ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຂໍ້ມູນທີ່ສະຫະລັດ ມອບໃຫ້ປາກິສຖານ ມີການຮົ່ວໄຫຼ


ຂໍ້ມູນທີ່ສະຫະລັດ ມອບໃຫ້ປາກິສຖານ ມີການຮົ່ວໄຫຼ
ຂໍ້ມູນທີ່ສະຫະລັດ ມອບໃຫ້ປາກິສຖານ ມີການຮົ່ວໄຫຼ

ໜັງສືພິມອະເມຣິກັນທີ່ມີຊື່ສຽງສະບັບນຶ່ງລາຍງານວ່າ ເຈົ້າ
ໜ້າທີ່ສືບລັບສະຫະລັດໄດ້ມອບຂໍ້ມູນ 2 ຄັ້ງໃຫ້ແກ່ປາກິສ
ຖານ ກ່ຽວກັບທີ່ຕັ້ງຂອງໂຮງງານເຮັດລະເບີດ ຂອງພວກ
ກະບົດ ແຕ່ກັບພົບວ່າ ໂຮງງານເຫຼົ່ານີ້ ໄດ້ຖືກຍົກຍ້າຍໜີ
ກ່ອນທີ່ທະຫານປາກິສຖານຈະໄປເຖິງ.

ໜັງສືພິມ Washington Post ລາຍງານໃນມື້ວັນສຸກ
ວານນີ້ວ່າ ເຈົ້າໜ້າທີ່ສະຫະລັດເວົ້າວ່າພວກເຂົາເຈົ້າບໍ່ຮູ້
ຈັກວ່າຂ່າວກ່ຽວກັບການປະຕິບັດງານດັ່ງກ່າວໄດ້ມີການ
ຮົ່ວໄຫຼແບບໃດ.

ໜັງສືພິມສະບັບນີ້ເວົ້າວ່າ ສະຫະລັດໄດ້ມອບວີດີໂອໃນ
ການຕິດຕາມສອດແນມເບິ່ງສະຖານທີ່ແລະຂໍ້ມູນອື່ນໆ ກ່ຽວກັບໂຮງງານເຮັດລະເບີດໃຫ້ແກ່ປາກິສຖານໃນກາງ
ເດືອນພຶດສະພາ ອັນເປັນພາກສ່ວນນຶ່ງ ໃນການດຳເນີນ ຄວາມພະຍາຍາມເພື່ອເສີມສ້າງຄວາມໄວ້ເນື້ອເຊື່ອໃຈ ລຸນຫຼັງທີ່ໄດ້ມີການສັງຫານນາຍ Osama bin-Laden ຜູ້ນຳກຸ່ມກໍ່ການຮ້າຍອາລກາຍດາ ໃນການບຸກໂຈມຕີຂອງສະຫະລັດເຂົ້າໄປໃນດິນແດນປາກິສຖານເມື່ອຕົ້ນເດືອນແລ້ວ.

ໜັງສືພິມດັ່ງກ່າວລາຍງານວ່າ ເຈົ້າໜ້າທີ່ສະຫະລັດມີຄວາມວິຕົກກັງວົນວ່າຂໍ້ມູນທີ່ວ່ານີ້ໄດ້
ມີການຮົ່ວໄຫຼຢູ່ພາຍໃນຂອງຝ່າຍປາກິສຖານ ຫຼືບໍ່ກໍພວກກະບົດໄດ້ຖືກເຕືອນໂດຍກົງຈາກ
ໜ່ວຍສືບລັບປາກິສຖານ.

ໜັງສືພິມ Washington Post ເວົ້າວ່າ ນາຍທະຫານອະວຸໂສທ່ານນຶ່ງຂອງປາກິສຖານ
ກ່າວໃນມື້ວັນສຸກວານນີ້ວ່ານອກນັ້ນສະຫະລັດຍັງໄດ້ແບ່ງປັນຂໍ້ມູນໃຫ້ຮູ້ກ່ຽວກັບສາງເກັບ
ອາວຸດຈຳນວນນຶ່ງທີ່ຖືກພົບເຫັນວ່າໄດ້ມີການຍົກຍ້າຍໜີລ່ວງໜ້າໄປແລ້ວ.

ປາກິສຖານໄດ້ປະຕິເສດສະເໝີມາວ່າ ໜ່ວຍຮັກສາຄວາມປອດໄພຕ່າງໆຂອງຕົນ ບໍ່ເຄີຍ ມອບຂໍ້ມູນໃດໆໃຫ້ແກ່ພວກຫົວຮຸນແຮງ.

ຄວາມສຳພັນລະຫວ່າງປາກິສຖານແລະສະຫະລັດໄດ້ຊຸດໂຊມລົງນັບແຕ່ໄດ້ມີການພົບເຫັນ
ວ່າ ນາຍ bin-Laden ໄດ້ຫຼົບລີ້ຢູ່ໃນປາກິສຖານໃກ້ໆໂຮງຮຽນທະຫານແຫ່ງນຶ່ງ.

XS
SM
MD
LG