ສະຫະລັດກໍາລັງທໍາການເຈລະຈາກັບພວກປະເທດທີ່ສັ່ງຊື້ນໍ້າມັນລາຍໃຫຍ່ຈາກອີຣ່ານ ຮວມທັງເກົາຫລີໃຕ້ແລະຍີ່ປຸ່ນກ່ຽວກັບການລົດຜ່ອນການຊື້ນໍາມັນຂອງຕົນລົງອັນເປັນພາກສ່ວນນຶ່ງຂອງການລົງໂທດຕ່າງໆທີ່ແນເປົ້າໝາຍໃສ່ທະນາຄານແຫ່ງຊາດຂອງອີຣ່ານນັ້ນ.
ເຈົ້າໜ້າທີ່ຂັ້ນອາວຸໂສຂອງເກົາຫລີໃຕ້ຄະນະນຶ່ງກໍາລັງເດີນທາງມາຍັງກຸງວໍຊິງຕັນໃນວັນອັງຄານມື້ນີ້ ເພື່ອທໍາການໂອ້ລົມສົນທະນະກັນ ທີ່ຮວມທັງເລື້ອງປະລິມານນໍ້າມັນທີ່ເກົາຫລີໃຕ້ຕ້ອງຕັດລົງເທົ່າໃດ.ເວລານີ້ເກົາຫລີໃຕ້ສັ່ງຊື້ນໍ້າມັນຈາກອີຣ່ານປະມານ 10 ເປີເຊັນ ຂອງນໍ້າມັນທີ່ນຳເຂົ້າທັງໝົດ.
ສະຫະລັດໄດ້ປະກາດການລົງໂທດຕໍ່ສະຖາບັນການເງິນຕ່າງໆທີ່ດໍາເນີນທຸລະກິດກັບທະນາຄານແຫ່ງຊາດຂອງອີຣ່ານຊຶ່ງເປັນບ່ອນແລກ ປ່ຽນເອກະສານແລະເງິນກ່ຽວກັບການຂາຍນໍ້າມັນຂອງກຸງເຕຫະຣ່ານ ນັ້ນ. ການເອົາມາດຕະການດັ່ງກ່າວຈະອະນຸມັດໃຫ້ມີການຍົກເວ້ນສໍາລັບພວກປະເທດຕ່າງໆທີ່ລົດຜ່ອນການສັ່ງຊື້ນໍ້າມັນຂອງຕົນຈາກອີຣ່ານ ນັ້ນ.
ກະຊວງການຕ່າງປະເທດຍີ່ປຸ່ນກ່າວໃນວັນຈັນວານນີ້ວ່າ ຕົນຍັງບໍ່ທັນໄດ້ບັນລຸຂໍ້ຕົກລົງໃດໆກັບສະຫະລັດ ແຕ່ວ່າການໂອ້ລົມກັນເລື້ອງການຕັດການສັ່ງຊື້ນໍ້າມັນລົງຈາກອີຣ່ານ ກໍາລັງດໍາເນີນໄປຢູ່ໃນເວລານີ້.
ການລົງໂທດເຫລົ່ານີ້ພາໃຫ້ມີຄວາມຢ້ານກົວກັນວ່າ ຈະເຮັດໃຫ້ລາຄານໍ້າມັນແພງຂຶ້ນ ຊຶ່ງສາມາດເປັນໄພຕໍ່ເສດຖະກິດທີ່ແຕກຫັກໄດ້ງ່າຍໆໃນຂັ້ນຕໍ່ໄປນັ້ນ. ແຕ່ພວກປະເທດຜະລິດນໍ້າມັນອື່ນໆພາຍໃຕ້ການນໍາພາຂອງຊາອູດີ ອາຣາເບຍ ໄດ້ກ່າວມາກ່ອນວ່າ ພວກຕົນສາມາດເພີ່ມການຜະລິດຂອງພວກຕົນເພື່ອຮັກສາປະລິມານນໍ້າມັນໃຫ້ຢູ່ໃນລະດັບນີ້ຕໍ່ໄປໄດ້.