ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະຫະລັດ ຍົກເວັ້ນ 11 ປະເທດ ຈາກການລົງໂທດ ຍ້ອນຊື້ນໍ້າມັນ ຈາກອິຣ່ານ


ທ່ານນາງ ຄລິນຕັນ ລັດຖະມົນຕີຕ່າງປະເທດສະຫະລັດກ່າວຊົມເຊີຍພວກ
ປະເທດພາກພື້ນຢູໂຣບທີ່ຕັດການຊື້ ນໍ້າມັນຂອງອິຣ່ານ
ທ່ານນາງ ຄລິນຕັນ ລັດຖະມົນຕີຕ່າງປະເທດສະຫະລັດກ່າວຊົມເຊີຍພວກ ປະເທດພາກພື້ນຢູໂຣບທີ່ຕັດການຊື້ ນໍ້າມັນຂອງອິຣ່ານ

ສະຫະລັດ​ກ່າວ​ວ່າ 11 ປະ​ເທດ​ໄດ້​ລົດ​ປະລິມານ​ການ​ຊື້​ນໍ້າມັນ​ຂອງ​ອິຣ່ານ ລົງ​ໄປ​ຢ່າງ
ຫລວງຫລາຍ​ແລ້ວ ​ແລະ​ຈະ​ບໍ່​ຖືກ​ສະຫະລັດ ທຳ​ການ​ລົງ​ໂທດ ທີ່​ຕັ້ງ​ໃຈ​ຈະ​ກົດ​ດັນ​ອີຣ່ານ
ກ່ຽວ​ກັບ​ໂຄງກາ​ນນີວ​ເຄລຍທີ່​ເປັນ​ຂໍ້​ໂຕ້​ແຍ້​ງນັ້ນ.

ໃນ​ຖະ​ແຫລ​ງການ​ສະບັບ​ນຶ່ງ​ເມື່ອ​ວັນ​ອັງຄານ​ວານນີ້ ທ່ານນາງ ຮິ​ລ​ແລຣີ ຄລິນ​ຕັນ ​ໄດ້
ຊົມ​ເຊີຍພວກ​ປະ​ເທດ​ຕ່າງໆ ​ສ່ວນ​ໃຫຍ່​ແມ່ນ​ພວກ​ປະ​ເທດ​ພາກ​ພື້ນ​ຢູ​ໂຣບ ​ແລະ​ຂະນະ
ດຽວ​ກັນ​ກໍ​ໄດ້​ຮຽກຮ້ອງ​ໃຫ້​ພວກ​ປະ​ເທດ​ອື່ນໆ ທີ່​ນໍາ​ເຂົ້ານໍ້າມັນ​ຂອງ​ອິຣ່ານ​ໃຫ້​ປະຕິບັດ
ຕາມ. ທ່ານນາງ ​ໄດ້​ສະ​ແດງ​ຄວາມ​ຍ້ອງຍໍ​ຍີ່ປຸ່ນ​ເປັນ​ພິ​ເສດ ​ໂດຍ​ກ່າວ​ວ່າຍີ່ປຸ່ນ​ໄດ້​ຕັດ​ການ​
ນໍາ​ເຂົ້ານໍ້າ ມັນ​ຂອງ​ອິຣ່ານ​ລົງ ທັງໆ​ທີ່​ຕົນ​ກໍາລັງ​ປະ​ເຊີນ​ກັບ​ບນັາ​ທ້າ​ທາຍ​ດ້ານ​ພະລັງ
ງານ​ຢ່າງ​ໜັກໜ່ວງ​ຢູ່​ກໍ​ຕາມ.

ທ່ານ Osamu Fujimura ຫົວໜ້າ​ຫ້ອງການ​ລັດຖະບານ​ຂອງ​ຍີ່ປຸ່ນ​ກ່າວ ​ເມື່ອ​ວັນ​ພຸດ​ມື້ີ
ນີ້​ວ່າ ປະ​ເທດ​ຂອງ​ທ່ານ​ພ້ອມ​ທີ່​ຈະ​ປະຕິບັດ​ການ​ກ່ຽວ​ກັບ​ເລຶ່ອງນີ້​ຫລາຍ​ຂຶ້ນ​ໄປ​ອີກ.

ທ່ານ ຟູ​ຈິ​ມູຣະ ກ່າວ​ອີກ​ວ່າ ຍີ່ປຸ່ນ​ໄດ້​ບອກ​ສະຫະລັດ​ໄປ​ແລ້ວ​ວ່າ ຍີ່ປຸ່ນະ​ເລັ່ງຕັດ​ການ
ນໍາ​ເຂົ້ານໍ້າມັນຂຶ້ນ​ອີກ.

ພວກ​ປະ​ເທດ​ອື່ນໆ​ທີ່​ມີ​ທະນາຄານ​ຂອງ​ຕົນ ​ບໍ່​ໄດ້​ຮັບ​ຜົນກະທົບ​ຈາກການ​ລົງ​ໂທດ​ນັ້ນ
ກໍ​ມີ​ປະ​ເທດ​ເບ​ຍຢ້ຽມ ສາທາລະນະ​ລັດ​ເຊັກ ​ຝຣັ່ງ ​ເຢຍຣະມັນ ກຣີສ ອິຕາ​ລີ ​ເນ​ເທີ​ແ​ລນ
ໂປ​ແລນ ສະ​ເປ​ນ ​ແລະ​ອັງກິດ. ການ​ຍົກ​ເວັ້ນ ຈະ​ໃຊ້​ໄດ້​ເຖິງໄລຍະ​ຕໍ່​ອາຍຸ 180 ມື້.

ທ່ານ Timothy Geithner ລັດຖະມົນຕີ​ກ​ຊວງການ​ເງິນ​ສະຫະລັດ​ບອກ ຄະນະ​ກໍາມະ
ການ​ສະພາ​ຕໍ່າ​ສະຫະລັດເມື່ອ​ວັນ​ອັງຄານ​ວານ​ນີ້​ວ່າ ການ​ສະ​ໜັບສະ​ໜຸນ​ຂອງຢູ​ໂຣບ​ໃນ
ເລຶ່ອງນີ້​ຖື​ວ່າ​ສໍາຄັນ​ທີ່​ສຸດ ​ແລະ​ວ່າສະຫະລັດ​ກໍ​ໄດ້​ຮັບ​ກຳລັງ​ໃຈ​ຍ້ອນ​ການ​ໃຫ້​ຄວາມ​ຮ່ວມ
ມື​ຢ່າງ​ກວ້າງ​ຂວາງ​ກັບ​ພວກ​ພາຄີ​ການ​ຄ້າ​ຂອງ​ອິຣ່ານນັ້ນ​ນໍາ.

XS
SM
MD
LG