ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳປັ່ນລົບ ສະຫະລັດ ຍິງປືນເຕືອນ ໃສ່ກຳປັ່ນ ທະຫານ ອີຣ່ານ


ກຳປັ່ນ ອີຣ່ານ ແລ່ນເຂົ້າໄປໃກ້ ກຳປັ່ນລົບ USS Thunderbolt ຂອງ ສະຫະລັດ (ຂວາ) ໃນອ່າວເປີເຊຍ. ສະໜອງພາບໃຫ້ໂດຍ ກອງທັບເຮືອ ສະຫະລັດ. 25 ກໍລະກົດ, 2017.
ກຳປັ່ນ ອີຣ່ານ ແລ່ນເຂົ້າໄປໃກ້ ກຳປັ່ນລົບ USS Thunderbolt ຂອງ ສະຫະລັດ (ຂວາ) ໃນອ່າວເປີເຊຍ. ສະໜອງພາບໃຫ້ໂດຍ ກອງທັບເຮືອ ສະຫະລັດ. 25 ກໍລະກົດ, 2017.

ກຳປັ່ນກອງທັບເຮືອ ສະຫະລັດ ທີ່ທຳການລາດຕະເວດຢູ່ອ່າວເປີເຊຍ ໄດ້ຍິງປືນເຕືອນ
ໃສ່ກຳປັ່ນຂອງໜ່ວຍພິທັກປະຕິວັດ ອີຣ່ານ ທີ່ໄດ້ແລ່ນເຂົ້າມາໃກ້ຢ່າງໜ້າອັນຕະລາຍ
ໃນຕອນເຊົ້າຂອງວັນອັງຄານວານນີ້ຕາມເວລາໃນທ້ອງຖິ່ນ.

ກຳປັ່ນ USS Thunderbolt ໄດ້ຍິງ “ປືນເຕືອນສອງສາມລູກ” ໃສ່ກຳປັ່ນຂອງ ອີຣ່ານ
ຫຼັງຈາກເຂົາເຈົ້າໄດ້ເດີນທາງເຂົ້າໃກ້ກຳປັ່ນ ສະຫະລັດ ພາຍໃນລັດສະໝີ 140 ແມັດ
ດ້ວຍຄວາມໄວສູງ, ເຈົ້າໜ້າທີ່ກະຊວງປ້ອງກັນປະເທດ ສະຫະລັດ ໄດ້ກ່າວຕໍ່ວີໂອເອ
ໃນວັນອັງຄານວານນີ້.

ຖະແຫຼງການສະບັບໜຶ່ງຈາກກອງທັບເຮືອ ໄດ້ເອີ້ນການກະທຳຂອງ ອີຣ່ານ ວ່າ “ບໍ່
ປອດໄພ ແລະ ບໍ່ເປັນມືອາຊີບ.”

ກອງທັບເຮືອກ່າວວ່າ “ການກະທຳຂອງກຳປັ່ນ ອີຣ່ານ ບໍ່ໄດ້ສອດຄ່ອງກັບ ‘ກົດລະບຽບ​ເສັ້ນທາງ’ ທີ່ຖືກຮັບຮູ້ໂດຍສາກົນ ຫຼື ທຳນຽມດ້ານການເດີນທະເລທີ່ຖືກຮັບຮູ້ໂດຍສາ
ກົນໃດໆ, ກໍ່ໃຫ້ເກີດຄວາມສ່ຽງສຳລັບການຕຳກັນ.”

ການຍິງປືນ ແມ່ນໄດ້ຖືກໃຊ້​ເປັນທາງອອກສຸດທ້າຍ ຫຼັງຈາກກຳປັ່ນ ອີຣ່ານ ບໍ່​ໄດ້​ຕອບ
ວິທະຍຸ ແລະ ການສົ່ງສັນຍານສຽງຈາກກຳປັ່ນ ອາເມຣິກັນ, ລວມທັງສຽງບີບແກ 5 ຄັ້ງ
ຈາກກຳປັ່ນ ສະຫະລັດ, ເຊິ່ງແມ່ນສັນຍາລັກ ກ່ຽວກັບອັນຕະລາຍ ຂອງສາກົນ.

ເຈົ້າໜ້າທີ່ກະຊວງປ້ອງກັນປະເທດໄດ້ກ່າວຕໍ່ວີໂອເອວ່າ ກຳປັ່ນສອງລຳຈາກກອງກຳ
ລັງຍາມຊາຍຝັ່ງ ສະຫະລັດ ກໍໄດ້ອອກລາດຕະເວນກັບກຳປັ່ນ USS Thunderbolt
ໃນລະຫວ່າງເກີດເຫດການດັ່ງກ່າວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG