ແຜນການເພື່ອຖອນກຳລັງທະຫານອອກຈາກອັຟການິສຖານ ອາດອຳນວຍໃຫ້ພວກກຸ່ມກໍ່ການຮ້າຍ ເຊັ່ນກຸ່ມອາລ-ກາອີດາ ແລະກຸ່ມລັດອິສລາມ ມີໂອກາດທີ່ຈະເສີມສ້າງຄວາມອາດສາມາດທີ່ພວກເຂົາຕ້ອງການໃນການດຳເນີນການໂຈມຕີຕໍ່ຕ້ານສະຫະລັດໄດ້ ອີງຕາມບັນດາເຈົ້າໜ້າທີ່ສືບລັບຂອງສະຫະລັດ.
ຄຳເຕືອນຂອງພວກເຈົ້າໜ້າທີ່ດັ່ງກ່າວ ເຊິ່ງໄດ້ມີອອກມາໃນມື້ດຽວກັນທີ່ປະທານາທິບໍດີ ສະຫະລັດ ທ່ານໂຈ ໄບເດັນ ໄດ້ປະກາດຢ່າງເປັນທາງການກ່ຽວກັບການຕັດສິິນໃຈຂອງທ່ານ ທີ່ຈະຍຸຕິສົງຄາມທີ່ແກ່ມາຍາວນານທີ່ສຸດຂອງອາເມຣິການັ້ນ, ໄດ້ຍົກໃຫ້ເຫັນເຖິງຄວາມເປັນຫ່ວງຢ່າງເລິກເຊິ່ງຕໍ່ບັນດາເຈົ້າໜ້າທີ່ທັງໃນປັດຈຸບັນແລະອະດີດ ແລະ ໄດ້ພາກັນອອກສຽງກ່ຽວກັບການຖອນກຳລັງທະຫານປະມານ 2,500 ຫາ 3,500 ຄົນອອກຈາກອັຟການິສຖານ ພ້ອມດ້ວຍພວກຄູຝຶກແລະພວກພະນັກງານສັນຍາຈ້າງຫຼາຍພັນຄົນ.
ມັນຍັງອາດກໍ່ໃຫ້ເກີດການຕ້ອງຕິຕື່ມອີກກ່ຽວກັບການຖອນກຳລັງທະຫານນັ້ນ ໂດຍພວກນັກວິຈານໄດ້ຍົກເອົາຄວາມຢ້ານກົວມາອ້າງ ທີ່ວ່າເງື່ອນໄຂຕ່າງໆໄດ້ອຳນວຍໃຫ້ອັຟການິສຖານ ກາຍມາເປັນບ່ອນຫລົບລີ້ສຳລັບພວກກໍ່ການຮ້າຍ ແລ້ວພວກເຂົາອາດກັບຄືນມາໃນໄວໆນີ້ ເຖິງແມ່ນວ່າການສູ້ລົບໄດ້ແກ່ຍາວມາໄດ້ເກືອບສອງທົດສະວັດກໍຕາມ.
“ຈະມີຄວາມສ່ຽງຢ່າງຫຼວງຫຼາຍເມື່ອກໍາລັງທະຫານຂອງສະຫະລັດແລະພັນທະມິດ ຖອນອອກໄປ” ທ່ານບີລ ເບີນສ໌ ຜູ້ທີ່ຫາກໍໄດ້ຖືກຮັບຮອງໃຫ້ເປັນຜູ້ອຳນວຍການອົງການສືບລັບ CIA ທີ່ໄດ້ກ່າວຕໍ່ບັນດາສະມາຊິກສະພາໃນວັນພຸດວານນີ້.
ທ່ານກ່າວຕື່ມວ່າ “ຄວາມອາດສາມາດຂອງລັດຖະບານສະຫະລັດ ທີ່ຈະເກັບກຳ ແລະເອົາມາດຕະການຕໍ່ໄພຂົ່ມຂູ່ຕ່າງໆນັ້ນ ຈະຫລຸດນ້ອຍຖອຍລົງ. ອັນນັ້ນເປັນຄວາມແທ້ຈິງ” ໂດຍເຕືອນວ່າ ກຸ່ມອາລ-ກາອີດາ ແລະກຸ່ມລັດອິສລາມ ຫຼື IS ໃນອັຟການິສຖານ “ຍັງມີຄວາມຕັ້ງໃຈໃນການຟື້ນຟູຄວາມອາດສາມາດໃນການໂຈມຕີເປົ້າໝາຍຕ່າງໆຂອງສະຫະລັດ ບໍ່ວ່າຈະຢູ່ໃນຂົງເຂດ ຢູ່ໃນຕາເວັນຕົກ ຫຼື ໃນທີ່ສຸດຢູ່ໃນບ້ານເກີດເມືອງນອນ.”
ແຕ່ຄຳເຕືອນທີ່ຮ້າຍແຮງນັ້ນ ແມ່ນມາພ້ອມກັນກັບຄຳຂໍຮ້ອງຕໍ່ບັນດາສະມາຊິກສະພາທັງຫຼາຍຈົ່ງໃຫ້ “ຄິດຢ່າງລະມັດລະວັງ.”
ບໍ່ວ່າກຸ່ມອາລ-ກາອີດາ ແລະກຸ່ມ IS ຢາກຈະໂຈມຕີຕໍ່ສະຫະລັດຫຼາຍປານໃດ ທ່ານເບີນສ໌ ໄດ້ກ່າວວ່າ “ຄວາມເປັນຈິງແລ້ວ ກໍແມ່ນວ່າ ພວກເຂົາທັງສອງບໍ່ມີສັກກະຍາພາບໃນປັດຈຸບັນນີ້.”
ບັນດາເຈົ້າໜ້າທີ່ສືບລັບຂັ້ນສູງຄົນອື່ນໆ ຍັງໄດ້ຍົກກໍລະນີທີ່ວ່າ ໄພຂົ່ມຂູ່ກໍ່ການຮ້າຍທີ່ເປັນສາເຫດເຮັດໃຫ້ສະຫະລັດເປີດສົງຄາມຢູ່ໃນອັຟການິສຖານໃນເບື້ອງຕົ້ນນັ້ນ ແມ່ນບໍ່ໄດ້ເປັນໄພອັນຕະລາຍທີ່ຈະເກີດຂຶ້ນໄດ້ອີກຕໍ່ໄປ ຄືກັບເມື່ອກ່ອນ.
ທ່ານເບີນສ໌ ໄດ້ກ່າວວ່າ “ມີກຸ່ມກໍ່ການຮ້າຍຕ່າງໆ ບໍ່ວ່າຈະແມ່ນກຸ່ມອາລ-ກາອີດາ ຢູ່ໃນແຫຼມອາຣັບ ຫຼື AQAP, ໃນພາກສ່ວນອື່ນໆຂອງໂລກ ຜູ້ທີ່ອາດເປັນໄພຂົ່ມຂູ່ທີ່ຮ້າຍກາດຫຼາຍກວ່າອີກ.”