ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ຕໍ່ສູ້ກຳລັງ​ຮຸນ​ແຮງ​ຂຶ້ນ ຂະນະ​ທີ່ ​ກອງ​ກຳລັງ​ຂອງ IS ແນໃສ່ ຍຶດເອົາເມືອງ Kobani ໃນຊີເຣຍ


ການ​ຕໍ່ສູ້ກຳລັງ​ຮຸນ​ແຮງ​ຂຶ້ນ ຢູ່​ໃນ​ເມືອງ Kobani ຂອງ​ຊົນ​
ເຜົ່າ​ເຄີ​ດ ​ໃນ​ປະ​ເທດ​ຊີ​ເຣຍ​ ໃກ້​ກັບ​ຊາຍ​ແດນ​ເທີ​ກີ ​ຂະນະ​ທີ່
​ກອງ​ກຳລັງ​ຂອງ​ພວກ​ຫົວ​ຮຸນ​ແຮງ​ລັດ​ອິສລາມ ​ໄດ້​ຂະຫຍາຍ​
ເຂດ​ແດນ ທີ່​ພວກ​ເຂົາຄວບ​ຄຸມ​ໄດ້​ອີກ​ຕື່ມ.

ບັນດານັກ​ລົບ​ຊາວ​ເຄີ​ດ ກຳລັງ​ພະຍາຍາມທີ່​ຈະ​ສະກັດ​ກັ້ນ
ການ​ບຸກ​ໂຈມ​ຕີເມືອງ​ຍຸດທະ​ສາດ​ ໃນເຂດ​ຊາຍ​ແດນດັ່ງກ່າວ
ມາ​ເປັນ​ເວລາ 3 ອາທິດ​ ຂອງ​ພວກ​ກຸ່ມ​ລັດ​ອິສລາມນັ້ນ.

ທູດ​ພິ​ເສດ​ຂອງ​ອົງການ​ສະຫະ​ປະຊາ​ຊາດປະຈຳ​ຊີ​ເຣຍ ທ່ານ
Staffan de Mistura ກ່າວ​ໃນ​ວັນ​ສຸກ​ວານ​ນີ້​ວ່າ ມີ​ທາງ​ເປັນ
​ໄປ​ໄດ້​ຫລາຍ​ທີ່​ສຸດ​ວ່າ ຫຼາຍພັນ​ຄົນ​ຈະ​ຖືກ​ສັງຫານ ຖ້າ​ເມືອງ Kobani ຕົກ​ເປັນ​ຂອງ​ພວກ
​ນັກ​ລົບລັດອິສລາມ.

ທ່ານ​ກ່າວ​ອີກ​ວ່າ ພົນລະ​ເຮືອນຜູ້​ເຖົ້າຜູ້​ແກ່ ​ຫຼາຍຮ້ອຍ​ຄົນ ຍັງ​ຕົກ​ຄ້າງ​ຢູ່​ໃນ​ເມືອງ ​ແລະ ອີກ ຫຼາຍພັນຄົນ​ບໍ່​ສາມາດ ໜີອອກ​ໄປຊາຍ​ແດນ​ທີ່​ຕິດ​ກັບ​ເທີ​ກີ.

ທາງ​ດ້ານກອງທັບ​ສະຫະລັດນັ້ນ ກໍຍັງ​ສືບ​ຕໍ່ປະຕິບ​ບັດການ​ໂຈມ​ຕີ​ທາງ​ອາກາດຫຼາຍໆ​ບັ້ນ ​ໃສ່​ເປົ້າໝາຍ​ຂອງ​ພວກ​ຫົວລັດ​ອິສລາມ ​ໃນ​ເມືອງ Kobani ​ເມື່ອ​ວັນ​ສຸກ​ວານ​ນີ້ ​ໂດຍໄດ້​ຍິງ​ໂຈມ​ຕີ​ຈຸດ​ຕ່າງໆ ທີ່​ຢູ່ໃກ້ໆ​ໃຈ​ກາງເມືອງ ​ໂດຍ​ສະ​ເພາະຢູ່​ໃນ​ບໍລິ​ເວນ​ທີ່​ໃກ້​ກັບ​ຊາຍ​ແດນ​ຕິດ​ກັບ​ເທີ​ກີ.

​ເທີ​ກີ ​ໄດ້​ສົ່ງກອງ​ກຳລັງ​ທະຫານ ​ໄປ​ຍັງ​ເຂດ​ຊາຍ​ແດນ​ຂອງ​ຕົນ ​ແຕ່​ ໄດ້​ກ່າວ​ວ່າ ຈະ​ບໍ່​ເຂົ້າ​ຮ່ວມການ​ຕໍ່ສູ້ ​ເຖິງ​ແມ່ນ​ວ່າສະຫະລັດກຈະກົດ​ດັນ​ ​ໃຫ້ຕົນ​ເຂົ້າຮ່ວມກໍ່ຕາມ.

ISLAMIC STATE VO
please wait
Embed

No media source currently available

0:00 0:00:40 0:00


The fighting is intensifying in the Syrian Kurdish city of Kobani near the Turkish border as Islamic State forces increase their control of the territory.

Kurdish fighters are trying to halt a three-week offensive by the Islamic State group on the strategic border city.

The U.N. envoy to Syria (Staffan de Mistura,) said Friday that thousands of people will most likely be massacred if Kobani falls to Islamic State fighters.

He said hundreds of elderly civilians are trapped in the city and thousands more can not get to the border with Turkey.

The U.S. military continued carrying out airstrikes on Islamic State targets in Kobani Friday, firing at sites much closer to the center of the city, especially in areas close to the Turkish border.

Turkey has deployed troops at its border, but has said it will not join the fight despite U.S.

XS
SM
MD
LG