ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານທຣຳ ຮັບຟັງລາຍງານ ຈາກໜ່ວຍສືບລັບ ກ່ຽວກັບ ການໂຈມຕີເຈາະຂໍ້ມູນ ຂອງຣັດເຊຍ


ປະທານາທິບໍດີທີ່ໄດ້ຮັບເລືອກໃໝ່ ທ່ານດໍໂນລ ທຣຳ
ປະທານາທິບໍດີທີ່ໄດ້ຮັບເລືອກໃໝ່ ທ່ານດໍໂນລ ທຣຳ

ປະທານາທິບໍດີ​ທີ່​ຖືກ​ເລືອກ​ໃໝ່ຂອງ​ສະຫະ​ລັດ ທ່ານ Donald Trump ທີ່​ບໍ່ໄດ້​ໃຫ້​ຄວາມ​ສຳຄັນ ​ຕໍ່​ຄວາມຄິດ​ຄວາມ​ເຫັນຂອງ​ປະຊາ​ຄົມ​ສືບ​ລັບ ທີ່​ວ່າ​ຣັດ​ເຊຍ​ ເປັນ​ຜູ້​ໂຈມ​ຕີ​ເຈາະຂໍ້​ມູນຂັ້ນ​ຕອນ​ການ​ເລືອກ​ຕັ້ງຂອງ​ສະຫະລັດ​ເມື່ອ​ໄວໆ​ມານີ້ ​ຮັບຟັງລາຍ​ງານ​ໂດຍ​ເຕັມ​ຈາກ​ພວກ​ຜູ້ນຳ​ຂອງ​ປະຊາ​ຄົມ​ສືບ​ລັບ​ໃນ​ວັນ​ສຸກ​ມື້ນີ້.

​ໃນ​ການ​ເຄື່ອນ​ໄຫວແບບທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ສຳລັບ​ປະທານາທິບໍດີ​ທີ່​ຖືກ​ເລືອກ​ໃໝ່ ທ່ານ Trump ​ໄດ້​ຕ້ອງ​ຕິ​ຢ່າງ​ແຮງ​ຕໍ່​ປະຊາ​ຄົມ​ສືບ​ລັບ ​ແຕ່​ໃນ​ວັນ​ພະຫັດວານ​ນີ້​ໄດ້​ອ່ອນ​ນ້ຳ​ສຽງ​ລົງ​ວາດ​ໃດ​ວາດ​ນຶ່ງໂດຍ​ໄດ້​ສົ່ງ​ຂໍ້ຄວາມ​ຜ່າ​ນທາງ Twitter ວ່າທ່ານ​ເປັນ ຜູ້ນິຍົມ​ຊົມຊອບ ​ທີ່​ສຳຄັນ ຂອງ​ໜ່ວຍ​ສືບ​ລັບ​ສະຫະລັດ.

​ໃນ​ມື້ວານ​ນີ້ ຫົວໜ້າ​ໜ່ວຍ​ສືບ​ລັບ​ຂອງ​ສະຫະລັດ ​ໄດ້​ໃຫ້ການ​ວ່າ ມີ​ຫລັກ​ຖານ ອັນ​ແໜ້ນ ໜາ​ທີ່​ວ່າ ຣັດ​ເຊຍໄດ້​ແຊກ​ແຊງ​ເຂົ້າ​ໃນ​ການ​ເລືອກ​ຕັ້ງປະທານາທິບໍດີ ​ເມື່ອເດືອນ​ພະຈິກ​ ປີ​ກາຍ​ນີ້ ​ແຕ່​ກໍ​ກ່າວ​ວ່າ ບໍ່​ມີ​ທາງ​ທີ່​ຈະ​ບອກ​ໄດ້​ວ່າ ​ມັນ​ຊ່ອຍ​ທ່ານ Trump ​ໃຫ້​ຊະນະ​ຫຼືບໍ່.

ທ່ານ James Clapper ຜູ້ອຳນວຍການ​ອົງການ​ສືບ​ລັບ​ແຫ່ງ​ຊາດ ກ່າວ​ຕໍ່​ຄະນະກຳມະ ການ​ກອງທັບ​ຂອງ​ສະພາ​ສູງ​ວ່າ “ຣັດ​ເຊຍ​ມີ​ປະຫວັດສາດ​ທີ່​ຍາວ​ນານໃນ​ການ​ແຊກ​ແຊງ​ເຂົ້າ​ໃນ​ການ​ເລືອກ​ຕັ້ງຕ່າງໆ ທັງ​ຂອງ​ພວກ​ເຂົາ​ເອງ​ແລະ​ຂອງປະຊາຊົນ​ຢູ່​ໃນ​ແຫ່ງ​ອື່ນໆ. ​ແຕ່​ພວກ​ເຮົາ​ກໍ​ບໍ່​ເຄີຍ​ພົບ​ເຫັນ​ການ​ປຸກລະດົມ​ໂດຍ​ກົງແບບ​ນີ້ເພື່ອ​ແຊກ​ແຊງ​ເຂົ້າ​ໃນ​ຂັ້ນ ຕອນ​ການ​ເລືອກ​ຕັ້ງ​ເທົ່າ​ທີ່​ເຄີຍ​ພົບ​ເຫັນ​ມາ​ໃນ​ກໍລະນີ​ນີ້.”

Clapper: Hacking Was Only Part of Russian Interference in US Election
please wait

No media source currently available

0:00 0:00:24 0:00

ທ່ານ Clapper ກ່າວ​ຕໍ່​ບັນດາ​ສະມາຊິກ​ສະພາ​ສູງ​ວ່າ ຣັດ​ເຊຍ​ໄດ້​ດຳ​ເນີນ​ການ​ປຸກລະດົມ​ແບບ​ຫຼາຍດ້ານທີ່​ຮວມທັງ​ບໍ່​ພຽງ​ແຕ່​ໂຈມ​ຕີ​ເຈາະ​ຂໍ້​ມູນ​ແລະເຜີຍແຜ່​ອີ​ແມ​ລຂອງ​ພັກ​ເດ​ໂມ​ແຄຣັດເທົ່າ​ນັ້ນ ​ແຕ່​ຍັງ​ໄດ້​ທຳ​ການ​ໂຄສະນາ​ຊວນ​ເຊື່ອ​ ແບບດັ້ງ​ເດີມ ​ໃຫ້​ຂໍ້​ມູນ​ທີ່​ຜິດພາດ ​ແລະ​ອອກ​ຂ່າວ​ທີ່​ບໍ່​ມີ​ມູນ​ຄວາ​ມຈິງນຳດ້ວຍ.”

ຜູ້ອຳນວຍການ ອົງການຄວາມໝັ້ນຄົງແຫ່ງຊາດ ທ່ານ Mike Rogers (ຂວາ) ຜູ້ອຳນວຍການ ອົງການສືບລັບ ແຫ່ງຊາດ ທ່ານJames Clapper (ກາງ) ແລະຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຮັບຜິດຊອບ ໃນດ້ານສືບລັບ ທ່ານ Marcel Lettre II, testifies ທີ່ຕຶກລັດຖະສະພາສະຫະລັດ.
ຜູ້ອຳນວຍການ ອົງການຄວາມໝັ້ນຄົງແຫ່ງຊາດ ທ່ານ Mike Rogers (ຂວາ) ຜູ້ອຳນວຍການ ອົງການສືບລັບ ແຫ່ງຊາດ ທ່ານJames Clapper (ກາງ) ແລະຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຮັບຜິດຊອບ ໃນດ້ານສືບລັບ ທ່ານ Marcel Lettre II, testifies ທີ່ຕຶກລັດຖະສະພາສະຫະລັດ.

ທ່ານ Clapper ກ່າວ​ວ່າ ທ່ານ​ບໍ່​ຮູ້​ຢ່າງ​ເປັນ​ການ​ແນ່ນອນ​ວ່າ ຣັດ​ເຊຍ​ໄດ້​ເປີດເຜີຍ​ຂໍ້ມູນ ຄວາມ​ລັບ​ທີ່​ສຳຄັນທີ່​ມີ​ອິດ​ທິພົນ​ຕໍ່​ການ​ເລືອກ​ເອົາ​ຜູ້​ສະໝັກ​ຂອງ​ບັນດາ​ຜູ້​ມີ​ສິດ​ປ່ອນ​ບັດ​ໃນ​ວັນ​ທີ 8 ພະຈິກ​ຫຼືບໍ່. ​ແຕ່​ທ່ານ​ກໍ​ກ່າວ​ວ່າ ຣັດ​ເຊຍ​ບໍ່​ໄດ້ ​ແຊກ​ແຊງ​ເຂົ້າ​ໃນ​ການ​ນັບ​ບັດ​ຄະ​ແນນ​ສຽງ​ຫຼືຜົນ​ການ​ເລືອກ​ຕັ້ງຂັ້ນສຸດ​ທ້າຍ.

Trump Warned on ‘Disparagement’ of Intelligence Community
please wait

No media source currently available

0:00 0:02:44 0:00


ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG