ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການໂຈມຕີດ້ວຍເຮືອນບິນບໍ່ມີຄົນຂັບ ຂອງສະຫະລັດ ໃນອີຣັກ ສັງຫານຜູ້ບັນຊາການກຸ່ມຫົວຮຸນແຮງ ທີ່ສະໜັບສະໜູນໂດຍອີຣ່ານ


ປະຊາຊົນພາກັນກວດເບິ່ງ ລົດຄັນນຶ່ງ ຫຼັງຈາກທີ່ແຫຼ່ງຂ່າວດ້ານຄວາມໝັ້ນຄົງ ໄດ້ກ່າວວ່າ ໄດ້ມີການໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບທີ່ຮ້າຍແຮງ ໃນນະຄອນແບັກແດດ, ປະເທດອີຣັກ, ວັນທີ 7 ກຸມພາ 2024.
ປະຊາຊົນພາກັນກວດເບິ່ງ ລົດຄັນນຶ່ງ ຫຼັງຈາກທີ່ແຫຼ່ງຂ່າວດ້ານຄວາມໝັ້ນຄົງ ໄດ້ກ່າວວ່າ ໄດ້ມີການໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບທີ່ຮ້າຍແຮງ ໃນນະຄອນແບັກແດດ, ປະເທດອີຣັກ, ວັນທີ 7 ກຸມພາ 2024.

ກອງທັບ​ສະຫະລັດ ກ່າວ​ວ່າ ຕົນ​ໄດ້​ທໍາ​ການ​ໂຈມ​ຕີ​ດ້ວຍ​ເຮືອບິນ​ບໍ່​ມີ​ຄົນ​ຂັບ​ໃສ່​ລົດ​ຄັນ​ນຶ່ງ​ໃນນະຄອນ​ແບັກ​ແດດ ​ເຊິ່ງໄດ້​ສັງຫານ​ຜູ້​ນໍາ​ຂອງ​ກຸ່ມ​ຫົວ​ຮຸນ​ແຮງ​ທີ່ໄດ້ຮັບການ​ສະໜັບສະໜູນຈາກ​ອີຣ່ານ.

ກອງບັນຊາການສູນກາງຂອງສະຫະລັດ, ເຊິ່ງຮັບຜິດຊອບການປະຕິບັດການທາງທະຫານຂອງສະຫະລັດໃນຕາເວັນອອກກາງ, ກ່າວວ່າການໂຈມຕີດັ່ງກ່າວໃນວັນອັງຄານ ໄດ້ສັງຫານຜູ້ບັນຊາການກຸ່ມຫົວຮຸນແຮງ ກາຕາອິບ ເຮັສໂບລາ(Kataib Hezbollah) ຜູ້ທີ່ "ຮັບຜິດຊອບໃນການວາງແຜນໂດຍກົງ ແລະມີສ່ວນຮ່ວມໃນການໂຈມຕີກອງກໍາລັງສະຫະລັດໃນພາກພື້ນດັ່ງກ່າວ."

ເຈົ້າ​ໜ້າ​ທີ່ສະຫະລັດ​ສອງ​ຄົນ​ ໄດ້​ຢືນ​ຢັນ​ຕໍ່​ວີ​ໂອ​ເອ​ວ່າ ຜູ້​ບັນ​ຊາ​ການຄົນດັ່ງກ່າວ​ແມ່ນ​ເຈົ້າ​ໜ້າ​ທີ່​ປະ​ຕິ​ບັດ​ການ ວິຊໍາ ໂມຮຳມັດ ອັລ-ຊາເອດີ (Wisam Mohammad al-Saedi). ຮູບ​ພາບ​ໃນ​ສື່​ສັງ​ຄົມຖືກກ່າວ​ຫາວ່າ​ໄດ້​ສະ​ແດງ​ໃຫ້​ເຫັນ​ບັດ​ປະ​ຈຳ​ຕົວ​ຊາວ​ອີ​ຣັກ​ຂອງ​ລາວ​ ທີ່​ຖືກ​ດຶງ​ອອກ​ຈາກ​ໂຕ​ຂອງ​ລາວ.

ວີໂອເອ ໄດ້ລາຍງານກ່ອນໜ້ານີ້ວ່າ ກອງທັບສະຫະລັດ ໄດ້ມີສ່ວນກ່ຽວຂ້ອງໃນການໂຈມຕີທາງອາກາດຕໍ່ເປົ້າໝາຍທີ່ມີຄວາມສຳຄັນສູງຢູ່ໃນຕາເວັນອອກກາງ ແຕ່ບໍ່ໄດ້ລະບຸຊື່ ອັລ-ຊາເອດີ (al-Saedi).

ວິ​ດີ​ໂອ​ທີ່​ໄດ້ຖືກເຜີຍແຜ່​ຢູ່​ໃນ​ສື່​ສັງ​ຄົມ ​ສະ​ແດງ​ໃຫ້​ເຫັນ​ລົດ​ຄັນ​ນຶ່ງ ທີ່​ຖືກ​ໄຟ ​ໄໝ້ຖ້ວມຄັນ ​ຢູ່​ທາງ​ຫຼວງ​ແບັກ​ແດດ.

ການ​ໂຈມ​ຕີ​ຂອງ​ສະຫະລັດ​ແມ່ນ​ເປັນ​ການ​ຕອບ​ໂຕ້​ຕໍ່​ການ​ໂຈມ​ຕີ​ດ້ວຍ​ເຮືອບິນ​ບໍ່​ມີ​ຄົນ​ຂັບ, ຈະຫຼວດ ​ແລະລູກ​ສອນ​ໄຟ​ເກືອບ 170 ຄັ້ງ ໃສ່​ກອງ​ກຳລັງ​ສະຫະລັດ ​ໃນ​ພາກ​ຕາ​ເວັນ​ອອກ​ກາງ ​ນັບ​ແຕ່​ກາງ​ເດືອນ​ຕຸລາ​ທີ່ຜ່ານ​ມາ, ​ຊຶ່ງນຶ່ງໃນນັ້ນ​ໄດ້​ສັງຫານ​ທະຫານ​ສະຫະລັດ 3 ຄົນ ​ແລະ​ໄດ້​ຮັບ​ບາດ​ເຈັບ​ອີກ​ຫລາຍ​ສິບ​ຄົນ​ ໃນ​ພາກ​ເໜືອ​ຂອງ​ຈໍ​ແດນ ​ໃນ​ອາທິດ​ແລ້ວ​ນີ້.

ການ​ໂຈມ​ຕີ​ທາງ​ອາກາດ​ຂອງ​ສະຫະລັດ​ໃນ​ອີຣັກ ​ແລະ​ຊີ​ເຣຍ ​ໃນ​ວັນ​ສຸກ​ ​ໄດ້​ໂຈມ​ຕີ​ເປົ້າ​ໝາຍ​ທີ່​ກ່ຽວ​ພັນ​ກັບ​ພວກ​ຫົວ​ຮຸນ​ແຮງ​ທີ່​ໄດ້​ຮັບ​ການ​ໜູນ​ຫຼັງ​ຈາກ​ອີຣ່ານ ຊຶ່ງ​ມີຄວາມຮັບຜິດຊອບ​ໃນ​ການ​ໂຈມ​ຕີ​ດັ່ງກ່າວ. ການ​ໂຈມ​ຕີ​ຄັ້ງນີ້ ໄດ້​ແນ​ເປົ້າ​ໃສ່ 3 ສະຖານທີ່ ​ໃນ​ອີຣັກ, ​ແລະ​ອີກ 4 ສະຖານທີ່​ໃນ​ຊີ​ເຣຍ, ​ແລະ​ ໄດ້​ທຳ ລາຍ​ເປົ້າ​ໝາຍຫລາຍ​ກວ່າ 80 ​ເປົ້າໝາຍ, ນັບ​ແຕ່​ສູນ​ບັນຊາ​ການ ​ແລະ​ສູນ​ຄວບ​ຄຸມ ​ແລະ​ສູນ​ສືບ​ລັບ ​ໄປ​ຈົນ​ເຖິງ​ບ່ອນ​ເກັບ​ມ້ຽນລູກ​ສອນ​ໄຟ ​ແລະເຮືອບິນບໍ່ມີຄົນຂັບ, ອີງ​ຕາມ​ການປະເມີນການຄັ້ງ​ຫຼ້າ​ສຸດ​ຂອງ​ສະຫະລັດ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG