ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ ຈະ​ສະ​ເໜີ ມາດ​ຕະການ​ລົງ​ໂທດ ຄັ້ງ​ໃໝ່ ຕໍ່​ອີ​ຣ່ານ


ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ໄມ​ຄ໌ ພອມ​ພຽວ ໃຫ້​ຄວາມ​ເຫັນ​ທີ່​ກະ​ຊວງ​ການ​ຕ່າງ​ປະ​ເທດ ຢູ່​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ເມື່ອ​ວັນ​ທີ 13 ມິ​ຖຸ​​ນາ 2019.
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ໄມ​ຄ໌ ພອມ​ພຽວ ໃຫ້​ຄວາມ​ເຫັນ​ທີ່​ກະ​ຊວງ​ການ​ຕ່າງ​ປະ​ເທດ ຢູ່​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ເມື່ອ​ວັນ​ທີ 13 ມິ​ຖຸ​​ນາ 2019.

ສະ​ຫະ​ລັດ​ ມີ​ກຳ​ນົດ​ທີ່​ຈະ​ນຳ​ສະ​ເໜີ ​ການ​ລົງ​ໂທດ​ໃໝ່ ຕໍ່​ອີ​ຣ່ານ ​ໃນ​ວັນ​ຈັນ​ມື້ນີ້​ໂດຍຊອກ​ຫາຊ່ອງ​ທາງ​ກົດ​ດັນ​ເພີ້ມ​ຕື່ມ ​ຕໍ່​ເສດ​ຖະ​ກິດ​ຂອງ​ອີ​ຣ່ານ ເພື່ອ​ໃຫ້​ລັດ​ຖະ​ບານຂອງ​ປະ​ເທດ​ດັ່ງ​ກ່າວ​ປ່ຽນ​ແປງ​ການ​ປະ​ພຶດ​ຂອງ​ຕົນ.

​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ໄມ​ຄ໌ ພອມ​ພຽວ ເອີ້ນ​ມາດ​ຕະການ​ລົງ​ໂທດ​ໃໝ່​ນີ້​ວ່າ “ມີ​ຄວາມ​ສຳ​ຄັນ” ແຕ່​ບໍ່​ຍອມ​ໃຫ້​ລາຍ​ລະ​ອຽດ​ທີ່​ສະ​ເພາະເຈາະ​ຈົງ​ຕໍ່​ພວກ​ນັກ​ຂ່າວ​ ກ່ອນ​ການ​ປະ​ກາດ​ຢ່າງ​ເປັນ​ທາງ​ການ.

ທ່ານ​ໄດ້​ໃຫ້​ຄວາມ​ເຫັນ​ດັ່ງ​ກ່າວ ກ່ອນ​ອອກ​ເດີນ​ທາງ​ໄປ​ຍັງ​ຊາ​ອຸ​ດີ ອາ​ຣາ​ເບຍ ແລະ​ສະ​ຫະ​ລັດ ​ອາ​ຣັບ ​ເອ​ເມີ​ເຣ​ສ ເພື່ອ​ສືບ​ຕໍ່​ການ​ດຳ​ເນີນ​ຄວາມ​ພະ​ຍາ​ຍາມຂອງ​ລັດ​ຖະ​ບານ​ທ່ານ​ທ​ຣຳ ໃນ​ການ​ເສີມ​ສ້າງ​ແນວ​ໂຮມ​ປະ​ເທດ​ພັນ​ທະ​ມິດ​ສຳລັບ​ຮັບ​ມື​ກັບ​ອີ​ຣ່ານ. ທ່ານ​ພອມ​ພຽວ​ໃນ​ວັນ​ຈັນ​ມື້ນີ້ ໄດ້​ພົບ​ປະ​ກັບ​ກະ​ສັດ​ຊາ​ລແມນ ແລະ​ອົງ​ມົງ​ກຸດ​ຣາ​ຊະ​ກຸມ​ມານ ໂມ​ຮຳ​ເໝັດ ບິນ ຊາ​ລ​ແມນ ແຫ່ງ​ຊາອຸດີ​ ອາ​ຣາ​ເບຍ.

ທ່ານ​ພອມ​ພຽວ​ກ່າວ​ວ່າ “ໂລກ​ຄວນ​ຈະ​ຮູ້​ວ່​າ ພວກ​ເຮົາ​ຈະ​ສືບ​ຕໍ່ ​ເພື່ອ​ໃຫ້​ເປັນ​ທີ່ ເຂົ້າ​ກັນ​ໃຈ​ວ່າ ຄວາມ​ພະ​ຍາ​ຍາມນີ້ ທີ່​ພວກ​ເຮົາ​ໄດ້​ພົວ​ພັນ​ໃນ​ການ​ປະ​ຕິ​ເສດ​ບໍ່ໃຫ້​ອີ​ຣ່ານ​ມີ​ຊັບ​ພະ​ຍາ​ກອນ​ເພື່ອ​ສະ​ໜັບ​ສະ​ໜຸນ​ການ​ກໍ່​ການ​ຮ້າຍ ເພື່ອ​ສ້າງ​ລະບົບ​ອາ​ວຸດ​ນິວ​ເຄ​ລຍ ເພື່ອ​ສ້າງ​ໂຄງ​ການ​ລູກ​ສອນ​ໄຟ ພວກ​ເຮົາ​ຈະ​ປະ​ຕິ​ເສດ​ບໍ່ໃຫ້​ພວກ​ເຂົາ​ມີ​ຊັບ​ພະ​ຍາ​ກອນ ​ທີ່​ພວກ​ເຂົາ​ຕ້ອງ​ການເຮັດ​ສິ່ງ​ເຫຼົ່າ​ນັ້ນ ​ເພື່ອ​ປົກ​ປ້ອງ​ຜົນ​ປະ​ໂຫຍດ ​ຂອງ​ສະ​ຫະ​ລັດ ແລະ ຄວາມ​ປອດ​ໄພ​ຂອງ​ປະ​ຊາ​ຊົນ​ອາ​ເມຣິ​ກັນ ຢູ່​ໃນ​ທົ່ວ​ໂລກ.”

ອີ​ຣ່ານ​ໄດ້​ປະ​ຕິ​ເສດ​ວ່າ ຕົນ​ບໍ່​ໄດ້​ດຳ​ເນີນ​ການ​ເພື່ອ​ສ້າງ​ອາ​ວຸດ​ນິວ​ເຄ​ລຍ ແລະ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ ປີ 2015 ກັບ​ສະ​ຫະ​ລັດ ອັງ​ກິດ ຈີນ ຝ​ຣັ່ງ ຣັດ​ເຊຍ ແລະ​ເຢຍ​ຣະ​ມັນ ເພື່ອ​ຫລຸດ​ຜ່ອນ​ຄວາມ​ວິ​ຕົກ​ກັງ​ວົນ​ເຫຼົ່າ​ນັ້ນໂດຍ​ຈຳ​ກັດ​ກິດ​ຈະການ​ທາງ​ດ້ານ​ນິວ​ເຄ​ລຍ​ຂອງ​ຕົນ ເພື່ອ​ແລກ​ປ່ຽນ​ກັບ​ການ​ຜ່ອນ​ຜັນ​ໃນ​ການ​ລົງໂທດ.

ແຕ່​ຄວາມ​ສຳ​ພັນ​ຂອງ​ສະ​ຫະ​ລັດ ກັບ​ອີ​ຣ່ານ​ໄດ້​ຊຸດ​ໂຊມ​ລົງພາຍ​ໃຕ້​ລັດ​ຖະ​ບານຂອງ​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ໂດຍ​ສະ​ເພາະ​ແລ້ວ ນັບ​ແຕ່​ທ່ານ​ໄດ້​ຕັດ​ສິນໃຈ​ໃນ​ປີ​ກາຍ ຖອນ​ສະ​ຫະ​ລັດ​ ອອກ​ຈາກ​ຂໍ້​ຕົກ​ລົງ​ນິວ​ເຄ​ລຍ ແລະ​ທຳ​ການ​ລົງໂທດ​ທາງ​ດ້ານ​ເສດ​ຖະ​ກິດ​ຄັ້ງ​ໃໝ່​ຕໍ່​ອີ​ຣ່ານ.

ທ່ານ​ທ​ຣຳ​ບໍ່​ເຫັນ​ພ້ອມ​ກັບ​ຂໍ້​ຕົກ​ລົງ​ຍ້ອນ​ວ່າ ມັນ​ອ່ອນ​ແອ​ໂພດ ແລະ​ບໍ່​ໄດ້​ຮວມເອົາ​ການ​ຈຳ​ກັດ​ກ່ຽວ​ກັບ​ໂຄງ​ການ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຂອງ​ອີ​ຣ່ານ​ເຂົ້າ​ໄວ້ນຳ

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG