ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຣານ ປະຕິເສດ ນາໆຊາດ ໃນການກວດສອບ ສະຖານທີ່ ນິວເຄຼຍ ຂອງຕົນ


ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ John Kerry (ຊ້າຍ) ໂອ້ລົມກັບລັດຖະມົນຕີຕ່າງປະເທດ ອີຣານ ທ່ານ Javad Zarif ທີ່​ນະຄອນ ​ເຈ​ນິວາ, ປະ​ເທດ​ສະ​ວິດ​ເຊີ​ແລນ, 30 ພຶດສະພາ 2015
ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ John Kerry (ຊ້າຍ) ໂອ້ລົມກັບລັດຖະມົນຕີຕ່າງປະເທດ ອີຣານ ທ່ານ Javad Zarif ທີ່​ນະຄອນ ​ເຈ​ນິວາ, ປະ​ເທດ​ສະ​ວິດ​ເຊີ​ແລນ, 30 ພຶດສະພາ 2015

ອີຣ່ານ​ ໄດ້​ກ່າວ​ຢ້ຳວ່າ​ຜູ້​ສັງ​ເກດ​ການ​ນານາ​ຊາດ​ຈະ​ບໍ່​ໄດ້​ຮັບ​ອະນຸຍາດໃຫ້​ເຂົ້າ​ໄປ​ໃນຄ້າຍ ທະຫານຕ່າງໆຂອງຕົນໃນຂະນະ ທີ່ລັດຖະມົນຕີ​ຕ່າງປະ​ເທດສະຫະລັດ ທ່ານ John Kerry ແລະຄູ່ ຕຳແໜ່ງຝ່າຍອີຣ່ານ​ ທ່ານ Mohammaf Javad Zarif ໄດ້​ພົບ​ປະກັນ​ໃນ​ນະຄອນ ​ເຈ​ນີວາ ໃນວັນ​ເສົາ​ວານນີ້ ​ເພື່​ອພະຍາຍາມ​ບັນລຸ​ຂໍ້​ຕົກ​ລົງ ​ດ້ານ​ນິວ​ເຄຼຍ.

ຮອງ​ຫົວໜ້າ​ທີ​ມ​ເຈລະຈາ​ຂອງ ອີ​ຣານ ທ່ານ Abbas Araghchi ​ໄດ້​ກ່າວ​ວ່າການ​ອະນຸຍາດ​ໃຫ້​ຄະນະ​ສັງ​ເກດ​ການ​ຂອງ UN ​ມາ​ສອບ​ຖາມ​ນັກວິທະຍາ​ສາດ​ຂອງອີ​ຣານ ແລະ ຄ້າຍຕ່າງໆຂອງພວກ ທະຫານ ບໍ່​ແມ່ນພາກ​ສ່ວນຂອງ​ການ​ເຈລະ​ຈາ.

ການ​ກວດກາ​ຄ້າຍທະຫານອີ​ຣ່ານ ​ແມ່ນ​ຄວາມ​ຕ້ອງການ​ທີ່​ສຳຄັນ​ຂອງ​ ປະ​ເທດ​ຕາ​ເວັນ​ຕົກ.

ທ່ານ Kerry ​ແລະ ທ່ານ Zarif ​ໄດ້​ຈັດການ​ເຈ​ລະ​ຈາ 6 ຊົ່ວໂມ​ງຢູ່​ທີ່​ໂຣງ​ແຣມໃນ​ນະຄອນ
ເຈ​ນີວາ ​ພ້ອມດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາຜູ້​ແທນ, ໜຶ່ງເດືອນ​ກ່ອນ​ກຳນົດ​ເສັ້ນ​ຕາຍ​ໃນວັນທີ 30 ມິຖຸນາ ເພື່ອໃຫ້ບັນລຸການ​ຕົກ​ລົງ​ກັນ​ຂັ້ນ​ສຸດ​ທ້າຍ ກ່ຽວ​ກັບຂໍ້ຕົກລົງດ້ານນິວເຄຼຍທີ່ມີຄວາມ
ສຳຄັນ​ໃນປະຫວັດສາດ​.

​ເຈົ້າ​ໜ້າ​ທີ່​ກະຊວງ​ການ​ຕ່າງປະ​ເທດ​ ສະຫະລັດ​ ໄດ້ອະທິ​ບາຍ​ການ​ເຈລະຈາ​ຄັ້ງ​ນີ້​ວ່າເປັນການ
ປະຊຸມ​ທີ່​ຮອບ​ດ້ານ ​ແລະ ​ມີ​ເນື້ອ​ຫາ​ຮັດກຸມ​ກ່ຽວ​ກັບ​ບັນຫາ​ທັງໝົດ.

XS
SM
MD
LG