ຫົວໜ້າກອງບັນຊາການໃນເຂດພາກກາງຂອງກອງທັບສະຫະລັດຫຼື CENTCOM ກ່າວວ່າ ອີຣ່ານເປັນໄພຂົ່ມຂູ່ ໃຫຍ່ທີ່ສຸດຕໍ່ຄວາມໝັ້ນຄົງ ໃນພາກຕາເວັນອອກກາງ ແລະວ່າ ກຸງເຕຫະຣ່ານກໍາລັງດໍາເນີນງານຢ່າງຈິງຈັງ ເພື່ອໃຫ້ປະທານາທິບໍດີ Bashar al-Assad ໄດ້ຄອງອໍານາດໃນຊີເຣຍຕໍ່ໄປ.
ນາຍພົນ James Mattis ກ່າວໃນການໃຫ້ການຕໍ່ສະພາສູງສະຫະລັດໃນວັນອັງຄານວານ
ນີ້ວ່າ ອີຣ່ານຍັງບໍ່ທັນໄດ້ຮັບການຍັບຍັ້ງໃດໆ ຈາກການລົງໂທດຂອງນາໆຊາດ ກ່ຽວກັບໂຄງການນີວເຄລຍຂອງຕົນທີ່ເປັນບັນຫາໂຕ້ແຍ່ງກັນນັ້ນ. ນອກນັ້ນນາຍພົນ Mattis ຍັງກ່າວຕື່ມວ່າ ອີຣ່ານໄດ້ທໍາການສົ່ງອາວຸດຍຸດໂທປະກອນແລະພວກນັກຊ່ຽວຊານໄປຍັງກຸງດາມັສກັສເພື່ອຊ່ອຍເຫຼືອລັດຖະບານທ່ານອັສສັສນັ້ນ.
ນາຍພົນ Mattis ໄດ້ກ່າວເນ້ນເຖິງໂຄງການນີວເຄລຍຂອງອີຣ່ານ ລູກສອນໄຟຂີປະນາວຸດ ແລະການໃຊ້ພວກລູກນ້ອງຂອງເຂົາເຈົ້າໄປສູ້ລົບ ໃນອັນທີ່ທ່ານເອີ້ນວ່າ ສົງຄາມເງົາມືດນັ້ນ.
ໃນການໄປໃຫ້ການຕໍ່ສະພາສູງນັ້ນ ສະມາຊິກສະພາສູງ John McCain ໄດ້ກ່າວຊໍ້າອີກເຖິງຄໍາຮຽກຮ້ອງຂອງທ່ານໃຫ້ສະຫະລັດ ໃຫ້ການຊ່ອຍເຫຼືອທາງທະຫານແກ່ພວກກະບົດຊີເຣຍແລະໃຫ້ນາໆຊາດພະຍາຍາມສ້າງຕັ້ງເຂດປອດໄພຂຶ້ນໃຫ້ແກ່ພວກຝ່າຍຄ້ານຊີເຣຍ ນັ້ນ.