ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໔ ຕຸລາ ໒໐໒໓

ອີຣ່ານ ແລະ ສະຫະລັດ ເສັດສິ້ນການແລກປ່ຽນນັກໂທດ


ທ່ານຊິອາມາກ ນາມາຊີ ແລະທ່ານໂມຣາດ ຕາບາສ ຜູ້ທີ່ໄດ້ຖືກປ່ອຍໂຕ ລະຫວ່າງການແລກປ່ຽນນັກໂທດ ລະຫ່ວາງສະຫະລັດ ແລະອີຣ່ານ ທີ່ສະໜາມບິນສາກົນໂດຫາ ປະເທດກາຕາ ວັນທີ 18 ກັນຍາ 2023

ສະຫະລັດ ແລະອີຣ່ານ ໃນວັນຈັນວານນີ້ ໄດ້ທຳການແລກປ່ຽນນັກໂທດທີ່ສຳ ຄັນ ຮວມທັງປ່ອຍຊາວອາເມຣິກັນຫ້າຄົນທີ່ລັດຖະບານສະຫະລັດກ່າວວ່າ ໄດ້ຖືກຄຸມຂັງຢ່າງບໍ່ຍຸຕິທຳໂດຍລັດຖະບານອີຣ່ານ.

ຊາວອາເມຣິກັນສາມຄົນໃນ​ການແລກປ່ຽນ ໄດ້ຖືກ​ລະ​ບຸວ່າແມ່ນທ່ານຊິອາມາກ ນາມາຊີ ທ່ານອີມາດ ຊາກກີ ແລະທ່ານໂມ​ແ​ຣດ ຕາບາ​ສ ​ພ້ອມ​ກັບ ຊາວອາເມຣິກັນອີກ 2 ຄົນ​ທີ່​ຖືກກັກບໍ​ລິ​ເວນຢູ່ໃນເຮືອນ ​ໃນ​ຂະ​ນະ​ທີ່ລໍຖ້າການປ່ອຍໂຕ. ​ສ່ວນ​ລາຍ​ຊື່ຂອງສອງສ່ວນບຸກຄົນ ຍັງຮັກສາເປັນເລື້ອງສ່ວນໂຕໃນການຮ້ອງຂໍຈາກຄອບຄົວເຂົາເຈົ້າ.

ປະທານາທິບໍດີໂຈ ໄບເດັນ ກ່າວຢູ່ໃນຖະແຫລງການວ່າ ສ່ວນບຸກຄົນທັງ​ຫ້າ “ໃນບໍ່ຊ້ານີ້ ຈະເຕົ້າໂຮມກັບບັນດາຄົນທີ່ຮັກຫອມເຂົາເຈົ້າ ຫລັງຈາກຫລາຍປີຂອງການທົນທຸກ ຄວາມບໍ່ແນ່ນອນແລະ​ຄວາມ​ທຸກທໍລະມານ.” ທ່ານໄດ້ຂອບ ໃຈລັດຖະບານກາຕາ ໂອມານ ເກົາຫລີໃຕ້ ແລະສະວິດເຊີແລນ “ໃນຄວາມ​ພະ​ຍາມ​ທີ່​ບໍ່​ຮູ້ອິດເ​ມື່ອຍ​ເພື່ອຊ່ວຍເຫລືອພວກເຮົາໃຫ້ບັນລຸຜົນສຳເລັດ.”

ພວກເຈົ້າໜ້າທີ່ອະວຸໂສລັດຖະບານໄບເດັນ ໄດ້ກ່າວຕໍ່ບັນດານັກຂ່າວ ເຖິງລໍ​ຈິ​ສ​ຕຶກ​ໃນ​ການແລກປ່ຽນ ທີ່ພົວພັນກັບເຮືອບິນກາຕາ ເດີນທາງຈາກອີຣ່ານ ໄປໂດຮາ ນຳເອົາຊາວອາເມຣິກັນຫ້າຄົນທີ່ຖືກປ່ອຍໂຕ ຕິດຕາມຢູ່ໃນການບິນໂດຍແມ່ ຂອງທ່ານນາມາຊີ ແລະພັນລະຍາຂອງທ່ານຕາບາ​ສ ຜູ້ທີ່ໄດ້ຖືກກີດກັ້ນ ບໍ່​ໃຫ້​ເດີນ​ທາງອອກຈາກອີຣ່ານ.

ຫລັງຈາກເຮືອບິນໄດ້​ໄປເຖິງໂດຮາ ພວກນັກໂທດສາມຄົນ​ທີ່​ຖືກ​ປ່ອຍ​ກໍໄດ້ຍ່າງລົງຂັ້ນໄດ ແລະກອດພວກນັກການທູດສະຫະລັດຜູ້ທີ່ໄດ້ຕ້ອນຮັບເຂົາເຈົ້າ ຮວມທັງເອກອັກຄະລັດທະທູດສະຫະລັດ ທ່ານທິມມີ ເດວິສ.

ທຳນຽບຂາວກ່າວວ່າ ທ່ານໄບເດັນ ໄດ້ໂທລະສັບຫາຢ່າງຕື້່ນຕັນໃຈ​ໄປ​ຫາບັນ ດາຄອບຄົວຂອງຊາວອາເມຣິກັນເຈັດຄົນທີ່ກັບຄືນມາ ແລະທັງໝົດໄດ້ຮ່ວມສົນ​ທະ​ນາ​ໂທລະສັບກັບປະທານາທີິບໍດີ.

ຈາກໂດ​ຮາ ກຸ່ມ​ດັ່ງ​ກ່າວໄດ້ມຸ່ງໜ້າ​ມາວໍຊິງຕັນ ເພື່ອເຕົ້າໂຮມກັບບັນດາຄອບຄົວເຂົາເຈົ້າ.

ປະທານາທິບໍດີອີຣ່ານ ທ່ານອີບຣາຮີມ ຣາຊີ ໄດ້ກ່າວ ໃນວັນຈັນວ່າ “ການແລກປ່ຽນອາດເປັນບາດກ້າວໄປສູ່ທິດທາງກາ​ນ​ເຄື່ອນ​ໄຫວ​ດ້ານມະນຸດສະທຳ ລະຫວ່າງພວກເຮົາ ແລະອາເມຣິກາ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG