ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອິຣ່ານ ປະຕິເສດ ຄໍາຮ້ອງຂໍ ຂອງສະຫະລັດ ໃຫ້ອິຣ່ານ ສົ່ງຍົນບໍ່ມີຄົນຂັບ ຄືນໃຫ້ຕົນ (ເບິ່ງວີດີໂອ)


2일 새벽 버마 랑군 시 이슬람 사원에서 발생한 화재로 학생 13명이 사망한 가운데, 장례식장에 참석한 하객들이 기도를 올리고 있다.
2일 새벽 버마 랑군 시 이슬람 사원에서 발생한 화재로 학생 13명이 사망한 가운데, 장례식장에 참석한 하객들이 기도를 올리고 있다.

ອິຣ່ານກ່າວ​ວ່າ ສະຫະລັດ​ຄວນ​ຈະ​ຍອມຮັບ​ເອົາ​ຜົນທີ່​ຕາມ​ມາ​ຫລັງ​ຈາກ​ຍົນ​ສອດ​ແນມ​ບໍ່ມີ
ຄົນຂັບຂອງ​ສະຫະລັດ​ໄດ້ຕົກຢູ່ໃນດິນແດນ​ຂອງ​ອິຣ່ານ​ໃນ​ຕົ້ນ​ເດືອນ​ນີ້.

ລັດຖະບານ​ທ່ານໂອ​ບາ​ມາ​ໄດ້​ຮ້ອງ​ຂໍ​ຢ່າງ​ເປັນ​ທາງ​ການ​ໃຫ້​ອິຣ່ານສົ່ງ​ຍົນ​ລໍາດັ່ງກ່າວ​ຄືນ​ໃຫ້
ສະຫະລັດແຕ່​ທ່ານ Ramin Mehmanparast ​ໂຄສົກ​ກະຊວງການ​ຕ່າງປະ​ເທດ​ອິຣ່ານ
ກ່າວເມື່ອ​ວັນ​ອັງຄານ​ມື້​ນີ້​ວ່າ ກົງກັນຂ້າມ ​ແລ້ວສະຫະລັດ​ຄວນ​ຈະ​ຂໍ​ໂທດ​ຕໍ່ອິຣ່ານ.

ອິຣ່ານ​ໄດ້​ຮ້ອງ​ທຸກ​ໄປ​ຍັງ​ອົງການ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ອຸບັດ​ເຫດ​ຍົນ​ບໍ່ມີ​ຄົນ​ຂັບ​ຂອງ​
ສະຫະລັດ ​ແລະ​ກ່າວ​ຊໍ້າ​ອີກເມື່ອ​ວັນ​ອັງຄານ​ວານ​ນີ້ເຖິງ​ທ່າ​ທີ ຂອງ​ຕົນ​ນັ້ນວ່າ ສະຫະລັດ
ຝ່າຝືນ​ກົດໝາຍ​ລະຫວ່າງ​ຊາດ.

ທ່ານ ບາຣັກ ​ໂອ​ບາ​ມາ ປະທານາທິບໍດີ​ສະຫະລັດ ​ໃນ​ຂະນະໃຫ້​ສໍາພາດ​ກັບ​ພວກ​ນັກ​ຂ່າວ
ເມື່ອວັນ​ຈັນ​ວານ​ນີ້ ທ່ານ​ໄດ້​ປະຕິ​ເສດ​ຈະ​ໃຫ້​ຂໍ້​ຄິດ​ເຫັນ​ໃດໆ​ໃນ​ສິ່ງ​ທີ່​ທ່ານ​ເອີ້ນ​ວ່າ “​ເລຶ່ອງ
ຂອງ​ການ​ສອດ​ແນມ​ທີ່​ຖືເອົາເປັນຄວາມ​ລັບ”
ແຕ່​ລາຍ​ງານ​ຂ່າວ​ຫລາຍ​ກະ​ແສ​ເວົ້າວ່າ ຍົນ
ສອດແນມທີ່ສ້າງດ້ວຍເທັກໂນໂລຈີກ້າວໜ້າທັນສະໄໝທີ່ສຸດ ແບບເຣດ້າຈັບບໍ່ໄດ້​ນັ້ນອາດ
ຈະ ບິນ​ຫລົງ​ທາງເຂົ້າ​ໄປ​ໃນເຂດນ່ານຟ້າ​ຂອງ​ອິຣ່ານຈາກ​ອັຟກາ​ນີສຖານ ​ຫລື​ວ່າທໍາ​ການ
ສອດ​ແນມ​ໂຄງການ​ນີວ​ເຄລຍຂອງ​ອິຣ່ານ.

ທ່ານ​ໂອ​ບາ​ມາ​ກ່າວ​ວ່າ ສະຫະລັດ​ໄດ້​ຮ້ອງ​ຂໍ​ໃຫ້​ອິຣ່ານສົ່ງ​ຍົນ​ບໍ່​ມີ​ຄົນ​ຂັບ​ລໍາ ນັ້ນ​ຄືນ​ໃຫ້​ສະ
ຫະລັດ ​ແລະ​ຈະ​ລໍ​ເບິ່ງ​ວ່າອິຣ່ານຈະ​ຕອບ​ຄໍາ​ຮ້ອງ​ຂໍ​ວິທີ​ໃດ ​ແຕ່​ທ່ານ​ນາງຮິ​ລ​ແລຣີ ຄລິນ​ຕັນ
ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ​ກ່າວ ວ່າ ຖ້າ​ເວົ້າ​ເຖິງ​ພຶດຕິການ​ທີ່​ຜ່ານ​ມາ​ຂອງ​ອິຣ່ານ
ນັ້ນ ​ເຮົາ​ບໍ່​ຫວັງ​ເລີຍ​ວ່າ​ອິ ຣ່ານຈະ​ເຮັດ​ຕາມ​ຄໍາ​ຮ້ອງ​ຂໍ​ຂອງ​ເຮົາ.

XS
SM
MD
LG