ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປ. ທຣຳ ວາງມາດຕະການລົງໂທດໃໝ່ ຕໍ່ອີຣ່ານ ​ທີ່ແນໃສ່ ຄະນະນຳພາ ຂອງປະເທດ


ປະທານາທິບໍດີ ດໍໂນລ ທຣຳ ລົງນາມໃນຄຳສັ່ງ​ຝ່າຍບໍລິຫານ ເພີ້ມມາດຕະການລົງໂທດ ຕໍ່ອີຣ່ານ, ຢູ່ໃນຫ້ອງການ Oval Office ຂອງທຳນຽບຂາວ, ວັນທີ 24 ມິຖຸນາ 2019, ໃນນະຄອນຫຼວງ ວໍຊິງຕັນ.
ປະທານາທິບໍດີ ດໍໂນລ ທຣຳ ລົງນາມໃນຄຳສັ່ງ​ຝ່າຍບໍລິຫານ ເພີ້ມມາດຕະການລົງໂທດ ຕໍ່ອີຣ່ານ, ຢູ່ໃນຫ້ອງການ Oval Office ຂອງທຳນຽບຂາວ, ວັນທີ 24 ມິຖຸນາ 2019, ໃນນະຄອນຫຼວງ ວໍຊິງຕັນ.

ໂຄສົກກະຊວງການຕ່າງປະເທດຂອງອີຣ່ານ ໄດ້ກ່າວໃນວັນອັງຄານມື້ນີ້ ວ່າ ມາດຕະ
ການລົງໂທດໃໝ່ ຂອງສະຫະລັດຕໍ່ອີຣ່ານ ເປັນຂີດໝາຍ​ໃນການສິ້ນສຸດຕໍ່ການແກ້ໄຂ
ບັນຫາຄວາມເຄັ່ງຕຶງ ທາງດ້ານການທູດ ລະຫວ່າງທັງສອງປະເທດ ຢ່າງເປັນການ
ຖາວອນ.

ທ່ານອາບບັສ ມູຊາວີ ໄດ້ຂຽນລົງທວີດເຕີ ວ່າ “ການວາງມາດຕະການລົງໂທດ ທີ່
ບໍ່ເກີດໝາກຜົນ ຕໍ່ຄະ​ນະນຳ​ພາແລະຫົວໜ້ານັກການທູດຂອງອີຣ່ານ ໝາຍເຖິງ
ການປິດເສັ້ນທາງຂອງການພົວພັນທາງການທູດ ຢ່າງເປັນການຖາວອນ ກັບ
ລັດຖະບານສະຫະລັດ ທີ່ໝົດທາງເລືອກ.”

ທ່ານໄດ້ກ່າວຕື່ມວ່າ ແນວທາງຂອງປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ນັ້ນ
ແມ່ນເປັນ “ການທຳລາຍກົນໄກທີ່ໄດ້ຈັດຕັ້ງຂຶ້ນໂດຍສາກົນ ເພື່ອຮັກສາໄວ້ ຊຶ່ງຄວາມ
ສະຫງົບສຸກແລະຄວາມໝັ້ນຄົງຂອງໂລກ.”

​ການໃຫ້ຄວາມເຫັນດັ່ງກ່າວ ມີ​ຂຶ້ນຫຼັງຈາກການເຄື່ອນໄຫວ ວາງມາດຕະການລົງໂທດ
ຂອງທ່ານທຣຳ ຕໍ່ສິ່ງທີ່ທ່ານເອີ້ນວ່າ ການລົງໂທດທີ່ໜັກໃໝ່ທາງດ້ານການເງິນ “ຢ່າງ​
ໜັກ”
ຕໍ່ຜູ້ນຳສູງສຸດຂອງອີຣ່ານ ອາຢາໂທລາ ອາລີ ຄາເມນີ ແລະຜູ້ບັນຊາການອາວຸໂສ
8 ຄົນໃນກອງທັບຂອງອີຣ່ານ ແລະໃນໜ່ວຍພິ​ທັກ ປະຕິວັດອິ​ສ​ລາມຂອງອີຣ່ານ ຫຼື
IRGC ນຳດ້ວຍ.

ທ່ານທຣຳ ໄດ້ລົງນາມໃນຄຳສັ່ງບໍລິຫານ ເມື່ອວັນຈັນວານນີ້ ຊຶ່ງທ່ານໄດ້ກ່າວ ວ່າ ຈະ
ຫລຸດຜ່ອນການເຂົ້າເຖິງຕະຫຼາດການເງິນ ທີ່ທ່ານຄາເມນີ ແລະອີຣ່ານ ມີຢູ່ນັ້ນ. ລັດ
ຖະມົນຕີວ່າການກະຊວງການເງິນ ທ່ານສຕີເວັນ ມານູຈິນ ໄດ້ ກ່າວວ່າ ການ​ເອົາ​ບາດ
​ກ້າວ​ດັ່ງ​ກ່າວ ຈະກັກຊັບ​ສິນ​ອີ​ຣ່ານ "ຫຼາຍ​ສິບ​ພັນ​ຕື້​ໂດ​ລາ​ໄວ້" ຢ່າງ “ແນ່ນອນ.”

ທ່ານມານູຈິນ ຍັງໄດ້ກ່າວອີກວ່າ ສະຫະລັດ ອາດຍັງຈະແນເປົ້າໝາຍໃສ່ ລັດຖະມົນຕີ
ວ່າການຕ່າງປະເທດຂອງອີຣ່ານ ທ່ານໂມຮຳມັດ ຈາວາດ ຊາຣີຟ ຊຶ່ງເປັນຜູ້ມີບົດບາດ
ຄົນນຶ່ງ ທີ່ຮູ້ຈັກກັນຫຼາຍທີ່ສຸດໃນເວທີຂອງໂລກ ດ້ວຍການວາງ ມາດຕະການລົງໂທດ
ໃນສອງສາມມື້ຂ້າງໜ້ານີ້.

ທ່ານທຣຳເອີ້ນຄຳສັ່ງຂອງທ່ານວ່າ ເປັນມາດຕະການຕອບໂຕ້ທີ່ “ເຂັ້ມງວດແລະສົມ
ເຫດສົມຜົນ”
ຕໍ່ການຍິງເຮືອບິນບໍ່ມີຄົນຂັບ ຫຼື ໂດຣນຂອງສຫະລັດຕົກ ໂດຍເຕຫະຣ່ານ
ເມື່ອສັບປະດາແລ້ວນີ້ ຊຶ່ງວໍຊິງຕັນກ່າວວ່າ ໄດ້ເກີດຂຶ້ນໃນເຂດນ່ານຟ້າຂອງສາກົນ
ຢູ່ໃກ້ກັບຊ່ອງແຄບຮໍມຸສ ແລະອີຣ່ານ ກໍອ້າງວ່າ ເກີດຂຶ້ນຢູ່ເທິງ ນ່ານຟ້າຂອງຕົນ.

ຜູ້ນຳສະຫະລັດ ໄດ້ກ່າວວ່າ ທ່ານໄດ້ວາງມາດຕະການລົງໂທດ ກໍຍ້ອນ “ການກະທຳ
ທີ່ທ້າທາຍ”
ຫຼາຍຢ່າງລຽນຕິດ ທີ່ດຳເນີນການໂດຍອີຣ່ານ ຊຶ່ງບັນດາເຈົ້າໜ້າທີ່
ສະຫະລັດ ກ່າວວ່າ ລວມທັງການແນເປົ້າໝາຍໃສ່ກຳປັ່ນຂອງປະເທດນໍເວ ແລະຍີ່ປຸ່ນ
ທີ່ແລ່ນຢູ່ໃນ​ບໍ​ລິ​ເວນຊ່ອງແຄບຮໍ​ມຸ​ສ ຂອງອີຣ່ານ ດ້ວຍການວາງລະເບີດເຫຼັກ​ກ້າ ​ບໍ່​ເທົ່າ​
ໃດ​ມື້ກ່ອນໜ້າການໂຈມຕີ ຕໍ່ເຮືອບິນ​ບໍ່​ມີ​ຄົນ​ຂັບ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG