ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດແລະພັນທະມິດຢູໂຣບ ຈະທວງໃຫ້ ອິຣ່ານປິດແລະທັບມ້າງ ສະຖານທີ່ນີວເຄຼຍ ຢູ່ໃຕ້ພູເຂົາ


ແຜນທີ່ປະເທດອິຣ່ານ
ແຜນທີ່ປະເທດອິຣ່ານ

ໜັງສື​ພິມ​ສໍາຄັນ​ຂອງ​ສະຫະລັດ​ສະບັບ​ນຶ່ງເວົ້າວ່າ ວໍ​ຊິງ​ຕັນ ​ແລະ​ບັນດາພັນທະ​ມິດ​ພາກ
ພື້ນ​ຢູ​ໂຣບ ມີ​ແຜນການ​ທີ່​ຈະ​ທວງ​ໃຫ້​ອິຣ່ານປິດ ​ແລະ​ທັບ​ມ້າງໃນ​ທີ່​ສຸດ ​ໂຮງງານ​ນີວ
ເຄລຍ​ໃຕ້​ດິນທີ່​ຫາ​ສ້າງ​ແລ້ວ ​ ​ຢູ່ເລິກລົງ​ໄປ​ໃຕ້​ພູ​ໜ່ວຍ​ນຶ່ງ ໃນ​ຖານະ​ເປັນ​ພາກສ່ວນນຶ່ງ
ຂອງ​ການ​ເຈລະຈາ​ຊຸດ​ໃໝ່​ກັບ​ເຕຫະຣ່ານ ກ່ຽວ​ກັບ​ໂຄງການ​ນີວ​ເຄຼຍ ທີ່​ເປັນ​ຂໍ້​ຂັດ​ແຍ້​ງ
ກັນ​ນັ້ນ.

ໃນ​ລາຍ​ງານ​ສະບັບ​ນຶ່ງ​ທີ່​ພິມ​ອອກໃນ​ວັນ​ອາທິດ​ມື້​ນີ້ໜັງສືພິມ The New York Times
ເວົ້າ​ວ່າ ບັນດາ​ປະ​ເທດ​ຕາ​ເວັນ​ຕົກ ຍັງ​ຈະ​ຮຽກຮ້ອງ ​ໃຫ້​ຢຸດ​ການ​ຜະລິດເຊື້ອ​ໄຟຢູ​ເຣນຽມ
ເກຣດສູງ ​ແລະ​ການ​ສົ່ງເຊື້ອ​ໄຟ​ດັ່ງກ່າວທີ່​ມີສະ​ສົມ​ໄວ້​ນັ້ນ​ ອອກ​ຈາກ​ອິຣ່ານ.

ໜັງສືພິມທາຍ​ສ໌ ​ໄດ້​ອ້າງ​ແຫ​ລ່ງຂ່າວ​ນັກ​ການ​ທູດ​ສະຫະລັດ​ແລະ​ຢູ​ໂຣບ ທີ່​ເວົ້າວ່າພວກ​
ເຂົາ​ເຈົ້າບໍ່​ຮູ້ວ່າ​ ອິຣ່ານຈະ​ໂຕ້​ຕອບ​ແບບ​ໃດ ຕໍ່​ການ​ຮຽກຮ້ອງ​ດັ່ງກ່າວ ​ແລະ​ກໍ​ຄົງຈະ​ບໍ່​ຮູ້​
ໄດ້​ຈົນ​ກວ່າ ​ຫລັງ​ຈາກ​ກອງປະຊຸມ​ບັ້ນທໍາອິດນໍາ ກັນ.

ການ​ເຈລະຈາ​ລະຫວ່າງ​ບັນດາ​ປະ​ເທດ​ມະຫາ​ອໍານາດ​ຂອງ​ໂລກແລະ​ອິຣ່ານ ​ມີ​ກໍານົດຈະ​
ເລີ່ມ​ຂຶ້ນ​ໃນມື້​ວັນ​ສຸກ​ຕໍ່ໜ້າ​ນີ້.

ສະຫະລັດ ອັງກິດ ຝຣັ່ງ ຣັດ​ເຊຍ ຈີນ ​ແລະ ​ເຢຍຣະມັນ ​ເປັນຫົກ​ປະເທດ​ທີ່​ມີ​ສ່ວນ​ຢູ່
ໃນ​ການ​ທູດ​ ທີ່ແນ​ເປົ້າໝາຍ​ໃສ່​ເພື່ອ​ຫາ​ທາງ​ແກ້​ໄຂ​ບັນຫາ ທີ່​ເປັນ​ຂໍ້​ຂັດ​ແຍ້​ງກັນ​ມາ​ດົນ
ນານ​ ກ່ຽວ​ກັບ​ໂຄງການ​ນີວ​ເຄລຍຂອງ​ອິຣ່ານ ຊຶ່ງບັນດາ​ປະ​ເທດ​ຕາ​ເວັນ​ຕົກ​ກ່າວ​ວ່າ
ມີ​ເປົ້າໝາຍແນ​ໃສ່​ເພື່ອ​ຜະ​ລິດອາ ວຸດ​ນີວ​ເຄລຍນັ້ນ​. ​ແຕ່ອິຣ່ານກ່າວ​ວ່າ ​ໂຄງການ​ນີວ​
ເຄລຍຂອງຕົນ​ແມ່ນ​ເພື່ອ​ວັດ​ຖະປະສົງ​ໃນ​ທາງ​ສັນຕິ​ຢ່າງ​ດຽວ​ເທົ່າ​ນັ້ນ.

ວຽກ​ງານ​ຂະຫຍາຍການ​ເສີມ​ສະມັດຖະພາບ​ທາດ​ຢູ​ເຣນຽມ​ຂອງ​ອິຣ່ານ ຊຶ່ງ​ອາດສາມາດ
ປັບ​ປ່ຽນ​ໄປ​ສູ່ເກຣດທີ່​ສ້າງ​ອາ​ວຸດ​ນີວ​ເຄລຍ​ໄດ້​ພາຍ​ໃນ​ບໍ່​ເທົ່າ​ໃດ​ເດືອນນັ້ນ ສ່ວນ​ໃຫຍ່​
ແລ້ວ​ແມ່ນ​ກໍາລັງ​ມີ​ຂຶ້ນຢູ່​ທີ່​ໂຮງງານ​ນີວ​ເຄລຍ Fordo ທີ່ຢູ່​ເລິກລົງ​ໄປໃຕ້ພູ​ໜ່ວຍ​ນຶ່ງ​ ​ໃກ້​
ເມືອງສັກສິດ Qom.

XS
SM
MD
LG