ບັນດາຜູ້ຕາງໜ້າຈາກອີຣ່ານ ແລະ 6 ປະເທດມະຫາອຳນາດຂອງ
ໂລກໄດ້ເລີ້ມທຳການໂອ້ລົມສົນທະນາກັນຮອບສຸດທ້າຍໃນຂະນະ
ທີ່ເສັ້ນຕາຍຫຍັບເຂົ້າມາໃກ້ ສຳລັບຂໍ້ຕົກລົງຂັ້ນສຸດທ້າຍ ກ່ຽວກັບ
ໂຄງການນີວເຄລຍຂອງເຕຫະຣ່ານ.
ພວກນັກເຈລະຈາຈາກອີຣ່ານ ສະຫະລັດ ອັງກິດ ຝຣັ່ງ ເຢຍຣະມັນ
ຈີນ ແລະຣັດເຊຍ ເລີ້ມໄຂການປະຊຸມກັນເຕັມຄະນະຂອງການໂອ້
ລົມສົນທະນາກັນເລື້ອງໂຄງການນີວເຄລຍຂອງອີຣ່ານ ຮອບທີ 6
ໃນວັນພະຫັດມື້ນີ້ ທີ່ນະຄອນວຽນນາ.
ໃນວັນພຸດວານນີ້ ອີຣ່ານໄດ້ໃຫ້ສັນຍານວ່າ ຕົນຕຽມພ້ອມທີ່ຈະເອົາ ບາດກ້າວຕ່າງໆ ທີ່ເປັນຮູບປະທຳ ເພື່ອຮັບປະກັນວ່າ ໂຄງການນີວເຄລຍຂອງຕົນ ຍັງມີວັດຖຸປະສົງໃນທາງສັນຕິຢູ່ ແຕ່ຈະບໍ່ “ຄຸກເຂົ່າຕໍ່ການຍອມຈຳນົນໃດໆ.”
ເວລາກ່າວຢູ່ໃນວີດີໂອ You Tube ລັດຖະມົນຕີຕ່າງປະເທດອີຣ່ານ ທ່ານ Javad Zarif ໄດ້ຮຽກຮ້ອງໃຫ້ພວກນັກເຈລະຈາທັງຫຼາຍ ໃຊ້ ຄວາມເຄົາລົບນັບຖືຊຶ່ງກັນແລະກັນ ແທນທີ່ຈະໃຊ້ອັນທີ່ທ່ານເອີ້ນວ່າ “ພາວະຫັນປ່ຽນແຫ່ງການເພີ່ມທະວີຂຶ້ນນັ້ນ.”
ໝົດທຸກພັກຝ່າຍ ປະເຊີນກັບກຳນົດເສັ້ນຕາຍ ຄືວັນທີ 20 ເດືອນກໍລະກົດນີ້ ເພື່ອໃຫ້ບັນລຸຂໍ້ຕົກລົງຂັ້ນສຸດທ້າຍ ຫຼືບໍ່ດັ່ງນັ້ນ ກໍຈະສ່ຽງຕໍ່ຄວາມເປັນໄປໄດ້ ທີ່ວ່າ ການໂອ້ລົມສົນທະນາກັນສາມາດຕໍ່ເວລາອອກໄປອີກ ແລະເຂົ້າສູ່ພາວະທີ່ຫຍຸ້ງຍາກຂຶ້ນ. ຄວາມພະຍາຍາມຕ່າງໆໃນເດືອນແລ້ວນີ້ ເພື່ອໃຫ້ບັນລຸຂໍ້ຕົກລົງກັນ ທີ່ມີວັດຖຸປະສົງ ແນໃສ່ຄວບຄຸມໂຄງການນີວເຄລຍ ຂອງອີຣ່ານ ເພື່ອແລກປ່ຽນກັບການຍົກເລີກການລົງໂທດຂອງສະຫະຊາຊາດແລະປະເທດ ຕາເວັນຕົກ ໄດ້ຍຸດຕິລົງໃນສະພາບທີ່ບໍ່ມີຄວາມກ້າວໜ້າໃດໆ.