ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະຫະລັດ ລົງໂທດອີຣ່ານ ເພີ້ມຄວາມກົດດັນສຸດຂີດ ຕໍ່ອີຣ່ານ


ບັນດາສະມາຊິກກໍາລັງພິທັກປະຕິວັດ ຫຼືກຳລັງກຸດ ຂອງອີຣ່ານ. 
ບັນດາສະມາຊິກກໍາລັງພິທັກປະຕິວັດ ຫຼືກຳລັງກຸດ ຂອງອີຣ່ານ. 

ສະຫະລັດກຳລັງເພີ້ມຄວາມກົດດັນຕໍ່ອີຣ່ານ ໂດຍທຳການລົງໂທດໃໝ່ຕໍ່ 20 ບໍລິສັດ
ແລະບັນດາສ່ວນບຸກຄົນ ທີ່ໃຫ້ການຊຸກຍູ້ພວກທະຫານບ້ານ ທີ່ອີຣ່ານ ໜູນຫຼັງຢູ່ໃນ
ອີຣັກ ແລະແຫ່ງອື່ນໆ.

ກະຊວງການເງິນສະຫະລັດ ໄດ້ເປີດເຜີຍການລົງໂທດໃໝ່ຮອບຫລ້າສຸດ ໃນ ໃນວັນ
ພະຫັດວານນີ້ ໂດຍກ່າວຫາບັນດາບໍລິສັດຕ່າງໆ ແລະບັນດາສ່ວນບຸກ ຄົນ ໃນການ
ເປັນຜູ້ຕາງໜ້າ ໃຫ້ກໍາລັງພິທັກປະຕິວັດຂອງອີຣ່ານ ຫຼືກຳລັງກຸດ.

ພວກເຈົ້າໜ້າທີ່ກ່າວວ່າ ຕາໜ່າງດັ່ງກ່າວ “ໃຫ້ການຊ່ວຍເຫຼືອທີ່ຮ້າຍແຮງ” ຕໍ່ ກຳລັງ
ທະຫານບ້ານ ທີ່ອີຣ່ານໜູນຫຼັງ ສອງກຸ່ມໃນອີຣັກ ຄືກຸ່ມກາຕາອີບ ເຮສ ໂບລລາ ແລະ
ອາຊາອິບ ອາລ ອາລ-ຮັກ ໃນຂະນະທີ່ຍັງລັກລອບອາວຸດສົ່ງໄປ ໃຫ້ກຸ່ມກະບົດຮູຕີ
ທີ່ໜູນຫຼັງໂດຍອີຣ່ານ ໃນເຢເມນ.

ບັນດາບໍລິສັດ ແລະສ່ວນບຸກຄົນເຫຼົ່ານີ້ ຍັງໄດ້ຖືກກ່າວຫາວ່າ ພົວພັນກັບການ ຟອກ
ເງິນ ການຂາຍນໍ້າມັນແບບຜິດກົດໝາຍໃຫ້ແກ່ຊີເຣຍແລະການປຸກລະດົມຂົ່ມຂູ່ ຕໍ່
ພວກນັກການເມືອງອີຣັກ ເພື່ອໃຫ້ເຂົາເຈົ້າ ສະໜັບສະໜູນອີຣ່ານ.

ທ່ານສະຕີເວັນ ມານຸຈິນ ລັດຖະມົນຕີກະຊວງການເງິນຖະແຫຼງສະຫະລັດກ່າວ ຢູ່
ໃນຖະແຫຼງຂ່າວວ່າ “ອີີຣ່ານຈ້າງບໍລິສັດຕ່າງໆ ເປັນຜູ້ຕາງໜ້າເພື່ອໃຫ້ເງິນສະ ໜັບ
ສະໜູນບັນດາກຸ່ມກໍ່ການຮ້າຍຢູ່ທົ່ວຂົງເຂດ ນຳເອົາຊັບພະຍາກອນໄປຈາກ ປະຊາຊົນ
ອີຣ່ານ ແລະໃຫ້ຄວາມສຳຄັນແກ່ລູກສະໝຸນກໍ່ການຮ້າຍ ຫຼາຍໄປກວ່າ ການບໍລິການ
ຂັ້ນພື້ນຖານທີ່ຈຳເປັນສຳລັບປະຊາຊົນຂອງຕົນ.

ການລົງໂທດນີ້ ມີຂຶ້ນທ່າມກາງການດີ້ນຮົນຂອງອີຣ່ານ ເພື່ອຄວບຄຸມການແຜ່ ລະບ
າດໄວຣັສໂຄໂຣນາ ຊຶ່ງລາຍງານແຈ້ງວ່າ ມີຢ່າງໜ້ອຍ 29,000 ກໍລະນີ ແລະຫຼາຍກວ່າ
2,200 ຄົນໄດ້ເສຍຊີວິດ.

ແຕ່ເຖິງຢ່າງໃດກໍດີ ໃນຂະນະທີ່ມີການກະກຽມຮັບມືກັບຄື້ນຟອງທີສອງຂອງການລະ
ບາດຢູ່ນັ້ນ ພວກເຈົ້າໜ້າທີ່ອີຣ່ານໄດ້ຖີ້ມໂທດຊໍ້າແລ້ວຊໍ້າອີກໃສ່ການລົງໂທດຂອງ
ສະຫະລັດ ທີ່ເຮັດໃຫ້ສະຖານະການຊຸດໂຊມລົງຕື່ມ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG