ບັນດາເຈົ້າໜ້າທີ່ ຈາກສະຫະລັດ ແລະ ອີຣ່ານ ເປີດການ
ເຈລະຈາໂດຍກົງ ໃນວັນຈັນມື້ນີ້ ກ່ຽວກັບເລື່ອງ ໂຄງການນິວ
ເຄລຍຂອງອີຣ່ານ ຊຶ່ງມີເສັ້ນຕາຍ ທີ່ກຳນົດໃຫ້ມີຂໍ້ຕົກລົງສາກົນ
ທີ່ສົມບູນແບບ ໃນລະຍະອີກ 7 ອາທິດທີ່ຈະມາເຖິງນີ້.
ຮອງລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານ
William Burns ພ້ອມກັນກັບ ຮອງລັດຖະມົນຕີກະຊວງການ
ຕ່າງປະເທດອີຣ່ານ ທ່ານ Abbas Araqchi ເລີ້ມນຳພາບັນດາ
ຜູ້ແທນຂອງພວກຕົນທີ່ກ່ຽວຂ້ອງ ເຂົ້າກອງປະຊຸມທີ່ນະຄອນ
Geneva ເປັນການເຊື່ອມຕໍ່ ການເຈລະຈາຮອບຂອງບັນດາ
ນາໆຊາດທີ່ຢຸດສະງັກລົງໃນເມື່ອເດືອນແລ້ວນີ້ ແລະ ໃນຮອບ
ຕໍ່ໄປໄດ້ກຳນົດສຳລັບອາທິດໜ້ານີ້.
ຜູ້ແທນຂັ້ນສູງຂອງສະຫະພາບຢູໂຣບ ຮັບຜິດຊອບດ້ານນະໂຍບາຍຕ່າງປະເທດ ທ່ານ
ນາງ Helga Schmidt ພ້ອມກັບທ່ານນາງ Catherine Ashton ເຂົ້າຮ່ວມການເຈລະຈາ
ໃນວັນຈັນ ແລະ ອັງຄານນີ້ດ້ວຍ.
ທ່ານນາງ Catherine Ashton ໄດ້ເປັນຜູ້ນຳພາ ກຸ່ມທີ່ເອີນກັນວ່າ P5+1 ນັ້ນ ຊຶ່ງປະກອບດ້ວຍ ສະຫະລັດ ຣັດເຊຍ ຈີນ ອັງກິດ ແລະ ຝຣັ່ງ ບວກກັບ ເຢຍຣະມັນ ໃນການເຈລະຈາ ກັບປະເທດອີຣ່ານຫຼາຍຮອບຜ່ານມາ ທີ່ໄດ້ມີຂໍ້ຕົກລົງໃນເບື້ອງຕົ້ນ ເມື່ອເດືອນພຶດສະຈິກາ ຜ່ານມາ.