ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການສືບລັບ ສຫລ ຈັດເອົາ ຣັດເຊຍ ຈີນ ແລະ ອີຣ່ານ ເປັນເປົ້າໝາຍ ການລົງໂທດ ຍ້ອນແຊກແຊງ ການເລືອກຕັ້ງ


ຜູ້ອຳນວຍການອົງການສືບລັບແຫ່ງຊາດ ທ່ານ ແດນ ໂຄຕສ໌ ໃຫ້ການ ກ່ຽວກັບ ໄພຂົ່ມຂູ່ຈາກທົ່ວໂລກ ໃນລະຫວ່າງ ການພິຈາລະນາຮັບຟັງຄຳ​ໃຫ້​ການ ໂດຍຄະນະກຳມະການສືບລັບ ຂອງສະພາສູງ ຢູ່ທີ່​ຕຶກລັດຖະສະພາ ຫຼື Capitol Hill ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 13 ກຸມພາ 2018.
ຜູ້ອຳນວຍການອົງການສືບລັບແຫ່ງຊາດ ທ່ານ ແດນ ໂຄຕສ໌ ໃຫ້ການ ກ່ຽວກັບ ໄພຂົ່ມຂູ່ຈາກທົ່ວໂລກ ໃນລະຫວ່າງ ການພິຈາລະນາຮັບຟັງຄຳ​ໃຫ້​ການ ໂດຍຄະນະກຳມະການສືບລັບ ຂອງສະພາສູງ ຢູ່ທີ່​ຕຶກລັດຖະສະພາ ຫຼື Capitol Hill ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 13 ກຸມພາ 2018.

ຜູ້ມີສິດອອກສຽງທັງຫຼາຍ ທີ່ໄດ້ໄປປ່ອນບັດເລືອກຕັ້ງ ເມື່ອເດືອນແລ້ວນີ້ ໃນການເລືອກ
ຕັ້ງກາງສະໄໝ ຂອງສະຫະລັດ ສາມາດເຊື່ອໝັ້ນໄດ້ວ່າ ຄະແນນສຽງຂອງພວກເຂົາເຈົ້າ
ໄດ້ຖືກລົງທະບຽນ ແລະຖືກນັບຢ່າງຖືກຕ້ອງ.

ເຖິງຢ່າງໃດກໍຕາມ ບົດລາຍງານໃໝ່ຂອງປະຊາຄົມສືບລັບສະຫະລັດ ໄດ້ສະຫລຸບວ່າ
ຊາວອາເມຣິກັນ ຖືກຄອບງຳດ້ວຍປະຕິການຕ່າງໆ ເພື່ອຊັກຈູງ ແລະ ການສົ່ງຂໍ້ມູນບິດ
ເບືອນຄວາມຈິງ ໂດຍຕ່າງປະເທດຈຳນວນນຶ່ງ ຢ່າງຕໍ່ເນື່ອງ ເຊິ່ງການພົບເຫັນນີ້ ອາດກໍ່
ໃຫ້ເກີດມີ​ການ​ລົງ​ໂທດ ຢ່າງອັດຕະໂນມັດ.

“ກິດຈະກຳດັ່ງກ່າວ ທີ່ພວກເຮົາໄດ້ເຫັນ ແມ່ນສອດຄ້ອງກັບສິ່ງທີ່ພວກເຮົາໄດ້ແຈ້ງ
ໃຫ້ຊາບ ໃນສອງສາມສັບປະດາ ກ່ອນໜ້າການເລືອກຕັ້ງ”
ນັ້ນ​ຄື​ຄຳ​ເວົ້າ ຂອງຜູ້
ອຳນວຍການອົງການສືບລັບແຫ່ງຊາດ ທ່ານ ແດນ ໂຄຕສ໌ ​ທີ່ໄດ້ກ່າວ ຢູ່ໃນ​ຖະແຫລງ
ການ​ສະ​ບັບ​ນຶ່ງ ເມື່ອຕອນແລງ ວັນສຸກວານນີ້.

ທ່ານໄດ້ກ່າວຕື່ມວ່າ “ຣັດເຊຍ ແລະ ຕ່າງປະເທດຈຳ​ນວນ​ນຶ່ງ ລວມທັງ ຈີນ ແລະ
ອີຣ່ານ ໄດ້ດຳເນີນການເຄື່ອນໄຫວ ໃນການຊັກຈູງຕ່າງໆ ແລະປະຕິບັດ ການສົ່ງ
ຂໍ້ຄວາມທີ່ແນເປົ້າໝາຍໃສ່ ສະຫະລັດ ເພື່ອໂຄສະນາຍຸດທະສາດ ທີ່ເປັນຜົນ
ປະໂຫຍດ ແກ່ພວກເຂົາເຈົ້າ.”

ໃນສອງສາມເດືອນ ກ່ອນການລົງຄະແນນສຽງ ໃນເດືອນພະຈິກ ນັ້ນ ບັນດາເຈົ້າໜ້າທີ່
ສືບລັບ ແລະຮັກສາຄວາມປອດໄພ ພ້ອມທັງບັນດານັກວິເຄາະ ໄດ້ສະແດງຄວາມເປັນ
ຫ່ວງ ທີ່ປະເທດຕ່າງໆເຊັ່ນວ່າ ຣັດເຊຍ ແລະ ແມ່ນກະທັງ ອົງກອນທີ່​ບໍ່​ຂຶ້ນ​ກັບ​ລັດ​ຖະ-
​ບານ ອາດ​ໄດ້​ຊອກ​ຫາ​ຊ່ອງ​ທາງ ທີ່ຈະທຳລາຍລະບົບ ການລົງຄະແນນສຽງຂອງ
ສະຫະລັດ ຢ່າງແທ້ຈິງ.

ແຕ່ຄວາມຢ້ານກົວເຫຼົ່ານັ້ນ ແມ່ນອີງໃສ່ຫຼັກຖານ ຂອງພວກລັກເຈາະຂໍ້ມູນຊາວຣັດເຊຍ
ທີ່ໄດ້ເຂົ້າເຖິງລະບົບຕ່າງໆ ໃນບາງລັດຂອງສະຫະລັດ ເຊັ່ນວ່າ ລະບົບຖານເກັບກຳ
ຂໍ້ມູນ ຂອງພວກຜູ້ມີສິດອອກສຽງ ກ່ອນໜ້າຊ່ວງການເລືອກຕັ້ງ ປະທານາທິບໍດີ ໃນປີ
2016 ບໍ່​ໄດ້​ເກີດ​ຂຶ້ນ ອີງຕາມຜົນການ​ຊັ່ງ​ຊາໃໝ່ດັ່ງກ່າວ.

ທ່ານ ໂຄຕສ໌ ໄດ້ກ່າວວ່າ “ໃນເວລານີ້ ປະຊາຄົມສືບລັບ ບໍ່ມີລາຍງານຂ່າວກອງ ທີ່
ບົ່ງຊີ້ວ່າ ພື້ນ​ຖານໂຄງ​ລ່າງ​ ໃນການເລືອກຕັ້ງຂອງປະເທດພວກເຮົາ ຕົກຢູ່ໃນ ໄພອັນຕະລາຍໃດໆ ທີ່ຈະເຮັດໃຫ້ການລົງຄະແນນສຽງ ບໍ່ໃຫ້ເກີດຂຶ້ນ, ປ່ຽນແປງ
ການນັບຄະແນນສຽງ ຫຼືລົບກວນໃນຄວາມອາດສາມາດ ການນັບຄະແນນສຽງ
ເປັນຕົ້ນ.”

ບົດລາຍງານນີ້ ຈຳເປັນຕ້ອງໄດ້ຮັບຄຳສັ່ງດ້ານບໍລິຫານ ດ້ວຍການລົງນາມໂດຍ
ປະທານາທິບໍດີ ດໍໂນລ ທຣຳ ໃນເດືອນກັນຍາຜ່ານມາ ເຊິ່ງໄດ້ສະໜັບສະໜຸນຜົນ
ສະຫລຸບໃນເບື້ອງຕົ້ນ ຂອງບັນດາເຈົ້າໜ້າທີ່ ກະຊວງຮັກສາຄວາມປອດໄພ ໃນວັນ
ເລືອກຕັ້ງ ແລະ ໃນສອງສາມສັບປະດາ ຕໍ່ຈາກນັ້ນມາ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG