ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສຫລ ວ່າ ການລົງໂທດເພີ່ມຂຶ້ນ ຕໍ່ອິຣ່ານກໍາລັງໄດ້ຜົນ


ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່າ​ນນາງ​ຮິ​ນລາຣີ ຄລິນ​ຕັນ​ກ່າວ​ວ່າ ການ​ລົງ​ໂທດ​ດ້ານ​ເສດຖະກິດ​ແລະ​ການ​ເງິນ​ເພີ່ມ​ຂຶ້ນ​ຕໍ່​ອິຣ່ານ ກໍາລັງ​ສົ່ງຜົນກະທົບ​ແລະ​ວ່າຜົນກະທົບ​ທີ່​ວ່າ​ນີ້​ແມ່ນ​ໄດ້​ຮັບ​ການ​ຢືນຢັນ​ຈາກ​ລາຍ​ງານ​ຫລາຍ​ສະບັບ​ຈາກຂົງ​ເຂດ​ດັ່ງກ່າວ.

ໃນ​ການ​ໃຫ້​ສໍາພາດ​ຕໍ່​ຕາໜ່າງ​ໂທລະພາບ ABC ຂອງ​ສະຫະລັດທີ່ ອອກ​ອາກາດ​ໃນວັນ ອາທິດ​ວານ​ນີ້ ທ່ານ​ນາງຄລິນ​ຕັນກ່າວ​ວ່າ ອໍານາດ​ປົກຄອງ​ອິຣ່ານມີ​ຄວາມ​ເປັນ​ຫ່ວງ​ກັງວົນ ​ຫລາຍ​ສົມຄວນ​ກ່ຽວ​ກັບ​ຜົນ​ກະທົບ​ຂອງ​ການ​ລົງ​ໂທດ​ຕໍ່​ລະບົບ​ການທະນາຄານ​ຂອງ​ອິຣ່ານ​ ແລະ​ຕໍ່​ຄວາມ​ສາມາດບົ່ມ​ຊ້ອນໃນການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ຂອງ​ອິຣ່ານນັ້ນ.

ນອກ​ນີ້ ທ່ານ​ນາງຄລິນ​ຕັນ​ຍັງ​ໄດ້​ສະ​ແດງ​ຄວາມ​ກັງວົນ​ອອກ​ມາ​ເຊ່ນ​ກັນ​ກ່ຽວ​ກັບ​ອໍານາດທີ່ ​ນັບ​ມື້​ນັບ​ເພິ່ມທະວີ​ຫລາຍ​ຂຶ້ນ​ຂອງ​ຝ່າຍ​ທະຫານແລະ​ໜ່ວຍ​ພິທັກ​ການ​ປະຕິວັດ​ ຕໍ່​ຊີວິດ​ການ​ເມືອງ​ຂອງ​ຊາວ​ອິຣ່ານນັ້ນ. ທ່າ​ນນາງ​ກ່າວ​ຕໍ່​ໄປ​ວ່າ ທ່ານ​ນາງ​ຫວັງ​ວ່າຈະ​ມີ​ຄວາມ​ພະຍາຍາມ​ ພາຍ​ໃນອິຣ່ານ​ເອງ ​ໂດຍ​ພວກ​ຄະນະ​ນໍາພາດ້ານ​ພົນລະ​ເຮືອນແລະ​ສາສະໜາ​ ທີ່ມີ​ຄວາມ ຮັບຜິດຊອບເພື່ອ​ຄວບ​ຄຸມ​ໃນ​ອັນ​ທີ່​ທ່ານ​ນາງ​ເອີ້ນ​ວ່າ “ກົນ​ໄກຫລື​ເຄື່ອງມືຂອງ​ລັດ” ​ນັ້ນ.

ລັດຖະມຸນຕີ​ການ​ຕ່າງປະ​ເທດ​ສະຫະລັດ​ກ່າວ​ຕື່ມ​ວ່າ ສະຫະລັດ​ຢາກ​ໃຫ້ອິຣ່ານກັບ​ຄືນ​ເຂົ້າ​ຮ່ວມ​ໃນ​ການ​ເຈລະຈາ​ຂອງ​ນາໆ​ຊາດ​ ກ່ຽວ​ກັບໂຄງການ​ນີວ​ເຄລຍຂອງ​ອິຣ່ານນັ້ນ ​ແລະ​ອະນຸຍາດ​ໃຫ້​ມີ​ການ​ກວດກາ​ເບິ່ງ​ສະຖານ​ທີ່​ຜະລິດ​ພະລັງ​ນີວ​ເຄລຍຂອງ​ຕົນ​ທັງ​ໝົດ​ໄດ້​ຢ່າງ ​ເຕັມ​ສ່ວນ​.

ໃນ​ຖ້ອຍ​ຖະ​ແຫລ​ງທີ່ບັນທຶກໄວ້​ກ່ອນ​ໃນ​ການ​ໃຫ້​ສໍາພາດ​ຂ່າວ​ຕໍ່ລາຍການ​ດຽວ​ກັນ​ນີ້ ປະທາ ນາທິບໍດີ Mahmoud Ahmadinejad ​ແຫ່ງ​ອິຣ່ານກ່າວ​ວ່າ ອິຣ່ານຈະໂອ້​ລົມ​ກັນ​ກ່ຽວ​ກັບ​ໂຄງການ​ນີວ​ເຄລຍຂອງ​ຕົນ​ ພາຍ​ໃຕ້​ເງື່ອນໄຂ​ທີ່​ຍຸຕິ​ທໍາ​ແລະ​ເຄົາລົບ​ນັບຖືຊຶ່ງ​ກັນ​ແລະກັນ​ເທົ່າ​ນັ້ນ.

XS
SM
MD
LG