ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ ເວົ້າ​ວ່າ​ ກອງ​ທັບ​ເຮືອ ອີ​ຣ່ານ ແລະ ພວກ​ຕົວ​ແທນ ຖືກ​ຍັບ​ຢັ້ງ​ໃນ​ເວ​ລານີ້


ພົນ​ໂທ ອາ​ເລັກ​ຊັ​ສ ກ​ຣິນ​ເຄວິ​ຈ໌, ຫົວ​ໜ້າ​ກອງ​ບັນ​ຊາ​ການ​ສູນ​ກາງກອງ​ທັບ​ອາ​ກາດ ສະ​ຫະ​ລັດ, ກ່າວ​ຄຳ​ປາ​ໄສ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼ​ງ​ຂ່າວ​ຢູ່​ສະ​ຖານ​ທູດ ສະ​ຫະ​ລັດ ໃນ​ນະ​ຄອນຫຼວງ ດູ​ໄບ, ສະ​ຫະ​ລັດ ອາ​ຣັບ ເອ​ມີ​ເຣັ​ສ, 20 ກັນ​ຍາ 2023.
ພົນ​ໂທ ອາ​ເລັກ​ຊັ​ສ ກ​ຣິນ​ເຄວິ​ຈ໌, ຫົວ​ໜ້າ​ກອງ​ບັນ​ຊາ​ການ​ສູນ​ກາງກອງ​ທັບ​ອາ​ກາດ ສະ​ຫະ​ລັດ, ກ່າວ​ຄຳ​ປາ​ໄສ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼ​ງ​ຂ່າວ​ຢູ່​ສະ​ຖານ​ທູດ ສະ​ຫະ​ລັດ ໃນ​ນະ​ຄອນຫຼວງ ດູ​ໄບ, ສະ​ຫະ​ລັດ ອາ​ຣັບ ເອ​ມີ​ເຣັ​ສ, 20 ກັນ​ຍາ 2023.

ການ​ສະ​ແດງ​ແສນ​ຍາ​ນຸ​ພາບ​ຂອງ ສະ​ຫະ​ລັດ ປາ​ກົດ​ວ່າ​ພຽງ​ພໍ​ທີ່​ຈະ​ເຮັດ​ໃຫ້​ ອີ​ຣ່ານ ຖອຍ​ໄປ, ຫຼັງ​ຈາກກອງ​ທັບ​ເຮືອ​ຂອງ ເຕ​ຫະ​ຣ່ານ​ ໄດ້​ແນ​ເປົ້າ​ໃສ່​ກຳ​ປັ່ນ​ຕ່າງໆ​ຢ່າງ​ຊ້ຳ​ແລ້ວ​ຊ້ຳ​ອີກ​ຢູ່​ໃນ ແລະ ອ້ອມ​ຊ່ອງ​ແຄບ ຮໍ​ມຸ​ສ ແລະ ອ່າວ​ ໂອ​ມານ ໃນ​ຕົ້ນ​ປີນີ້.

ຜູ້​ບັນ​ຊາ​ການ​ຂອງກອງ​ບັນ​ຊາ​ການ​ສູນ​ກາງກອງ​ທັບ​ອາ​ກາດ ສະ​ຫະ​ລັດ ໄດ້​ກ່າວ​ໃນ​ວັນ​ພຸດ​ວານນີ້​ວ່າ​ການ​ຕັດ​ສິນ​ໃຈ​ໃນ​ເດືອນ​ກໍ​ລະ​ກົດ ເພື່ອ​ສົ່ງ​ເຮືອ​ບິນ​ລົບ F-35 ແລະ F-16, ພ້ອມ​ກັບ​ກຳ​ປັ່ນ​ພິ​ຄາດ​ລຳ​ນຶ່ງ ແລະ ກຸ່ມ​ໂຈມ​ຕີ​ສະ​ເທືອນ​ນ້ຳ​ສະ​ເທືອນ​ບົກ​ທີ່​ລວມ​ມີ​ທະ​ຫານ​ນາ​ວິ​ກະ​ໂຍ​ທິນ ສະ​ຫະ​ລັດ 2,500 ຄົນ, ໄປ​ອ່າວ​ເປີ​ເຊຍ ເບິ່ງ​ຄື​ວ່າ ​ໄດ້​ສົ່ງ​ຜົນຕໍ່​ພວກ​ເຈົ້າ​ໜ້າ​ທີ່ ອີ​ຣ່ານ ຫຼາຍ​ຄົນ.

ພົນ​ໂທ ອາ​ເລັກ​ຊັ​ສ ກ​ຣິນ​ເຄວິ​ຈ ໄດ້​ກ່າວ​ຕໍ່​ບັນ​ດາ​ສະ​ມາ​ຊິກ​ກຸ່ມ​ນັກ​ຂຽນ​ປ້ອງ​ກັນ​ປະ​ເທດ​ໃນ​ນະ​ຄອນຫຼວງ ວໍ​ຊິງ​ຕັນ ວ່າ “ການ​ຂະ​ຫຍາຍ​ການ​ມີ​ໜ້າ​ຂອງ​ກຳ​ປັ່ນ​ເທິງ​ໜ້າ​ນ້ຳ​ທີ່​ໄດ້​ເຂົ້າ​ໄປ​ໃນ, ປະ​ສົມ​ກັບ​ກຳ​ລັງ​ທາງ​ອາ​ກາດ​ຂອງ​ພວກ​ເຮົາ​ໄດ້​ຍັບ​ຢັ້ງ​ ອີ​ຣ່ານ ຈາກ​ການ​ດຳ​ເນີນ​ການ​ໃດໆ​ຕໍ່​ກຳ​ປັ່ນ​ທີ່​ເດີນ​ທາງ​ໃນ​ທະ​ເລ.”

ທ່ານ​ໄດ້​ກ່າວ​ຕື່ມ​ວ່າ “ມັນ​ມີ​ຜົນໃນ​ທາງ​ທີ່​ດີ.”

ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ສະ​ຫະ​ລັດ ທ່ານ ລອຍ​ດ໌ ອອ​ສ​ຕິນ ໄດ້​ສັ່ງໃຫ້ກອງ​ກຳ​ລັງ​ ສະ​ຫະ​ລັດ ເຂົ້າ​ໄປ​ໃນ​ພາກ​ພື້ນ​ດັ່ງ​ກ່າວເພີ່ມ​ເຕີມ ຫຼັງ​ຈາກ ອີ​ຣ່ານ ໄດ້​ພະ​ຍາ​ຍາມ​ທີ່​ຈະ​ຍຶດ​ກຳ​ປັ່ນ​ບັນ​ທຸກ​ສິນ​ຄ້າ​ສອງ​ລຳ​ໃນເຂດ​ນ້ຳ​ສາ​ກົນ ຢູ່ນອກ​ຊາຍ​ຝັ່ງ​ຂອງ​ປະ​ເທດ ໂອ​ມານ ໃນ​ຕົ້ນ​ເດືອນ​ກໍ​ລະ​ກົດ​ທີ່​ຜ່ານ​ມາ, ເຊິ່ງ​ໄດ້​ມີ​ຂຶ້ນ​ລຸນຫຼັງ​ ອີ​ຣ່ານ ໄດ້​ຍຶດ​ກຳ​ປັ່ນ​ບັນ​ທຸກ​ນ້ຳ​ມັນ​ສອງ​ລຳ​ຢ່າງ​ປະ​ສົບ​ຜົນ​ສຳ​ເລັດ ທີ່​ມັນ​ໄດ້​ເດີນ​ທາງ​ຜ່ານ​ຊ່ອງ​ແຄບ ຮໍ​ມຸ​ສ ພຽງ​ສອງ​ສາມ​ເດືອນ​ກ່ອນ​ໜ້າ​ນັ້ນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG