ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າທີ່ຂ່າວກອງສະຫະລັດ ເບິ່ງວ່າ ຈີນກຳລັງກະກຽມສຳລັບການຕໍ່ສູ້ທີ່ 'ພວກເຂົາບໍ່ຕ້ອງການ'


ແຟ້ມ - ເຈົ້າໜ້າທີ່ຕໍາຫຼວດຢືນຮັກສາຄວາມປອດໄພຢູ່ນອກຫໍປະຊຸມໃຫຍ່ປະຊາຊົນ ຫຼັງຈາກກອງປະຊຸມຖະແຫລງຂ່າວ ພາຍຫຼັງການປິດກອງປະຊຸມສະພາປະຊາຊົນແຫ່ງຊາດ (NPC), ຢູ່ທີ່ ຫໍປະຊຸມໃຫຍ່ປະຊາຊົນ ໃນປັກກິ່ງ13 ມີນາ 2023.
ແຟ້ມ - ເຈົ້າໜ້າທີ່ຕໍາຫຼວດຢືນຮັກສາຄວາມປອດໄພຢູ່ນອກຫໍປະຊຸມໃຫຍ່ປະຊາຊົນ ຫຼັງຈາກກອງປະຊຸມຖະແຫລງຂ່າວ ພາຍຫຼັງການປິດກອງປະຊຸມສະພາປະຊາຊົນແຫ່ງຊາດ (NPC), ຢູ່ທີ່ ຫໍປະຊຸມໃຫຍ່ປະຊາຊົນ ໃນປັກກິ່ງ13 ມີນາ 2023.

ການເບິ່ງໂລກໃນແງ່ຮ້າຍທີ່ກຳລັງເພີ້ມຂຶ້ນຂອງ​ຈີນ​ ​ຕໍ່ຄວາມສຳ​ພັນ​ ກັບ​ສະຫະລັດ ​ໄດ້​ເຮັດ​ໃຫ້​ປັກ​ກິ່ງ​ກະ​ກຽມ​ສໍາ​ລັບສົງ​ຄາມ​ ທີ່ມັນດີກວ່າທີ່ຈີນຈະບໍ່ສູ້​ລົບ, ອີງ​ຕາມ​ການ​ປະ​ເມີນ​ຂອງ​ເຈົ້າ​ຫນ້າທີ່ຂ່າວກອງ​ດ້ານ​ປ້ອງ​ກັນ​ປະ​ເທດຂັ້ນ​ສູງຂອງ​ສະ​ຫະ​ລັດ.

ຫົວໜ້າ​ອົງການ​ສືບ​ລັບປ້ອງກັນປະເທດ (DIA) ກຸ່ມ​ປະ​ຕິ​ບັດ​ງານ ​ໄດ້​ເຕືອນ​ໃນ​ວັນ​ອັງຄານ​ວານນີ້​ວ່າ ສະຫະລັດ ​ແລະ​ຈີນ​ ມີ​ແນວໂນ້ມ​ຈະ​ກ້າວ​ເຂົ້າ​ສູ່ "ໄລຍະແຫ່ງການ​ປະ​ເຊີນ​ໜ້າ​ກັນ​ທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນເລື້ອຍໆ", ໂດຍປັກ​ກິ່ງ​ເຕັມ​ໃຈ​ທີ່​ຈະສະແດງຈຸດຢືນຂອງ​ຕົນໃນ​ຫຼາຍໆ​ດ້ານ.

ທ່ານ ​ເດິກ ເວດ (Doug Wade) ຈາກ​ອົງ​ການ DIA ກ່າວຕໍ່ກອງປະຊຸມ​ສຳ​ມະ​ນາ​ທາງ​ອອນ​ລາຍ ທີ່ຈັດຂຶ້ນໂດຍອົງການ INSA ຊຶ່ງ​ເປັນ​ກຸ່ມ​ພັນ​ທະ​ມິດ​ສືບລັບ​ແລະ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ທີ່​ບໍ່​ສັງ​ກັດ​ພັກ ໂດຍ​ເວົ້າ​ວ່າ “ມັນຈະສະແດງໂຕອອກມາຢ່າງຈະແຈ້ງໃນທຸກຂົງເຂດ – ທຸກໆຮູບແບບການສູ້ລົບ ໃນຂົງເຂດຂອງການທູດ, ຂໍ້ມູນຂ່າວສານ, ເສດຖະກິດ, ການຄ້າ.

ປະທານປະ​ເທດ​ຈີນ​ ທ່ານສີ ຈິ້ນຜິງ ແລະເຈົ້າຫນ້າທີ່ຊັ້ນສູງຄົນອື່ນໆໃນພັກກອມມູນິສຈີນເຫັນວ່າ ສະຫະລັດ "ກຳລັງຂັດຂວາງຈີນຈາກການບັນລຸຕຳແໜ່ງທີ່​ເຫມາະສົມຂອງຕົນໃນຖານະຜູ້ນໍາຂອງໂລກ," ທ່ານ ເວດ (Wade) ກ່າວຕື່ມໂດຍ​ເຕືອນ​ເຖິງພຶດຕິກໍາຂອງປັກກິ່ງໃນທະເລຈີນໃຕ້ ແລະຕໍ່ໄຕ້ຫວັນຈະເປັນສິ່ງທີ່​ບົ່ງບອກ.

ອ່ານຂ່າວເປັນພາສາອັງກິດຕື່ມ

XS
SM
MD
LG