ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະ​ຫະ​ລັດ ກ່າວ​ວ່າ ອີ​ຣ່ານ ປົດ​ລະ​ເບີດ ທີ່​ບໍ່​ແຕກ ອອກ​ຈາກ ກຳ​ປັ່ນ​ບັນ​ທຸກ​ນ້ຳ​ມັນ


ກຳ​ປັ່ນ​ບັນ​ທຸກ​ນ້ຳ​ມັນ​ລຳ​ນຶ່ງ ຖືກ​ໂຈມ​ຕີ ທີ່​ອ່າວ​ໂອ​ມານ ເມື່ອ​ວັນ​ທີ 13 ມິ​ຖຸ​ນາ 2019.
ກຳ​ປັ່ນ​ບັນ​ທຸກ​ນ້ຳ​ມັນ​ລຳ​ນຶ່ງ ຖືກ​ໂຈມ​ຕີ ທີ່​ອ່າວ​ໂອ​ມານ ເມື່ອ​ວັນ​ທີ 13 ມິ​ຖຸ​ນາ 2019.

ກອງ​ທັບ​ເຮືອ​ສະ​ຫະ​ລັດ ໄດ້​ນຳ​ເອົາ​ວີ​ດີ​ໂອ​ທີ່​ຕົນ​ກ່າວ​ວ່າ ສະ​ແດງ​ໃຫ້​ເຫັນ​ເຮືອ​ລາດ​ຕະ​ເວນ​ຂອງ​ອີ​ຣ່ານໄດ້​ປົດ​ລະ​ເບີດ​ເຫຼັກ​ກ້າ​ທີ່​ບໍ່​ແຕກອອກ​ຈາກຂ້າງກຳ​ປັ່ນ ​ບັນ​ທຸກ​ນ້ຳ​ມັນ​ລຳ​ນຶ່ງ ຂອງ​ຈຳ​ນວນ​ທັງ​ໝົດ 2 ລຳ ທີ່​ຂົນ​ຜະ​ລິດ​ຕະ​ພັນ​ນ້ຳ​ມັນທີ່​ຖືກ​ໂຈມ​ຕີ​ຢູ່​ອ່າວ​ໂອ​ມານ ໃນ​ວັນ​ພະ​ຫັດ​ວານນີ້.

ນຶ່ງ​ໃນ​ກຳ​ປັ່ນ​ບັນ​ທຸກ​ນ້ຳ​ມັນ​ແມ່ນ​ເປັນຂອງ​ປະ​ເທດ​ນໍ​ເວ​ເປັ​ນ​ເຈົ້າ​ຂອງແລະ​ອີກ​ລຳ​ນຶ່ງ​ເປັນ​ຂອງ​ບໍ​ລິ​ສັດ​ຂົນ​ສົ່ງ​ທາງ​ທະ​ເລ ໂກ​ກຸ​ກະ ຊັງ​ໂຢ ຂອງ​ຍີ່​ປຸ່ນ.

ນອກນັ້ນ ກອງ​ທັບ​ສະ​ຫະ​ລັດ​ຍັງ​ໄດ້​ນຳ​ອອກ​ເຜີຍ​ແຜ່​ຮູບ​ພາບ ທີ່​ສະ​ແດງ​ໃຫ້​ເຫັນການ​ປົດ​ລະ​ເບີດ ​ທີ່​ຕິດ​ຢູ່​ຂ້າງ​ກຳ​ປັ່ນ​ບັນ​ທຸກ​ນ້ຳ​ມັນ​ຂອງ​ຍີ່​ປຸ່ນ ຊຶ່ງ​ຢູ່​ກາຍ​ບ່ອນ​ທີ່​ລະເບີດ​ໄດ້​ແຕກ​ຂຶ້ນ​ໄປ​ທາງ​ດ້ານ​ຫົວ​ຂອງ​ກຳ​ປັ່ນ​ໜ້ອຍ​ນຶ່ງ.

ກຳ​ປັ່ນ​ຂອງ​ປະ​ເທດ​ນໍ​ເວ​ໄດ້​ລຸກ​ໄໝ້​ເປັນ​ແປວ​ໄຟ ພ້ອມ​ທັງ​ມີ​ຄວັນ​ໜາໆ​ກຸ້ມ​ຂຶ້ນ​ແລະ​ກໍ​ໜາ​ພໍ​ທີ່​ດາວ​ທຽມ​ເທິງ​ອະ​ວະ​ກາດ​ສາ​ມາດມອງ​ເຫັນ​ໄດ້.

ຫົວ​ໜ້າ​ບໍ​ລິ​ສັດ​ຂົນ​ສົ່ງ ໂກ​ກຸ​ກະ ຊັງ​ໂຢ ຂອງ​ຍີ່​ປຸ່ນ ຊຶ່ງ​ເປັນ​ຜູ້​ຄຸ້ມ​ຄອງ​ກຳ​ປັ່ນ​ບັນ​ທຸກ​ນ້ຳ​ມັນໂກ​ກຸ​ກະ ຄູ​ເຣ​ເຈີສ (Kokuka Courageous) ນັ້ນ ກ່າວ​ວ່າ ກຳ​ປັ່ນ​ລຳ​ນີ້​ໄດ້​ຖືກ​ໂຈມ​ຕີ​ 2 ບ່ອນ ຄື​ບ່ອນ​ນຶ່ງ​ແມ່ນ​ການ​ໂຈມ​ຕີ​ດ້ວຍ​ລະ​ເບີດ​ໃກ້ໆ​ຫ້ອງ​ເຄື່ອງ​ຈັກແລະ​ອີກ​ບ່ອນນຶ່ງ​ແມ່ນ​ຢູ່​ທາງ​ຂ້າ​ງ​ກ້ຳ​ຂວາ ໃກ້ໆ​ທາງ​ຫຼັງ​ຂອງ​ກຳ​ປັ່ນ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສ​ຫລ ທ່ານ​ໄມ​ຄ໌ ພອມ​ພຽວ ທີ່​ກະ​ຊວງ​ການ​ຕ່າງ​ປະ​ເທດ ໃນ​ນະ​ຄອນ​ຫຼວງວໍ​ຊິ​ງ​ຕັນ. (ວັນ​ທີ 13 ມິ​ຖຸ​ນາ 2015)
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສ​ຫລ ທ່ານ​ໄມ​ຄ໌ ພອມ​ພຽວ ທີ່​ກະ​ຊວງ​ການ​ຕ່າງ​ປະ​ເທດ ໃນ​ນະ​ຄອນ​ຫຼວງວໍ​ຊິ​ງ​ຕັນ. (ວັນ​ທີ 13 ມິ​ຖຸ​ນາ 2015)

​ໃນ​ການ​ຖະ​ແຫຼງ​ຕໍ່​ພວກ​ນັກ​ຂ່າວ ​ໃນ​ວັນ​ສຸກວານນີ້ ທ່ານ ຢູ​ຕາ​ກະ ກາ​ຕາ​ດະ ກ່າວ​ວ່າ ພວກ​ລູກ​ເຮືອ​ລາຍ​ງານ​ວ່າ ເຂົາ​ເຈົ້າ​ໄດ້​ເຫັນ “ວັດ​ຖຸ​ທີ່​ບິນ​ໄດ້” ກ່ອນ​ເຫດ​ລະເບີດ​ຄັ້ງ​ທີ 2 ແຕກ​ຂຶ້ນ​ຢູ່​ເທິງ​ກຳ​ປັ່ນ ໂດຍ​ສະ​ເໜີ​ແນະ​ວ່າ ກຳ​ປັ່ນ​ບັນທຸກ​ນ້ຳ​ມັນ ບໍ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຈາກ​ລະ​ເບີດ​ທີ່​ຫ້າງ​ໄວ້​ໃນ​ທະ​ເລ.

ຄຳ​ເວົ້າ​ຂອງ​ທ່ານ​ກາ​ຕາ​ດະ ແມ່ນ​ຂັດ​ແຍ້ງ​ກັບ​ຄຳ​ຖະ​ແຫຼງ​ຂອງ​ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດທີ່​ໄດ້​ໃຫ້​ໄປ​ກ່ຽວ​ກັບ​ເຫດ​ການທີ່​ເກີດ​ຂຶ້ນ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ໄມ​ຄ໌ ພອມ​ພຽວ ໄດ້​ຖິ້ມ​ໂທດໃນ​ການ​ໂຈມ​ຕີ​ດັ່ງ​ກ່າວ​ໃສ່​ອີ​ຣ່ານ ຊຶ່ງ​ເກີດ​ຂຶ້ນ​ຢູ່ນອກ​ແຄມ​ຝັ່ງ​ຂອງອີ​ຣ່ານນັ້ນ.

ທ່ານ​ພອມ​ພຽວ ກ່າວ​ວ່າ “ມັນ​ເປັນ​ການ​ຊັ່ງ​ຊາ​ຂອງ​ລັດ​ຖະ​ບານ​ສະ​ຫະ​ລັດ​ທີ່​ວ່າ ສາ​ທາ​ລະ​ນະ​ລັດ​ອິ​ສ​ລາມ​ອີ​ຣ່ານ ເປັນ​ຜູ້​ຮັບ​ຜິດ​ຊອບ​ຕໍ່​ການ​ໂຈມ​ຕີ ທີ່​ເກີດ​ຂຶ້ນ​ຢູ່ທີ່​ອ່າວ​ໂອ​ມານມື້ນີ້. ເມື່ອ​ເວົ້າ​ໂດຍ​ທົ່ວ​ໄປ​ແລ້ວ ການ​ໂຈມ​ຕີ​ທີ່​ບໍ່​ມີ​ການ​ທ້າ​ທາຍເຫຼົ່າ​ນີ້ແມ່ນ​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ເຖິງ​ການ​ຂົ່ມ​ຂູ່​ຕໍ່​ສັນ​ຕິ​ພາບ​ແລະ​ຄວາມໝັ້ນ​ຄົງ​ຂອງ​ນາໆຊາດ ແລະ​ກໍ​ເປັນ​ການ​ໂຈມ​ຕີ​ຢ່າງ​ເປີດ​ແຜນ​ຕໍ່​ອິດ​ສະ​ຫຼະ​ພາບໃນ​ການ​ເດີນ​ເຮືອ ແລະ​ເປັນ​ການ​ປຸກ​ລະ​ດົມ ​ທີ່ຍອມ​ຮັບ​ເອົາ​ບໍ່​ໄດ້​ຢ່າງ​ເດັດ​ຂາດ
ຕໍ່​ການ​ເພີ້ມ​ທະ​ວີ​ຄວາມ​ເຄັ່ງ​ຕຶງ​ຂອງ​ອີ​ຣ່ານ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

Pompeo Blames Iran for Tanker Attacks
please wait

No media source currently available

0:00 0:01:54 0:00

XS
SM
MD
LG