ນັກຂ່າວຂອງໜັງສືພິມ Washington Post ທີ່ໄດ້ຖືກຂັງ
ຢູ່ໃນອີຣ່ານມາໄດ້ ຫຼາຍກວ່າ ປີໜຶ່ງແລ້ວນັ້ນ ຈະໄດ້ຮັບ
ການດຳເນີນຄະດີຄັ້ງສຸດທ້າຍ ໃນວັນຈັນມື້ອື່ນນີ້ ຊຶ່ງຫົວໜ້າ
ບັນນາທິການຂອງໜັງສືພິມນັ້ນ ກ່າວວ່າ ເປັນຄວາມສາມາດ
ບົ່ມຊ້ອນທີ່ຈະນຳມາ ຊຶ່ງການເສັດສິ້ນລົງຂະບວນການນີ້ ທີ່
ໄດ້ເຮັດໃຫ້ມີການຕຳນິຕິຕຽນ ຈາກກຸ່ມສື່ຂ່າວອິສະລະຕ່າງໆ
ແລະ ບັນດາເຈົ້າໜ້າທີ່ສະຫະລັດ.
ທ່ານ Martin Baron ກ່າວໃນຄຳຖະແຫລງສະບັບ ວັນເສົາ
ວານນີ້ວ່າ ທະນາຍຄວາມຂອງ ທ່ານ Jason Rezaian
ນັກຂ່າວຂອງໜັງສືພິມດັ່ງກ່າວທີ່ຖືກຈັບໃນເຕຫະຣ່ານ ນັບ
ຕັ້ງແຕ່ປີ 2012 ເປັນຕົ້ນມານັ້ນ ໄດ້ບອກໃຫ້ຮູ້ວ່າ ກອງປະຊຸມປິດລັບ ໃນສານປະຕິວັດ
ຂອງອີຣ່ານ ຈະເປັນເທື່ອສຸດທ້າຍກ່ອນໜ້າ ຈະມີການຕັດສິນຄະດີ.
ທ່ານ Rezaian ໄດ້ຖືກຈັບກຸມ ເມື່ອເດືອນກໍລະກົດ ປີ 2014 ພ້ອມດ້ວຍ ທ່ານນາງ
Yeganeh Salehi ພັນລະຍາຂອງທ່ານ ຜູ້ເປັນນັກຂ່າວເຊັ່ນກັນ ແລະໄດ້ຖືກກັກຕົວໄວ້
ເປັນເວລາຫຼາຍເດືອນ ໂດຍປາດສະຈາກ ການກ່າວຟ້ອງ ຢ່າງເປັນທາງການ. ທ່ານຖືກ
ກ່າວຟ້ອງຕໍ່ມາ ໃນຂໍ້ຫາທຳການສອດແນມ ແລະ ທຳງານກັບ “ບັນດາລັດຖະບານ ທີ່
ເປັນສັດຕູຂອງອີຣ່ານ.”
ທ່ານ Baron ເອີ້ນການກ່າວຫານີ້ ວ່າ ເປັນການ “ບໍ່ໜ້າເຊື່ອ” ແລະ ກ່າວວ່າ ຂໍ້ກ່າວຫາ
ຕ່າງໆນັ້ນ “ບໍ່ມີມູນຄວາມແທ້ຈິງເລີຍ ແລະ ເປັນຕາຢາກຫົວ.”
ທ່ານ Baron ກ່າວອີກວ່າ “ອີຣ່ານ ໄດ້ສະແດງທ່າທີ ແບບທີ່ບໍ່ມີສິນທຳ ໃນການດຳ
ເນີນຄະດີນີ້ ພວກເຂົາໄດ້ກັກຂັງນັກຂ່າວ ທີ່ບໍລິສຸດໄວ້ ເປັນເວລາຫຼາຍກວ່າ ໜຶ່ງປີ
ແລະ ໄດ້ທຳຮ້າຍຮ່າງກາຍ ແລະ ລ່ວງລະເມີດທ່າງດ້ານຈິດໃຈ ຂອງຜູ້ກ່ຽວ.”
ທ່ານ Baron ໄດ້ຊຸກຍູ້ໃຫ້ສານ ປ່ອຍຕົວໃຫ້ພົ້ນຄວາມຜິດ ທ່ານ Rezaian ໂດຍກ່າວວ່າ
ອີຣ່ານ ໄດ້ມີໂອກາດທີ່ຈະນຳເອົາຄະດີນີ້ ມາ “ແກ້ໄຂໃນທາງມະນຸດສະຍະທຳ.”
ໂຄສົກກະຊວງການຕ່າງປະເທດສະຫະລັດ ທ່ານ Mark Toner ກ່າວຕໍ່ບັນດານັກຂ່າວ
ຢູ່ທີ່ກອງປະຊຸມຖະແຫລງຂ່າວ ໃນວັນພະຫັດຜ່ານມາວ່າ ສະຫະລັດສືບຕໍ່ຮຽກຮ້ອງໃຫ້
ປ່ອຍຕົວ ທ່ານ Rezaian ແລະ ຊາວອາເມຣິກັນຄົນອື່ນໆ ໝົດທຸກຄົນທີ່ອີຣ່ານໄດ້ກັກຂັງ
ໄວ້ຢູ່ນັ້ນ.
ລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ John Kerry ໄດ້ກ່າວວ່າ ທ່ານ Rezaian ບໍ່
ເປັນໄພຂົ່ມຂູ່ຕໍ່ອີຣ່ານ ແລະ ທ່ານຮູ້ສຶກເສຍໃຈ ໃນຄະດີຂອງທ່ານ Rezaian.
ໃນເວລາຖືກຖາມເມື່ອເດືອນແລ້ວນີ້ ວ່າ ການປ່ອຍຕົວຂອງທ່ານ Rezaian ອາດເປັນ
ສ່ວນໜຶ່ງ ຂອງຂໍ້ຕົກລົງດ້ານນິວເຄລຍກັບອີຣ່ານ ຫຼືບໍ່ນັ້ນ ທ່ານ Kerry ເວົ້າວ່າ “ພວກ
ເຮົາ ພວກເຮົາພວມທຳງານຢ່າງໜັກເລື້ອງທ່ານ Rezaian.”
ຊາວອາເມຣິກັນອີກສອງຄົນ ຄື ທ່ານ Saeed Abedini ແລະ Amir Hekmati ໄດ້ຖືກ
ຂັງ ຢູ່ໃນອີຣ່ານ ເປັນເວລາຫຼາຍປີຜ່ານມາແລ້ວ.