ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປະທານາທິບໍດີດໍໂນລ ທຣໍາ ເຕືອນ ປະທານາທິບໍດີ ອີຣ່ານວ່າ "ຢ່າ​ຂົ່ມຂູ່​ສະຫະ​ລັດ​ຈັກ​ເທື່ອ"


A family evacuates from their flooded home following heavy rain in Bandung, Indonesia.
A family evacuates from their flooded home following heavy rain in Bandung, Indonesia.

ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣໍາ ​ໄດ້​ເຕືອນ​ປະທານາທິບໍດີອີຣ່ານ ທ່ານ
ຮາ​ຊຊານ ຮູຣາ​ນີ ວ່າ “ຢ່າ​ຂົ່ມຂູ່​ສະຫະ​ລັດ​ຈັກ​ເທື່ອ” ຢູ່ໃນ​ການ​ສົ່ງ​ຂໍ້ຄວາມທາງ​ທວິດ
​ເຕີທີ່​ເກີດ​ຂຶ້ນ​ບໍ່​ດົນ ຫຼັງ​ຈາກລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ທ່ານ​ພອມພຽວ ​ໄດ້​ຖະ​
ແຫຼ​ງ ຕິຕຽນບັນດາຜູ້ນຳ​ອີຣ່ານ.

ປະທານາທິບໍດີ​ທຣໍາ​ໄດ້​ຂຽນລົງໃນທວີດເຕີ້ ​ໃນຕ​ອນ​ແລງ​ວັນ​ອາທິດ​ວານ​ນີ້​ວ່າ “ຢ່າ​
ເລີ​ຍຢ່າ​ຂົ່ມຂູ່​ສະຫະລັດອີກຈັກເທື່ອ​ ​ບໍ່ດັ່ງນັ້ນທ່ານຈະໄດ້​ຮັບ​ຄວາມ​ຊອກ​ຊໍ້າ​ຕິດຕາມ
ມາ ຄື​ດັ່ງ​ຫຼາຍໆ​ຄົນ ​ໃນຕະຫຼອດ​ປະຫວັດສາດ​ທີ່​ຜ່າ​ນ​ມາ ທີ່​ໄດ້​ຮັບ​ຄວາມ​ຊອກ​ຊໍ້າ​ມາ​
ກ່ອນ. ພວກເຮົາ​ບໍ່​ແມ່ນ​ປະ​ເທດ​ທີ່​ຈະ​ທົນ​ຕໍ່ຄຳ​ເວົ້າ​ຜິ​ບ້າ​ແລະຄວາມຮຸນແຮງຂອງທ່ານ ​ກັບຄວາມຕາຍ. ຈົ່ງ​ລະມັດລະວັງ.

ປາກົດ​ວ່າ ທ່ານໄດ້ຕອບ​ໂຕ້​ ຕໍ່​ລາຍ​ງານ​ໃນ​ຕອນ​ເຊົ້າ​ມື້​ນັ້ນ ທີ່ອ້າງເຖິງ​ຄຳ​ເວົ້າຂອງ​ທ່ານ
​ຣູຮາ​ນີ ​ທີ່ເຕືອນ​ທ່ານ​ທຣໍາວ່າ “ຢ່າຫລິ້ນ​ກັບ​ຫາງ​ສິງ ມັນຈະ​ນຳພາ​ໄປ​ສູ່ຄວາມ​ຜິດ​ຫວັງ.”

ທ່ານຣູຮາ​ນີ ກ່າວ​ວ່າ “ອາ​ເມຣິກາ​ຕ້ອງ​ເຂົ້​າ​ໃຈ​ດີວ່າ ສັນຕິພາບ​ກັບ​ອີີຣ່ານ​ເປັນ​ມານດາ
​ຂອງ​ສັນຕິ​ພາບ​ທັງ​ໝົດ ​ແລະ​ສົງຄາມ​ກັບ​ອີຣ່ານ​ເປັນ​ແມ່​ຂອງ​ສົງຄາມ​ທັງ​ໝົດ.”

ນາຍ​ພົນ ​ໂກ​ລໍາ ​ໂຮ​ຊ​ເຊ​ນ ​ເກັບ​ປາຣວາ ​ເຈົ້າ​ໜ້າ​ທີ່​ອາວຸ​ໂສໜ່ວຍ​ພິທັກປະຕິ​ວັດອີຣ່ານ
ບໍ່ໄດ້​ໃຫ້​ຄວາມ​ສຳຄັນ​ຕໍ່ຄຳ​ຖະ​ແຫຼ​ງຂອງ​ທ່ານ​ທຣໍາ ວ່າ​ເປັນ “ສົງຄາມ

​ຈິ​ດຕະວິທະຍາ” ​ທັງ​ກ່າວ​ວ່າ ທ່ານ​ທຣໍາຈະ​ບໍ່​ເອົາເລື້ອງກັບ​ອີຣ່ານ.

ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານໄມຄ໌ ພອມພຽວ ກ່າວ "ສະຫັບສະໜູນ ປາກສຽງຊາວອີຣ່ານ" " ຢູ້ທື່ຫ້ອງສະມຸດປະທານາທິບໍດີ ຣາໂນລ ເຣກັນ ທີ່ເມືອງ ຊີມີ ວາລເລ ລັດຄາລີຟໍເນຍ ວັນທີ 22 ກໍລະກົດ 2018.
ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານໄມຄ໌ ພອມພຽວ ກ່າວ "ສະຫັບສະໜູນ ປາກສຽງຊາວອີຣ່ານ" " ຢູ້ທື່ຫ້ອງສະມຸດປະທານາທິບໍດີ ຣາໂນລ ເຣກັນ ທີ່ເມືອງ ຊີມີ ວາລເລ ລັດຄາລີຟໍເນຍ ວັນທີ 22 ກໍລະກົດ 2018.

ທ່ານ​ພອມພຽວກ່າວ​ຕໍ່​ບັນດາ​ຜູ້​ຟັງ​ຢູ່ ຫ້ອງ​ສະມຸດປະທານ​າທິບໍດີ ໂຣ​ໂນ​ລ ​ເຣກັນ ຢູ່​ໃນ
​ລັດ​ຄາ​ລີ​ຟໍ​ເນ​ຍວ່າ​ ລັດຖະບານ​ ຢູ່​ໃນ​ອີຣ່ານ ​ໄດ້​ກາຍ​ມາ​ເປັນຄວາມ​ຝັນ​ຮ້າຍ​ຂອງປະຊາ​
ຊົນ​ອີຣ່ານ.

ນັກການ​ທູດຂັ້ນສູງ​ສະຫະລັດ​ທ່ານນີ້ກ່າວ​ວ່າ ສະຫະລັດ​ບໍ່​ໄດ້​ຢ້ານ​ກົວວ່າຈະ​ກົດ​ດັນ​ລັດ
ຖະບານ​ອີຣ່ານຢ່າງແຮງສຸດ ​ໃນ​ຂະນະ​ທີ່​ທ່ານ​ຮຽກຮ້ອງ​ໃຫ້​ພັນທະ​ມິດ​ສະຫະລັດ​ທັງ​ໝົດ​ໃຫ້ຮ່ວມ​ກົດ​ດັນ​ດ້ານ​ການ​ເງິນຊ່ອຍກັນຕໍ່​ລັດຖະບານດັ່ງກ່າວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG