ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະ​ຫະ​ລັດ ສູນ​ເສຍ​ລາຍ​ໄດ້​ ຈາກ​ພ​ວກ​ນັກ​ສຶກ​ສາ​ລະ​ດັບ​ສູງ ທີ່​ເຂົ້າ​ມາ​ຮຽນ​ຢູ່ໃນ​ສະ​ຫະ​ລັດ


ນັກ​ສຶກ​ສາ​ລະ​ດັບ​ປະ​ລິນ​ຍາ​ໂທ ທີ່​ເຂົ້າ​ມາຮຽນ​ຢູ່ ​ໄຣ​ສ໌ (Rice University) ພາ​ກັນ​ເຂົ້າ ອົບຮົມ.
ນັກ​ສຶກ​ສາ​ລະ​ດັບ​ປະ​ລິນ​ຍາ​ໂທ ທີ່​ເຂົ້າ​ມາຮຽນ​ຢູ່ ​ໄຣ​ສ໌ (Rice University) ພາ​ກັນ​ເຂົ້າ ອົບຮົມ.

ສະ​ຫະ​ລັດ ຍັງ​ດຶງດູດ ພວກ​ນັກ​ສຶກ​ສາ​ນາໆ​ຊາດຈຳ​ນວນ​ຫຼວງ​ຫຼາຍເຂົ້າມາຢູ່ຄືເກົ່ ແຕ່​ວ່າ
ພາບປ້າຍສະ​ຕິກ​ເກີ ແມ່ນໄດ້​ເຮັດ​ໃຫ້​ຕົກ​ໃຈ ຍ້ອນ​ຄ່າ​ຮຽນ ແລະ​ການ​ເມືອງ​ທີ່​ເປັນ​ທາງ​ລົບ​
ແບບ​ກົງໆ ຊຶ່ງໄດ້​ເຮັດ​ໃຫ້​ການຍື່ນຄຳຮ້ອງຂໍເຂົ້າມາຮຽນຊັກ​ຊ້າ​ລົງ ​ໃນ​ທົດ​ສະ​ວັດ​ຜ່ານ​ມາ​ນີ້.

ສະ​ຫະ​ລັດ ຍັງ​ຄົງ​ຢູ່​ໃນການ​ເປັນຈຸດ​ໝາຍ​ປາຍ​ທາງ​ ລະ​ດັບສູງ​ຂອງ​ໂລກ​ ທີ່​ມີ​ນັກ​ສຶກ​ສາ​
ທີ່​ມາ​ຮ່ຳຮຽນ ຫຼາຍກວ່າ 1 ລ້ານຄົນ ທີ່​ເປັນ​ບ່ອນ​ພັກ​ພາ​ຫຼາຍກວ່າ ສອງ​ເທົ່າ ຂອງ​ປະ​ເທດ
ທີ່ລອງລົງມາ​ ​ຄືປະເທດ​ອັງ​ກິດນັ້ນ. ແຕ່​ວ່າ ໃນ​ຂະ​ນະ​ທີ່ 1 ເປີ​ເຊັນ ເຄິ່ງ ຫຼາຍກວ່າ
ຂອງນັກ​ສຶກ​ສາໃນ​ສະ​ຫະ​ລັດ ຂອງປີ​ກາຍ​ນີ້ ຊຶ່ງ​ແມ່ນ​ລະ​ດັບ​ສະ​ເຫຼ່ຍ​ຂອງ​ການ​ເຂົ້າ​ຮຽນ​
ຮອບໃໝ່ ໂດຍ​ສະ​ເພາະ ແມ່ນ​ພວກນັກ​ສຶກ​ສາໃນ​ລະ​ດັບ​ປະ​ລິນ​ຍາ​ຕີ ທີ່​ໄດ້​ຫຼຸດ​ຕ່ຳ​ລົງ
6.6 ເປີ​ເຊັນ ຊຶ່ງ​ແມ່ນ​ແນວ​ໂນ້ມ ໃນ​ປີ​ຕໍ່​ມາ ອີງ​ຕາມລາຍ​ງານ ເປີດ​ປະ​ຕູ ​ຂອງສະ​ຖາ​ບັນ​
ການສຶກ​ສາ​ນາໆ​ຊາດ ຫຼື Institution for International Education Annual Open
Doors Report.

ພວກ​ນັກ​ສຶກ​ສາ ພາ​ກັນ​ຍ່າງ​ໃນ​ມະ​ຫາ​ວິ​ທະ​ຍາ​ໄລມິ​ຊິ​ເກັນ (Michigan) ໃນ​ເມືອງ ແອນ ອາ​ເບ​ຣ໌, ມິ​ຊິ​ເກັນ, 19 ກັນ​ຍາ 2018.
ພວກ​ນັກ​ສຶກ​ສາ ພາ​ກັນ​ຍ່າງ​ໃນ​ມະ​ຫາ​ວິ​ທະ​ຍາ​ໄລມິ​ຊິ​ເກັນ (Michigan) ໃນ​ເມືອງ ແອນ ອາ​ເບ​ຣ໌, ມິ​ຊິ​ເກັນ, 19 ກັນ​ຍາ 2018.

“ສາຍ​ພົວ​ພັນ​ທັງ​ຫຼາຍ ແມ່ນ​ເປັນສິ່ງຈຳເປັນ ໃນ​ຕະ​ຫຼາດ​ທີ່​ແຂ່ງ​ຂັນ​ກັນ,” ທ່ານ​ນາງ​
ມາ​ຣີ ຣອຍ​ສ໌ ​ຜູ້​ຊ່ອຍ​ຂອງກະ​ຊວງ​ການ​ສຶກ​ສາ ເພື່ອ​ການພົວ​ພັນ​ຝ່າຍ​ການສຶກ​ສາ​ແລະ
ວັດ​ທະ​ນະທຳ ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ທີ່​ນຳ​ເອົາ 42 ພັນ​ລ່ານ​ໂດ​ລາ ແລະ 450,
000 ໜ້າ​ວຽກເຂົ້າ​ໃ​ສ່​ເສດ​ຖະ​ກິດຂອງ​ສະ​ຫະ​ລັດ.

ແຕ່​ຄ່າ​ຮ່ຳ​ຮຽນ ປະ​ມານ 20,000 ໂດ​ລາ ຕໍ່​ປີ ສຳ​ລັບ ສະ​ຖາ​ບັນຂອງ​ຫຼວງ ​ແຕ່ສຳ​ລັບ
​ມະ​ຫາ​ວິ​ທະ​ຍາ​ໄລ ເອກ​ກະ​ຊົນ ທີ່ໂດ່ງ​ດັງ ແມ່ນ​ແພງກວ່າ ຊຶ່ງ​ມີ ຄ່າ​ຮ່ຳ​ຮຽນ 70,000
ນັ້ນເຮັດ​ໃຫ້ ສະ​ຫະ​ລັດ ຖືກ​ເບິ່ງວ່າ ມີຄວາມ​ສົນ​ໜ້ອຍ​ຕໍ່​ນັກ​ສຶກ​ສາ​ນາໆ​ຊາດ ໃນ​ການ​
ແຂ່ງ​ຂັນໂລກ ທີ່​ມີເພີ້ມຂຶ້ນ​ນັ້ນ, ຕາມ​ຄວາມ​ເວົ້າ​ຂອງ​ພວກ​ນັກ​ການສຶກ​ສາໄວ້.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG