ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທ​ຣຳ ສັ່ງ​ອົງ​ການ​ສືບ​ລັບ ໃຫ້​ຄວາມ​ຮ່ວມ​ມື ໃນການ​ສືບ​ສວນໃໝ່​ ຂອງ​ກະ​ຊວງຍຸ​ຕິ​ທຳ


 ທ່ານ ແດນ ໂຄ​ດສ໌ (Dan Coats), ຫົວ​ໜ້າ​ອົງ​ການ​ສືບ​ລັບ​ແຫ່ງ​ຊາດໃຫ້​ການ​ຕໍ່ ຄະ​ນະ​ກຳ​ມະ​ການດ້ານ​ສືບ​ລ​ັບ​ຂອງ​ສະ​ພາ​ສູງ ຢູ່​ຫ້ອງ​ການ​ລັດ​ຖະ​ສະ​ພາ​ສະ​ຫະ​ລັດ ກ່ຽວ​ກັບ​ໄພ​ຂົ່ມ​ຂູ່​ຕ່າງໆ ຢ່າງກວ້າງ​ຂວາງ ຕໍ່​ປະ​ເທດ, 29 ມັງ​ກອນ, 2019
ທ່ານ ແດນ ໂຄ​ດສ໌ (Dan Coats), ຫົວ​ໜ້າ​ອົງ​ການ​ສືບ​ລັບ​ແຫ່ງ​ຊາດໃຫ້​ການ​ຕໍ່ ຄະ​ນະ​ກຳ​ມະ​ການດ້ານ​ສືບ​ລ​ັບ​ຂອງ​ສະ​ພາ​ສູງ ຢູ່​ຫ້ອງ​ການ​ລັດ​ຖະ​ສະ​ພາ​ສະ​ຫະ​ລັດ ກ່ຽວ​ກັບ​ໄພ​ຂົ່ມ​ຂູ່​ຕ່າງໆ ຢ່າງກວ້າງ​ຂວາງ ຕໍ່​ປະ​ເທດ, 29 ມັງ​ກອນ, 2019

ບັນ​ດາອົງ​ການ​ສືບ​ລັບ​ສະ​ຫະ​ລັດ ຈະ​ໃຫ້​ການ​ຮ່ວມ​ມື​ກັບການ​ສືບ​ສວນໃໝ່​ຂອງ​ກະ​ຊວງຍຸ​ຕິ​ທຳ ເພື່ອ​ຢາກ​ຮູ້​ວ່າພວກ​ເຈົ້າ​ໜ້າ​ທີ່ໄດ້​ເຮັດເກີນ​ຂອບ​ເຂດ​ໜ້າ​ທີ່ຂອງ​ຕົນ ແລະ​ໄດ້​ທຳ​ການ​ສອດ​ແນມ​ເບິ່ງການ​ໂຄ​ສະ​ນາ​ຫາ​ສຽງ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີໃນປີ 2016 ຂອງປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ຢ່າງບໍ່​ຖືກ​ຕ​ອ້ງ ​ຫລືບໍ່.

ຢູ່​ໃນ​ຖະ​ແຫລງ​ການ​ສະ​ບັບ​ນຶ່ງ ​ທີ່​ນຳອອກ​ເຜີຍ​ແຜ່ ໃນ​ຕອນ​ບ່າຍໆ​ຂອງວັນ​ສຸກ ວານນີ້ ຫົວ​ໜ້າ​ອົງ​ການ​ສືບ​ລັບ​ແຫ່ງ​ຊາດ, ທ່ານ ແດນ ໂຄ​ດສ໌ (Dan Coats), ເວົ້າ​ວ່າ ບັນ​ດາ​ອົງ​ການ​ດັ່ງ​ກ່າວຈະ​ເອົາ "ຂໍ້​ມູນ​ທີ່​ເໝາະ​ສົມ​ທັງ​ໝົດ" ໃຫ້​ແກ່ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ, ທ່ານ ວິ​ລ​ລຽມ ບາ ເພື່ອ​ໃຫ້​ທ່ານ​ທຳ​ການ​ສືບ​ສວນ.

ທ່ານ ໂຄ​ດສ໌ (Coats) ເວົ້າ​ຕໍ່​ໄປວ່າ "ໂດຍ​ເປັນ​ສ່ວນ​ນຶ່ງ​ຂອງ​ຂັ້ນ​ຕອນ​ດັ່ງ​ກ່າວ, ຂ້າ​ພະ​ເຈົ້າ ​ມີ​ຄວາມ​ໝັ້ນ​ໃຈ​ວ່າ ທ່ານລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ຈະ​ເຮັດ​ວຽກ​ຮ່ວມ​ກັບອົງ​ການ​ສືບ​ລັບ ຫລື IC ແບບ​ສອດ​ຄ່ອງ​ກັບ​ມາດ​ຕະ​ຖານທີ່​ໄດ້​ສ້າງ​ຕັ້ງ​ມາເປັນ​ເວ​ລາ​ດົນ​ນານແລ້ວ ເພື່ອ​ປົກປ້ອງຂໍ້​ມູນ​ລັບ​ທີ່​ມີ​ຄວາມ​ສຳ​ຄັນ​ສູງ​ ທີ່ອາດ​ຈະ​ເຮັດ​ໃຫ້ຄວາມ​ໝັ້ນ​ຄົງ​ຂອງ​ຊາດ​ເຮົາ​ ຕົກ​ໄປຢູ່​ໃນ​ສະ​ພາບ​ທີ່​ສ່ຽງໄພ, ຖ້​າ​ຫາກວ່າມັນຖືກ​ເປີດ​ເຜີຍ.”

ຖະ​ແຫລງ​ການ​ດັ່ງ​ກ່າວ ທີ່​ມາ​ຈາກ​ເຈົ້າ​ໜ້າ​ທີ່​ຂັ້ນສູງ​ສຸດຂອງ​ອົງ​ການ​ສືບ​ລັບ ນັ້ນ ​ມີ​ຂຶ້ນ​ພາຍ​ຫລັງ ​ທີ່ມີ​ດຳ​ລັດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ອອກ​ມາ​ໃນ​ຕອນ​ບ່າຍໆ​ຂອງວັນ​ພະ​ຫັດ​ຜ່ານ​ມາ ທີ່​ຮຽກ​ຮ້ອງ​ໃຫ້​ອົງ​ການ​ສືບ​ລັບ​ຕ່າງໆ ຂອງ​ສະ​ຫະ​ລັດ “ຮ່ວມ​ມື​ຢ່າງ​ວ່ອງໄວ ແລະ​ເຕັມ​ສ່ວນ” ກັບການ​ສືບ​ສວນໃໝ່ ​ຂອງ​ກະ​ຊວງຍຸ​ຕິ​ທຳ.ດຳ​ລັດ​ດັ່ງ​ກ່າວ ຍັງ​ໃຫ້​ສິ່ງ​ທີ່​ທຳ​ນຽບ​ຂາວ​ອະ​ທິ​ບາຍ​ວ່າ "ສິດ​ອັນ​ເຕັມ​ສ່ວນ ແລະ​ຄົບ​ຖ້ວນ​ທັງ​ໝົດໃນ​ການ​ເຮັດ​ໃຫ້​ຂໍ້​ມູນ​ລັບ​ກ່ຽວ​ກັບ​ການ​ສືບ​ສວນນີ້ ກາຍ​ເປັນ​ຂໍ້​ມູນ​ທີ່​ເປີດ​ເຜີຍ​ໄດ້."

"ພວກ​ເຮົາ​ຢາກ​ມີ​ຄວາມ​ໂປ່ງ​ໃສຫລາຍ​ທີ່​ສຸດ," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ ທ​ຣຳ ທີ່​ກ່າວ​ຕໍ່​ພວກ​ນັກ​ຂ່າວ​ຢູ່​ທຳ​ນຽບ​ຂາວ ກ່ອນ​ທີ່​ທ່ານ​ຈະເດີນ​ທາງອອກ​ຈາກປະ​ເທດ​ເພື່ອໄປ​ຢ້ຽມ​ຢາມ​ຍີ່​ປຸ່ນ.

​ທ່ານ​ກ່າວ​ເພີ້ມ​ອີກວ່າ "ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ພວກ​ເຂົາ​ເຈົ້າ​ຕ້ອງ​ການ​ເປັນ​ຂໍ້​ມູນ​ທີ່ ເຮັດ​ໃຫ້​ເປີດ​ເຜີຍໄດ້, ແລະ​ພວກ​ເຂົາ​ເຈົ້າ​ຈະ​ສາ​ມາດ​ເຫັນດອກວ່າ ການ​ຫລອກ​ລວງ ຫລື ​ການ​ຫາ​ຈັບ​ຜິດ ໄດ້​ເລີ້ມ​ຂຶ້ນ​ຄື​ແນວ​ໃດ ແລະ​ເປັນ​ຫຍັງມັນ​ຈຶ່ງ​ເກີດ​ຂຶ້ນ. ມັນ​ເປັນ​ການ​ພະ​ຍາ​ຍາມ​ເຮັດ​ລັດ​ຖະ​ປະ​ຫານ ຫລື ການ​ພະ​ຍາ​ຍາມ​ທີ່​ຈະ ເອົາ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ​ລົງ​ຈາກ​ຕຳ​ແໜ່ງໃຫ້​ໄດ້. ມັນ​ບໍ່​ຄວນເກີດ​ຂຶ້ນ​ກັບ​ຄົນ​ອື່ນ​ ອີກ​ເລີຍ ບໍ່​ວ່າ​ໃຜ​ກໍ​ຕາມ."

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາອ​ັງ​ກິດ

XS
SM
MD
LG