ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະຫະລັດ ເພີ້ມທະວີ ການໂຈມຕີທາງອາກາດ ຕໍ່ພວກ IS ໃນເຂດເມືອງ Kobani


ກອງ​ທັບສະຫະລັດ ສືບຕໍ່ດຳ​ເນີນ​ການ​ໂຈມ​ຕີ​ທາງ​ອາກາດ ຕໍ່
ພວກລັດອິສລາມທີ່​ເປັນເປົ້າ​ໝາຍ​ໃນ​ Kobani ​ເມືອງ​ນຶ່ງ​ຂອງ​
ຊາວ​ເຄີ​ດ ທີ່​ຕັ້ງ​ຢູ່​ເລາະ​ຊາຍ​ແດນ ຊີ​ເຣຍ-ເ​ທີ​ກີ ຊຶ່ງຕົກຢູ່​ໃນ
ຄວາມ​ສ່ຽງ​ວ່າ​ຈະຕົກໄປ​ຢູ່​ ໃນກຳ​ມື​ຂອງ​ພວກຫົວ​ຮຸນ​ແຮງ.

ສູ​ນກາງ​ບັງຄັບບັນຊາທະຫານສະຫະລັດ ກ່າວວ່າ ການ​ໂຈມຕີ
ຄັ້ງຫ​ລ້າ​ສຸດ​ ໃນ​ວັນ​ພະຫັດ​ວານ​ນີ້ ໄດ້​ແນ່​ໃສ່​ລົດ​ຖັງ​ຄັນ​ນຶ່ງ ປືນ
​ກົນ​ໜັກ ​ແລະ ອາຄານ​ຈຳນວນ​ນຶ່ງ ທີ່​ໃຊ້​ໂດຍ​ພວກຫົວ​ຮຸນ​ແຮງ
ຢູ່​ພາກ​ເໜືອ ​ແລະ​ພາກ​ໃຕ້​ຂອງ​ຊີ​ເຣຍ.

​ໃນ​ຕອນ​ຕົ້ນໆ ບັນດາ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ປະ​ເທດ ສະຫະລັດ
|ກ່າວ​ວ່າ ທະຫານ​ບ້ານ​ຊາວເຄີ​ດ ຍັງ​ຄວບ​ຄຸມ “​ເມື​ອງ​ Kobani ເກືອບທັງ​ໝົດ​” ທີ່ມີອີກຊື່
ນຶ່ງວ່າ Ayn al-Arab ​ແລະ​ຍັງ​ຍັບ​ຢັ້ງ​ບໍ່​ໃຫ້ ພວກ​ຫົວ​ຮຸນແຮງອິສລາມ ​ເຂົ້າ​ຄວບ​ຄຸມໄດ້. ​

ທ່ານ Ismet Hassan ຫົວໜ້າ​ປ້ອງ​ກັນ ​ເມືອງ Kobani ກ່າວ​ຕໍ່ ວີ​ໂອ​ເອ ພະ​ແນ​ກພາສາ
ເຄີ​ດ ​ວ່າ ໜ່ວຍ​ປ້ອງ​ກັນ​ປະຊາຊົນ​ເຄີ​ດ ຮູ້​ກັນ​ອີກ​ວ່າ YPG ​ໄດ້​ຕໍ່ສູ້​ຢ່າງ​ເອົາ​ເປັນ​ເອົາ​ຕາຍ
ກັບ ກຸ່ມຫົວ​ຮຸນ​ແຮງ ​ໃນ​ຄືນຜ່ານ​ມາ.

ISLAMIC STATE UPD VO
please wait
Embed

No media source currently available

0:00 0:00:49 0:00

ທ່ານກ່າວ​ເພີ້​ມອີກ​ວ່າ ກຸ່ມ IS ​ໄດ້​ຮັບ​ການ​ໜູນ​ຫລັງ​ຈາກ​ເມືອງ Aleppo ​ແລະ Raqqa
ຂອງ ​ຊີ​ເຣຍ. ທ່ານ Ismet ກ່າວ​ວ່າ :

“​ເປັນ​ເວລາ 25 ມື້ ທີ່ພວກ​ເຮົາ​ໄດ້​ຍັບ​ຢັ້ງ IS ດ້ວຍ​ອາວຸດ​ເບົາ ​ແຕ່​ຢູ່​ໃນ​ຄວາມ​ໝັ້ນ​ໃຈ
ຢ່າງ​ເຕັ​ມທີ່​ຈາກບັນດາ​ນັກ​ລົບ YPG ​ແລະ​ປະຊາຊົນ​ເມືອງ Kobani. ພວກ​ເຮົາ​ຈະ​
​ຍັບຢັ້ງ​ຕ້ານ ພວກ​ກໍ່​ການ​ຮ້າຍ IS ​ແຕ່​ວ່າ​ພວກ​ເຮົາ​ຕ້ອງການ​ອາວຸດ​ໜັກ. ຖ້າ​ຫາກ ສະຫະລັດສາມາດ​ນຳ​ສົ່ງ​ອາວຸດ​ໃຫ້​ແກ່​ພວກ​ເຮົາ ທີ່ມີ​ຄວາມ​ສາມາດ​ກວດ​ລ້າງອາວຸດ​ໜັກ​ຂອງ​ພວກເຂົາ ​ເຊັນ​ວ່າ​ລົດ​ຖັງ ​ແລະ​ປືນ​ໃຫຍ່ ​ແລະ​ດຳ​ເນີນ​ການ​ໂຈມ​ຕີ​ທາງ​ອາ​ກາດຕ້ານ IS​. ພວກ​ເຮົາ​ໝັ້ນ​ໃຈ​ວ່າ ພວກ​ເຮົາ​ຈະ​ສາມ​າດຂ້າ​ພວກ​ເຂົາໄດ້​ທັງ​ໝົດ.”

ວີດີໂອ: ປ. ໂອບາມາ ຫາລືກັບ ເຈົ້າທີ່ທະຫານ ຢູ່ທຳນຽບຂາວ ເລື້ອງກຸ່ມ IS :

Obama Assesses Campaign Against IS
please wait

No media source currently available

0:00 0:01:54 0:00

XS
SM
MD
LG