ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ແລະອີຣ່ານ ໂອ້ລົມສົນທະນາກັນ ເລື້ອງຂໍ້ຕົກລົງນີວເຄລຍ


 Ayatollah Ali Khamenei ຜູ້ນຳສູງສຸດຂອງອີຣ່ານ ກ່າວໃນກອງປະຊຸມ ກັບພວກເອກອັກຄະລັດຖະທູດອີຣ່ານ ທີ່ເຕຫະຣ່ານ ວັນທີ 13 ສິງຫາ 2014.
Ayatollah Ali Khamenei ຜູ້ນຳສູງສຸດຂອງອີຣ່ານ ກ່າວໃນກອງປະຊຸມ ກັບພວກເອກອັກຄະລັດຖະທູດອີຣ່ານ ທີ່ເຕຫະຣ່ານ ວັນທີ 13 ສິງຫາ 2014.

Ayatollah Ali Khamenei ຜູ້ນຳ​ສູງ​ສຸດ​ຂອງ​ອີຣ່ານ ກ່າວ​ໃນ
​ວັນອາທິດ​ມື້​ນີ້​ວ່າ ທ່ານ​ເຫັນ​ດີ​ນຳ​ ການ​ບັນລຸ​ຂໍ້​ຕົກລົງດ້ານ​ນີວ
​ເຄລຍ ກັບ ພວກ​ປະ​ເທດ​ມະຫາ​ອຳນາດ ຕາບ​ໃດ​ທີ່​ສົນທິສັນຍາ
​ດັ່ງກ່າວ​ ບໍ່​ຂັດ​ຕໍ່ຜົນ​ປະ​ໂຫຍ​ດອັນ​ດີ​ທີ່​ສຸດຂອງ​ປະ​ເທດ​ນີ້.

ຜູ້ນຳ​ຂອງ​ອີຣ່ານ ​ໄດ້​ກ່າວ​ຖ້ອຍ​ຖະ​ແຫຼ​ງດັ່ງກ່າວ​ ຕໍ່​ບັນດາ​ພະນັກ
ງານ​ກອງທັບອາກາດ ​ໃນ​ເວລາ​ດຽວ​ກັນ​ກັບທີ່ ​ລັດຖະມົນຕີ​ການ
​ຕ່າງປະ​ເທດ​ຂອງ​ທ່ານ​ ກ່າວ​ປາ​ໄສ​ຢູ່​ທີ່​ນະຄອນ Munich ກ່ຽວ​
ກັບ​ການ​ແກ້​ໄຂ​ບັນຫາ ​ເລື້ອງ​ເຮັດ​ຂໍ້​ຕົກລົງ​ນີວ​ເຄລຍກັນ​ນັ້ນ.

ທ່ານ Javad Zarif ກ່າວ​ວ່າ ທ່ານ “ໄດ້​ເຂົ້າ​ພົວພັນ​ ໃນ​ການ​ໂອ້ລົມ​ສົນທະນາ​ກັນ​ ຢ່າງ​
ເອົາ​ຈິງ​ເອົາ​ຈັງ” ​ໃນ​ວັນ​ອາທິດ​ມື້​ນີ້ ກັບ​ທ່ານJohn Kerry ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ກ່ຽວ​ສະພາບ​ການ​ຂອງ​ໂຄງການ​ນີວ​ເຄລຍຂອງ​ອີຣ່ານນັ້ນ.

ທ່ານ Zarif ກ່າວ​ວ່າ ຊ່ອງ​ທາງ​ດຽວ​ທີ່​ຈະ​ພົວພັນ​ກັບ​ອີຣ່ານໄດ້ ກໍແມ່ນ ຜ່ານ “ການ​ເຄົາ
ລົບ
ນັບຖື ​ແລະ​ການ​ເຈລະຈາ​ກັນ.”ທ່ານ​ໄດ້​ຕຳໜິຕິຕຽນການ​ລົງ​ໂທດ​ຕ່າງໆ ທີ່​ໄດ້​ບັງ
ຄັບ​ໃຊ້​ມາ​ຕໍ່​ອີຣ່ານ ​ໂດຍ​ກ່າວ​ວ່າ ການ​ຈຳກັດ​ຮັດ​ແຄບເຫລົ່າ​ນັ້ນ ​ບໍ່ໄດ້ບັນລຸ​ຜົນທີ່​ຕ້ອງ
ການ​ຂອງ​ມັນ.

ນັກ​ການ​ທູດສູງ​ສຸດ​ຂອງ​ອີຣ່ານ ກ່າວ​ວ່າ ມັນ​ຈະ​ບໍ່​ເປັນ​ “ການ​ສິ້ນ​ສຸດ​ລົງຂອງ​ໂລກ” ຖ້າ​
ບໍ່​ໄດ້​ບັນລຸຂໍ້​ຕົກລົງ​ດ້ານ​ນີວ​ເຄລຍ ​ກັນ​ກັບ​ພວກ​ປະ​ເທດ​ມະຫາ​ອຳນາດ ​ແຕ່​ທ່ານກໍ​ຢາກ​
ໃຊ້​ເວລາໃນອີກ 6 ສັບປະດາ​ຂ້າງ​ໜ້ານີ້ ​ເພື່ອ​ຕັ້ງ​ອົກ​ຕັ້ງ​ໃຈ​ໃສ່​ການ​ຊອກ​ຫາ​ທາງ​ແກ້​ໄຂ
ບັນຫາ.

​ເວລາ​ກ່າວ​ປາ​ໄສ​ຕໍ່​ກອງ​ປະຊຸມ​ວ່າ​ດ້ວຍ​ຄວາມ​ໝັ້ນຄົງ ​ທີ່ນະຄອນ Munich ທ່ານ Kerry
ກ່າວ​ວ່າ ທ່ານ​ຫວັງ​ວ່າ​ຈະ “​ໄດ້​ຮັບ​ການ​ແກ້​ໄຂ​ກັນ​ຢ່າງ​ສັນຕິ” ກ່ຽວ​ກັບ​ໂຄງການ​ນີວເຄລຍ
ຂອງ​ອີຣ່ານນັ້ນ.

ຝ່າຍ​ຕາ​ເວັນ​ຕົກ​ກ່າວ​ຫາ​ເຕຫະຣ່ານວ່າ ກຳລັງພະຍາຍາມສ້າງ​ອາວຸດ​ນີວ​ເຄລຍ. ​ແຕ່​ອີຣ່ານ ກ່າວ​ວ່າ ​ໂຄງການ​ນີວ​ເຄລຍຂອງ​ຕົນ​ແມ່ນ​ມີ​ວັດຖຸ​ປະສົງທາງ​ດ້ານ​ສັນຕິ​ເທົ່າ​ນັ້ນ.

​ໃນ​ເຊົ້າ​ວັນ​ອາທິດ​ມື້​ນີ້ ທ່ານ John Kerry ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ​ໄດ້​ທຳການ
​ໂອ້​ລົມ​ສົນທະນາ​ ​ເລື້ອງ​ໂຄງການ​ນີວ​ເຄລຍຂອງ​ອີຣ່ານ ​ເປັນ​ມື້​ທີ​ສອງ​ ກັບທ່ານ Zarif ​
ຄູ່​ຕຳ​ແໜ່​ງຈາກ​ອີຣ່ານ ຢູ່​ນອກ​ກອງ​ປະຊຸມ​ວ່າ ດ້ວຍ​ ຄວາມໝັ້ນຄົງໃນ​ນະຄອນ Munich.

ທ່ານ Kerry ​ແລະ​ທ່ານ Javad Zarif ລັດຖະມົນຕີ​ຕ່າງປະ​ເທດ​ອີຣ່ານ ​ໄດ້​ພົບ​ປະກັນ​ເປັນ​ເວລາ 2 ຊົ່ວ​ໂມງ​ເຊັ່ນ​ກັນ ​ໃນ​ວັນ​ສຸກ​ຜ່ານ​ມາ ຢູ່ Munich ບ່ອນ​ທີ່​ທ່ານ Kerry ​ໄດ້​ກົດ​ດັນ
ທ່ານ Zarif ກ່ຽວກັບ​ຄວາມ​ປາດ​ຖະໜາ​ຂອງ​ລັດຖະບານໂອ​ບາ​ມາ ທີ່​ຢາ​ກ​ໃຫ້ມີ​ການບັນລຸ
ຂໍ້​ຕົກລົງ​ກັນໂດຍ​ສັງ​ເຂ​ບ.

irannuclear8february15
please wait

No media source currently available

0:00 0:01:11 0:00

XS
SM
MD
LG