ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ເດີນທາງໄປຍັງເມືອງ Boston ໃນວັນພະຫັດມື້ນີ້ ຊຶ່ງຢູ່ທີ່ນັ້ນ ທ່ານຈະຮ່ວມໃນພິທີຮ່ວມກັນລະຫວ່າງຫລາຍໆສາສະໜາ ເພື່ອໄວ້ອາໄລໃຫ້ແກ່ຜູ້ເຄາະຮ້າຍ ຂະນະທີ່ເມືອງດັ່ງກ່າວຍັງພະຍາຍາມຮັບມືກັບເຫດ ການວາງລະເບີດທີ່ອັນຕະລາຍເຖິງຕາຍ ເມື່ອວັນຈັນຜ່ານມານີ້ ໃນງານແຂ່ງຂັນແລ່ນທົນມາຣາທອນນັ້ນ.
Carolyn Presutti ຜູ້ສື່ຂ່າວວີໂອເອ ທີ່ກໍາລັງເອົາຂ່າວຢູ່ເມືອງບອສຕັນ ໃນຂະນະນີ້ ເວົ້າວ່າ ປະທານາທິບໍດີ ຈະນໍາເອົາສານແຫ່ງການຕັດສິນໃຈ ຢ່າງເດັດດ່ຽວ ແລະການປຸ້ມລຸມສາມັກຄີກັນ.
ເມື່ອວັນພຸດວານນີ້ ບັນດາເຈົ້າໜ້າທີ່ສືບສວນກາງສະຫະລັດ ຫຼື FBI ພ້ອມທັງບັນດາ ໄອ ຍະ ການລັດຖະບານກາງ ແລະຕໍາຫຼວດເມືອງບອສຕັນ ຕ່າງກໍປະຕິເສດຂ່າວສື່ມວນຊົນ ທີ່ອອກມາຢ່າງກວ້າງຂວາງວ່າ ຜູ້ຕ້ອງສົງໄສໃນເຫດການລະເບີດ ໄດ້ຖືກຈັບກຸມແລ້ວນັ້ນ.
ຄະນະສືບສວນ ໄດ້ບອກພວກອົງການຂ່າວທັງຫຼາຍວ່າ ຮູບພາບຈາກກ້ອງວົງຈອນປິດກ້ອງນຶ່ງ ສະແດງໃຫ້ເຫັນຊາຍຄົນນຶ່ງຖືຖົງໆນຶ່ງມາ ແລ້ວ ກໍຖິ້ມຖົງນັ້ນ ລົງຢູ່ໃກ້ບ່ອນທີ່ເກີດເຫດລະເບີດສອງບັ້ນພ້ອມກັນ ທີ່ຍັງຜົນໃຫ້ມີຜູ້ເສຍຊີວິດສາມຄົນ ແລະບາດເຈັບອີກ 176 ຄົນ ຢູ່ບໍລິເວນເສັ້ນໄຊຂອງການແຂ່ງຂັນແລ່ນທົນມາຣາທອນປະຈໍາປີນັ້ນ.
ຄະນະສືບສວນສອບສວນໄດ້ເກັບກໍາຊິ້ນສ່ວນຕ່າງໆຂອງຫຼັກຖານທີ່ພວກເຂົາເຈົ້າເວົ້າ ວ່າ ເປັນຊິ້ນສ່ວນຂອງລະເບີດ ໂຮມທັງຊິ້ນສ່ວນຈາກໝໍ້ຕົ້ມ ອັດຝາແໜ້ນ ທີ່ອັດຄວາມກົດດັນໄວ້ທາງໃນ ທີ່ບັນຈຸວັດຖຸລະເບີດນັ້ນ. ມີການພົບເຫັນຝາຂອງໝໍ້ຕົ້ມໜ່ວຍນຶ່ງໃນຈໍານວນຫຼາຍໝໍ້ ທີ່ຟົ້ງຂຶ້ນໄປຕົກຢູ່ເທິງຫຼັງຄາຂອງຕຶກທີ່ຢູ່ຕິດກັບບ່ອນເກີດເຫດ.
ຄະນະສືບສວນສອບສວນ ໄດ້ນໍາຮູບພາບຊິ້ນສ່ວນຂອງໝໍ້ຕົ້ມທີ່ແຕກບິດບ້ຽວອອກເຜີຍແຜ່ ພ້ອມກັບສາຍໄຟທີ່ໄໝ້ ທີ່ມັດຕິດກັບກ່ອງນ້ອຍກ່ອງນຶ່ງ ພ້ອມກັບແບັດເຕີຣີ້ ຕິດກັບສາຍໄຟສີແດງແລະດໍາ ຕະປູນ້ອຍອັນນຶ່ງ ແລະຫົວຊິບທີ່ເປື້ອນເລືອດ. ນອກນີ້ ເຈົ້າໜ້າທີ່ຍັງພົບເຫັນແຜງວົງຈອນໄຟຟ້າແຜງນຶ່ງ ທີ່ເຊື່ອວ່າເປັນສ່ວນນຶ່ງຂອງລະເບີດລູກນຶ່ງ.
ເບິ່ງວີດິໂອ ພວກໂຮງໝໍຕ່າງໆ ໃຫ້ການຊ່ວຍເຫລືອແກ່ພວກຄົນເຈັບ: