ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ສືບສວນ ຄວາມເປັນໄປໄດ້ ໃນການນຳໃຊ້ ອາວຸດ ເຄມີ ຢູ່ຊີເຣຍ (ວີດີໂອ)


Syria Sets Presidential Election Amid Reports of Chemical Weapons Use
please wait

No media source currently available

0:00 0:02:45 0:00
ເຈົ້າ​ໜ້າ​ທີ່​ສະຫະລັດກ່າວ​ວ່າ ພວກ​ເຂົາ​ເຈົ້າໄດ້​ຮັບຮ່ອງຮອຍ
ທີ່ສະແດງໃຫ້ເຫັນວ່າ ມີການນຳ ໃຊ້ສານພິດ​ເຄມີ ໃນ​ເຂດ
​ພວກ​ຕໍ່ຕ້ານລັດຖະບານຢູ່ຊີ​ເຣຍ ​ໃນ​ເດືອນ​ນີ້.

​ໂຄສົກ​ຂອງ​ທຳນຽບຂາວ ທ່ານ Jay Carney ​ໄດ້​ກ່າວ​ໃນ
​ວັນ​ຈັນ​ວານ​ນີ້​ວ່າ ມີການ​ກ່າວ​ຫາ​ກ່ຽວກັບການ​ໂຈມ​ຕີ​ຕໍ່​ບ້ານ
​ Kafr Zita ທາງ​ພາກ​ຕາ​ເວັນ​ຕົກຂອງປະ​ເທດ ທີ່​ພົວພັນ​
ກັບ​ການ​ໃຊ້ສານອຸດສາຫະກຳ​ເຄມີ ຊຶ່ງ​ອາດ​ຈະ​ແມ່ນ Chlorine.

ທ່ານ Carney ກ່າວ​ວ່າ: “ພວກ​ເຮົາ​ກຳລັງ​ທຳ​ການກວດ​ສອບ
ກ່ຽວກັບການໂຈມຕີ ທີ່ມີການ ກ່າວຫາວ່າ ລັດຖະບານເປັນ​
ຜູ້​ຮັບຜິດຊອບ. ພວກເຮົາຖືວ່າການກ່າວຫາຕ່າງໆກ່ຽວກັບການນຳໃຊ້ອາວຸດ
ເຄມີຢູ່ໃນສະໜາມລົບຢ່າງຈິງຈັງ ​ແລະ​ພວກ​ເຮົາ​ກໍ​ກຳລັງ​ເຮັດ​ວຽກ ວິ​ເຄາະເບິ່ງ
ວ່າ​ ແມ່ນ​ຫຍັງ​ໄດ້​ເກີດ​ຂຶ້ນ​ແທ້. ພວກ​ເຮົາ​ຍັງ​ຈະ​ສືບ​ຕໍ່ປຶກສາ​ແລະ​ແບ່ງປັນ​ຂໍ້​ມູນ
ກັບ​ບັນດາປະເທດພາຄີທີ່ສຳຄັນໆ ຊຶ່ງ​ຮວມທັງ ​ແນ່ນອນ​ກໍຄື ອົງການ​ເກືອດ
ຫ້າມ ໃນການນຳໃຊ້ອາວຸດ​ເຄມີ ຫຼື OPCW.”


ອົງການ OPCW ໄດ້​ເຮັດວຽກ​ຮ່ວມກັບ​ອົງການ​ສະຫະ​ປະຊາ​ຊາ​ດ ທີ່ຈະ​ເຮັດ​ໃຫ້​ຊີ​ເຣຍ
ປອດ​ຈາກ​ການ​ມີ​ອາວຸດ​ເຄມີ​ນັ້ນ. ອົງການ OPCW ​ກ່າວໃນອາທິດ​ວ່າ ປະມານ 80 ສ່ວນ​ຮ້ອຍ ຂອງອາວຸດ​ເຄມີເຫຼົ່ານີ້ ແມ່ນ​ຖືກ​ຍົກ​ຍ້າ​ຍອອກ​ຈາກ​ຊີ​ເຣຍ​ ຫຼື​ບໍ່​ກໍໄດ້​ຖືກ​ທຳລາຍໄປແລ້ວ.

​ໂຄສົກ​ຂອງ​ກະຊວງ​ການ​ຕ່າງປະ​ເທດສະຫະລັດ ທ່ານ​ນາງ Jen Psaki ​ໄດ້​ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ສານ Chlorine ​ແມ່ນ​ບໍ່​ໄດ້​ຮວມຢູ່​ໃນ​ບັນຊີລາຍ​ຊື່​ຂອງສານ​ເຄມີ ທີ່​ທາງ​ການ​ຊີ​ເຣຍໄດ້ປະກາດໃຫ້ຮູ້ໃນ​ປີ​ກາຍ​ນີ້ ​ໃນ​ຕອນ​ທີ່​ຕົນ​ໄດ້​ຕົກລົງ​ທີ່​ຈະ​ທຳລາຍ​ອາ​ວຸດ​ເຄມີ ​ໃນ​ຄວາມ​ກົດ​ດັນ​ຂອງ​ນາໆ​ຊາດ​ນັ້ນ.
XS
SM
MD
LG