ອິຣ່ານກ່າວວ່າ ຕົນໄດ້ທົດລອງຍິງລູກສອນໄຟຂີປະນາວຸດໄລຍະກາງໄດ້ຢ່າງສໍາເລັດຜົນ ຊຶ່ງບັນດານັກຊ່ຽວຊານກ່າວວ່າ ເປັນລູກສອນໄຟທີ່ມີຄວາມສາມາດໄປເຖິງອີສຣາແອລໄດ້.
ສື່ມວນຊົນທາງການອິຣ່ານໄດ້ອ້າງເອົາຄໍາເວົ້າຂອງເຈົ້າໜ້າທີ່ລະດັບສູງຄົນ ນຶ່ງຂອງໜ່ວຍພິທັກການປະຕິວັດຂອງອິຣ່ານ ຫຼື IRGC ເມື່ອວັນອັງຄານທີ່ເວົ້າວ່າ ການຊ້ອມລົບທີ່ໂຮມທັງ ການຍິງລູກສອນໄຟ ລຸ້ນ Shahab 3 ທີ່ມີລັດສະໝີໄກເຖິງ 1,300 ກິໂລແມັດ ລຸ້ນ Shahab 1 ແລະ 2 ທີ່ມີລັດສະໝີໃກ້ກວ່າແລະລູກສອນໄຟຊະນິດອື່ນໆກໍມີການຍິງທົດລອງໃນລະ ຫວ່າງສອງມື້ຜ່ານມານັ້ນນໍາ.
ທ່ານ Hossein Salami ຮອງຜູ້ບັນຊາການໜ່ວຍ IRGC ກ່າວວ່າ ການຊ້ອມລົບກັນຫຼາຍບັ້ນນີ້ ເປັນການຕອບໂຕ້ໂດຍກົງຕໍ່ພວກສັດຕູຂອງອິຣ່ານ ທີ່ເວົ້າເຖິງເລຶ່ອງ ທາງເລືອກທາງທະຫານ ທີ່ຍົກຂຶ້ນມາເຈລະຈາກັນນັ້ນ.
ກຸ່ມປະເທດຕາເວັນຕົກສົງໄສວ່າ ອີຣ່ານຕ້ອງການຈະສ້າງອາວຸດນີວເຄຼຍ ຊຶ່ງບັນດາເຈົ້າໜ້າທີ່ອິຣ່ານ ກໍເຄີຍໄດ້ເວົ້າຂົ່ມຂູ່ຜ່ານມາວ່າ ຈະລຶບອີສຣາແອລອອກຈາກແຜນທີ່ໂລກ. ອີສຣາແອລ ກໍໄດ້ແຍ້ມໃຫ້ເຫັນເຖິງການໂຈມຕີ ທີ່ອາດມີຂື້ນຖ້າຫາກຄວາມພະຍາຍາມດ້ານການທູດແລະການລົງ ໂທດຕ່າງໆບໍ່ປະສົບຜົນສໍາເລັດ ເພື່ອລົບລ້າງຄວາມໄຝ່ຝັນໃນການຢາກມີ ອາວຸດນີວເຄຼຍຂອງອິຣ່ານ.
ການຫ້າມຊື້ນໍ້າມັນຈາກອິຣ່ານຂອງສະຫະພາບຢູໂຣບ ທີ່ໝາຍເຖິງເພື່ອກົດ ດັນອິຣ່ານ ກ່ຽວກັບໂຄງການນີວເຄຼຍຂອງຕົນ ເລີີ່ມມີຜົນບັງຄັບໃຊ້ໄປຕັ້ງ ແຕ່ວັນອາທິດຜ່ານມາ.
ໃນຂະນະດຽວກັນ ໜັງສືພິມ New York Times ລາຍງານວ່າ ສະຫະ ລັດ ໄດ້ທໍາການເຄຶ່ອນໄຫວເສີມກໍາລັງທະຫານຢ່າງໃຫຍ່ ເຂົ້າໄປໃນເຂດອ່າວເປີເຊຍ ເພື່ອສະກັດກັ້ນບໍ່ໃຫ້ອິຣ່ານດຳເນີນຄວາມພະຍາຍາມທີ່ເປັນໄປໄດ້ເພື່ອປິດຊ່ອງແຄບ Hormuz ນັ້ນ.
ການຂົນສົ່ງນໍ້າມັນທາງທະເລຂອງໂລກ ສາມສິບຫ້າເປີເຊັນ ແມ່ນຜ່ານ ຊ່ອງແຄບດັ່ງກ່າວໃນປັດຈຸບັນນີ້.
John Kirby ກັບຕັນກອງທັບເຮືອສະຫະລັດ ກ່າວເມື່ອວັນອັງຄານວານນີ້ວ່າ ສະຫະລັດມີເຮືອກວດທຸ່ນລະເບີດແປດລໍາ ປະຈໍາການຢູ່ອ່າວເປີເຊຍ ຊຶ່ງທ່ານກ່າວວ່າ ມີຈໍານວນເພີ່ມຂຶ້ນຈາກເມື່ອບໍ່ເທົ່າໃດເດືອນຜ່ານມາ. ທ່ານຮັບຮູ້ວ່າ ເຮືອປະຈັນບານ U.S.S Ponce ກໍຢູ່ໃນອ່າວເຊັ່ນກັນ ແຕ່ ທ່ານກ່າວອີກວ່າ ທ່ານບໍ່ເຫັນຮ່ອງຮອຍກິດຈະກໍາທີ່ຜິດປົກກະຕິໃດໆຂອງ ອິຣ່ານຢູ່ໃນຂົງເຂດດັ່ງກ່າວ.