ຫົວໜ້າອົງການສືບລັບແຫ່ງຊາດເວົ້າວ່າ ຜູ້ຕາງໜ້າຈາກບັນດາອົງການສືບລັບຂອງ
ສະຫະລັດ ຈະພົບກັບເຈົ້າໜ້າທີ່ປະຈໍາລັດຕ່າງໆ ໃນວັນສຸກມື້ນີ້ ແລະວັນຈັນທີ່ຈະ
ມາເຖິງນີ້ ເພື່ອອະທິບາຍໃຫ້ຊາບ ເຖິງຂໍ້ມູນລັບ ກ່ຽວກັບການຮັກສາຄວາມໝັ້ນຄົງ
ຂອງຊາດຢູ່ໃນການເລືອກຕັ້ງ.
ຢູ່ໃນຖະແຫລງການສະບັບນຶ່ງນັ້ນ ຫ້ອງການສືບລັບເວົ້າວ່າກອງປະຊຸມດັ່ງກ່າວຈະມີຫົວໜ້າຫ້ອງການຂອງລັດ, ຫົວໜ້າຮັບຜິດຊອບໃນການເລືອກຕັ້ງຂອງລັດຕ່າງໆ,
ແລະສະມາຊິກຂອງຄະນະກໍາມະການຊ່ວຍເຫລືອໃນການເລືອກຕັ້ງເຂົ້າຮ່ວມ "ໃນ
ນາມທີ່ເປັນສ່ວນນຶ່ງຂອງການດໍາເນີນຄວາມພະຍາຍາມ ເພື່ອຮັບປະກັນຄວາມຊື່ສັດ
ຕໍ່ໜ້າທີ່ ແລະຄວາມໝັ້ນຄົງຂອງພື້ນຖານໂຄງຫລ່າງການເລືອກຕັ້ງຂອງຊາດເປັນ
ການສະເພາະໃນຂະນະທີ່ມີສະພາບແວດລ້ອມທີ່ເປັນການສ່ຽງເກີດຂຶ້ນ."
ການອະທິບາຍດັ່ງກ່າວ ຈະເພັ່ງເລັງໃສ່ການເພີ້ມຄວາມຮູ້ຄວາມເຂົ້າໃຈເຖິງຈຸດປະ
ສົງແລະຄວາມສາມາດຂອງຄູ່ປໍລະປັກສະຫະລັດຢູ່ຕ່າງປະເທດ. ພວກເຂົາເຈົ້າຍັງ
ຄາດວ່າ ຈະມີການແກ້ໄຂເຮັດໃຫ້ໄພນາບຂູ່ຫລຸດລົງ.
ກອງປະຊຸມທີ່ຈະດໍາເນີນໄປເປັນເວລາສອງວັນນີ້ ຈັດຂຶ້ນໃນຂະນະທີ່ມີການດໍາເນີນ
ການສືບສວນຂອງໄອຍະການພິເສດ ກ່ຽວກັບການແຊກແຊງຂອງຕ່າງປະເທດ ເຂົ້າ
ໃນການເລືອກຕັ້ງ ປະທານາທິບໍດີສະຫະລັດ ໃນປີ 2016 ດໍາເນີນໄປຢູ່ ແລະໃນຂະ
ນະທີ່ບັນດາເຈົ້າໜ້າທີ່ຮັບຜິດຊອບ ໃນການເລືອກຕັ້ງກໍາລັງກະກຽມການເລືອກຕັ້ງ
ກາງສະໄໝທີ່ຈະຈັດຂຶ້ນ ໃນເດືອນພະຈິກຈະມາເຖິງນີ້.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ
ເບິ່ງວີດິໂອກ່ຽວກັບຂ່າວນີ້ເພີ້ມ