ກົດ​ປີ​ນີ້.

ເບິ່ງ​ວີ​ດີ​ໂອ​ລາຍ​ງານ​ພາສາ​ອັງກິດ:

XS
SM
MD
LG