ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສ​ຫ​ລ ວ່າ ​ອີ​ຣ່ານ​ ຜະ​ລິດ ອາ​ວຸດ​ເຄ​ມີ ຊຶ່ງ​ຂັດ​ຕໍ່ ລະ​ບຽບການ ຂອງອົງ​ການ ສາ​ກົນ ​ໃນດ້ານ​ນີ້


ທ່ານ ແຄນ​ເນັດ ວາດ, ທູດ​ພິ​ເສດ​ຂອງ​ສະ​ຫະ​ລັດ​ ​ກ່າວ​ຄຳ​ປາ​ໄສ​ຢູ່​ໃນ​ກອງ​ປະ​ຊຸມ​ປະ​ຈຳ​ປີ ຂອງ​​ອົງ​ການ​ເກືອດ​ຫ້າມ​ອາ​ວຸດເຄ​ມີ ​ໃນ​ນະ​ຄອນເຮກ ໃນ​ວັນ​ພະ​ຫັດ​ທີ 22 ພະ​ຈ​ິກ, 2018
ທ່ານ ແຄນ​ເນັດ ວາດ, ທູດ​ພິ​ເສດ​ຂອງ​ສະ​ຫະ​ລັດ​ ​ກ່າວ​ຄຳ​ປາ​ໄສ​ຢູ່​ໃນ​ກອງ​ປະ​ຊຸມ​ປະ​ຈຳ​ປີ ຂອງ​​ອົງ​ການ​ເກືອດ​ຫ້າມ​ອາ​ວຸດເຄ​ມີ ​ໃນ​ນະ​ຄອນເຮກ ໃນ​ວັນ​ພະ​ຫັດ​ທີ 22 ພະ​ຈ​ິກ, 2018

ສະ​ຫະ​ລັດ​ໄດ້​ກ່າວ​ຫາ​ອີ​ຣ່ານ​ວ່າ ບໍ່​ໄດ້​ປະ​ກາດ​ໃຫ້​ຮູ້​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ທີ່​ກ່ຽວ
​ຂ້ອງ​ກັບ​ອາ​ວຸດ​ເຄ​ມີ ຊຶ່ງ​ເປັນ​ການ​ລະ​ເມີດ ​ຕໍ່​ຂໍ້​ຜູກ​ພັນຂອງ​ອົງ​ການ​ເກືອດ​ຫ້າມ​ອາ​ວຸດ​
ເຄ​ມີ ຫລື OPCW.

ໃນ​ການ​ກ່າວ​ຄຳ​ປາ​ໄສ​ຢູ່​ໃນ​ກອງ​ປະ​ຊຸມ​ປະ​ຈຳ​ປີຂອງ​ອົງ​ການ​ສາ​ກົນດັ່ງ​ກ່າວ ຢູ່​ໃນ
​ນະ​ຄອນເຮກ ໃນ​ວັນ​ພະ​ຫັດ​ວານນີ້, ທ່ານ ແຄນ​ເນັດ ວາດ (Kenneth Ward), ທູດ
​ພິ​ເສດ​ຂອງ​ສະ​ຫະ​ລັດ​ເວົ້າ​ວ່າ ວໍ​ຊິງ​ຕັນມີ​ຄວາມ​ເປັນ​ຫ່ວງວ່າ ອີ​ຣ່ານ ກຳ​ລັງ​ພັດ​ທະ​ນາ
"ເຄ​ມີທີ່​ມີ​ປະ​ຕິ​ກິ​ລິ​ຍາ​ຕໍ່ລະ​ບົບ​ສູນ​ກາງ​ປະ​ສາດ" ເພື່ອ​ໃຊ້​ໃນຈຸດ​ປະ​ສົງທຳການ​ໂຈມ​ຕີ
​ທາງ​ທະ​ຫານ. ທ່ານບໍ່​ໄດ້​ອ້າງ​ເຖິງ​ແຫລ່ງ​ທີ່​ພາ​ໃຫ້​ມີ​ການ​ກ່າວ​ຫາ​ດັ່ງ​ກ່າວນັ້ນແຕ່​ຢ່າງ​ໃດ.

ທ່ານ ວາດ ຍັງ​ໄດ້​ຍົກ​ຕົວ​ຢ່າງ 3 ອັນຂອງ​ສິ່ງ​ທີ່ທ່ານເວົ້າ​ວ່າ ​ສະ​ແດງ​ໃຫ້​ເຫັນ​ມ​ໃນການ
​ທີ່ອີ​ຣ່ານບໍ່​ໄດ້​ປະ​ກາດ​ໃຫ້​ຮູ້ຕາມກົດ​ລະ​ບຽບ​ຂອງ OPCW ນັ້ນ. ອີ​ຣ່ານ ເປັນ​ປະ​ເທດ
​ທີ່​ລົງ​ນາມ​ໃນ​ສົນ​ທິ​ສັນ​ຍາ​ວ່າ​ດ້ວຍ​ອາ​ວຸດ​ເຄ​ມີ ປີ 1997 ທີ່​ບໍ​ລິ​ຫານ​ໂດຍ OPCW https://www.opcw.org/about-us/member-states/iran-islamic-republic.

ທ່ານ ວາດ ເວົ້າອີກ​ວ່າ ອີ​ຣ່ານບໍ່​ໄດ້​ປະ​ກາດ​ໃຫ້​ຮູ້ກ່ຽວ​ກັບ​ຄວາມ​ສາ​ມາດໃນ​ການ​ເອົາ
ເຄ​ມີ​ເຂົ້າ​ບັນ​ຈຸ​ໃສ່​ໃນ​ອາ​ວຸດ ແລະ​ການ​ທີ່​ປະ​ເທດ​ດັ່ງ​ກ່າວ​ ໄດ້​ສົ່ງ​ລູກກະ​ສຸນ​ປືນ​ໃຫຍ່ທີ່
​ບັນ​ຈຸ​ສານ​ເຄ​ມີ​ເຕັມ ​ໄປ​ຍັງ​ລີ​ເບຍ ໃນ​ຊຸມ​ປີ 1980, ແລະໂຄ​ສະ​ນາ ຂາຍອາຍ​ແກັ​ສ
CR ຂອງ​ຕົນຢູ່​ງານ​ວາງ​ສະ​ແດງ​ສິນ​ຄ້າ​ດ້ານ​ປ້ອງ​ກັນ​ຊາດ ໂດຍ​ທີ່ວ່າມັນ​ເປັນ​ສານ​ທີ່​
ຄວບ​ຄຸມ​ການກໍ່ຄ​ວາມ​ໂກ​ລາ​ຫົນ​ວຸ້ນ​ວາຍ. ຢູ່​ໃນ​ບົດ​ລາຍ​ງານ ຂອງ​ໜັງ​ສື​ພິມວໍ​ຊິງ​ຕັນ
ໂພ​ສ​ທ໌ (Washington Post) ປີ 2011 https://wapo.st/2PNBMvv ນັ້ນ ໄດ້​ມີ​
ການ​ອ້າງອີງ​ເຖິງຄຳ​ເວົ້າ​ຂອງ​ພວກ​ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ​ທີ່​ເວົ້າ​ວ່າ ອາວຸດຍຸດ​ໂທ​ປະ
​ກອນ ທີ່​ໄດ້​ຖືກ​ເປີດ​ເຜີຍ​ໃນ​ປີນັ້ນ ໂດຍ​ພວກ​ຕໍ່​ຕ້ານ​ລັດ​ຖະ​ບານ​ ຢູ່ໃນສົງ​ຄາມ​ກາງ
​ເມືອງ​ຂອງ​ລີ​ເບຍ ປາ​ກົດ​ວ່າ ມີ​ຕົ້ນ​ກຳ​ເນີດ ​ມາ​ຈາກ​ອີ​ຣ່ານ.

ອົງ​ການຂ່າວຂອງ​ສະ​ຫະ​ລັດໄດ້ອ້າງ​ອີງ​ເຖິງ​ຄຳ​ເວົ້າ​ຂອງ​ເຈົ້າ​ໜ້າ​ທີ່​ດັ່ງ​ກ່າວ​ຂອງ ລັດ
ຖະ​ບານ​ທ່ານ​ທ​ຣຳ ໃນ​ອາ​ທິດ​ແລ້ວນີ້ ທີ່​ພວກ​ເພິ່ນໄດ້​ເວົ້າ​ວ່າ ວໍ​ຊິງ​ຕັນ​ຈະ​ໃຊ້​ກອງ​ປະ
​ຊຸມ​ຂອງອົງ​ການ​ເກືອດ​ຫ້າມ​ອາ​ວຸດ​ເຄ​ມີດັ່ງ​ກ່າວ ທີ່​ໄດ້​ເລີ້ມ​ຕົ້ນ​ຂຶ້ນ​ໃນ​ວັນ​ພຸດ​ຜ່ານ​ມານີ້​
ເພື່ອ​ຍົກ​ເລື້ອງໂຄງ​ການ​ອາ​ວຸດ​ເຄ​ມີ​ຂອງ​ອີ​ຣ່ານທີ່​ຢູ່​ໃນ​ການ ​ກ່າວ​ຫາ ນັ້ນ​ຂຶ້ນ​ມາ​ເວົ້າ.

ນັບ​ແຕ່​ເດືອນ​ພຶດ​ສະ​ພາ​ເປັນ​ຕົ້ນ​ມາ, ວໍ​ຊິງ​ຕັນ ໄດ້​ທຳ​ການ​ກົດ​ດັນ​ທາງ​ດ້ານ ເສດ​ຖະ​ກິດ
ແລະ​ການ​ທູດ​ຕໍ່​ອີ​ຣ່ານ ເພີ້ມ​ຂຶ້ນ​ເລື້ອຍໆ ເພື່ອ​ໃຫ້​ປະ​ເທດ​ດັ່ງ​ກ່າວ ຍຸ​ຕິການ​ເຄື່ອນ​ໄຫ​ວ
ທີ່​ຖື​ວ່າບໍ່​ດີຫລາຍໆ​ດ້ານ, ຊຶ່ງ​ລວມ​ທັງໂຄງ​ການ​ອາ​ວຸດ​ນີວ ​ເຄ​ລຍ ທີ່​ເປັນ​ການ​ສົງ​ໄສ
ແລະ​ການ​ພັດ​ທະ​ນາ​ລູກ​ສອນ​ໄຟ ຂີ​ປະ​ນາ​ວຸດທີ່​ສາ​ມາດ​ບັນ​ທຸກ​ລະ​ເບີດນີວ​ເຄ​ລຍ​ໄດ້.
ອີ​ຣ່ານ​ເວົ້າ​ວ່າ ການ​ເຄື່ອນ​ໄຫ​ວທາງ​ດ້ານ​ນີວ​ເຄ​ລຍຂອງ​ຕົນ​ແມ່ນ​ມີ​ຈຸດ​ປະ​ສົງ​ໃນ​ທາງສັນ​ຕິ.

ອ່ານ​ຂ​່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG