ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ໜ່ວຍ​ສຶບ​ລັບ ສ​ຫລ ບ​ໍ່​ປະ​ຫຼາດ​ໃຈ ເລີຍ ທີ່​ຮູ້​ວ່າ ເກົາ​ຫຼ​ີ​ເໜືອ ຍັງ​ສືບ​ຕໍ່ ປັບ​ປຸງ​ຖານ​ຍິງ​ລູກ​ສອນ​ໄຟ


ຜູ້​ນຳ​ເກົາ​ຫຼີ​ເໜືອ ທ່ານ​ກິມ ຈົງ ອຶນ ເບິ່ງ​ການ​ຍິງ​ລູກ​ສອນ​ໄຟ ຮ​ວາ​ຊົງ 12 ດັ່ງ​ເຫັນຢູ່​ໃນ​ພາບ​ທີ່​ເຜີຍ​ແຜ່​ໂດຍອອກ​ມາສູນ​ກາງ​ອົງ​ການຂ່າວເກົາ​ຫຼີ​ເໜືອ (KC NA) ວັນ​ທີ 16, 2017.
ຜູ້​ນຳ​ເກົາ​ຫຼີ​ເໜືອ ທ່ານ​ກິມ ຈົງ ອຶນ ເບິ່ງ​ການ​ຍິງ​ລູກ​ສອນ​ໄຟ ຮ​ວາ​ຊົງ 12 ດັ່ງ​ເຫັນຢູ່​ໃນ​ພາບ​ທີ່​ເຜີຍ​ແຜ່​ໂດຍອອກ​ມາສູນ​ກາງ​ອົງ​ການຂ່າວເກົາ​ຫຼີ​ເໜືອ (KC NA) ວັນ​ທີ 16, 2017.

ຄວາມ​ພະ​ຍາ​ຍາມ​ຂອງ​ເກົາ​ຫຼີ​ເໜືອ ທີ່​ຈະ​ຍົກ​ລະ​ດັບ ແລະ​ຂະ​ຫຍາຍຖານ​ຍິງ​ລູກ​ສອນ
​ໄຟຂີ​ປະນາ​ວຸດ​ໄລ​ຍະ​ຍາວ ໄດ້​ເກີດ​ຂຶ້ນ​ໂດຍ​ທີ່​ບໍ່​ເປັນ​ໜ້າ​ປະ​ຫຼ​າດ​ໃຈແຕ່​ຢ່າງ​ໃດ​ເລີຍ
​ສຳ​ລັບເຈົ້າ​ໜ້າ​ທີ່​ສືບ​ລັບ​ທີ່​ອິດ​ເມື່ອຍ​ກັບ​ຄຳ​ໝັ້ນ​ສັນ​ຍາ​ມາ​ເປັນ​ເວ​ລາ​ດົນ​ນານ​ຂອງ
​ພຽງ​ຢາງ ທີ່ເວົ້າ​ວ່າ​ປົດອາ​ວຸດ​ນິວ​ເຄ​ລຍນັ້ນ.

ຮູບ​ພາບ​ໃໝ່​ຈາກ​ດາວ​ທຽມ​ສະ​ແດງ​ໃຫ້​ເຫັນສິ່ງທີ່​ປາ​ກົດ​ວ່າ​ເປັນ​ການ​ປັບ​ປຸງ​ຖານ​ຍິງ
​ລູກ​ສອນ​ໄຟຢູ່ ຍີ​ອົງ​ແຈວ-ດົງ ທີ່​ເປັນ​ສະ​ຖານ​ທີ່ ທີ່​ຕັ້ງ​ຢູ່ເຂດພູ​ຜາ​ຂອງ​ເກົາ​ຫຼີ​ເໜືອ
ພ້ອມ​ທັງ​ການ​ສ້າງ​ສະ​ຖານ​ທີ່ແຫ່ງໃໝ່,ໂຮ​ຈຸງ-ຣີ ທີ່​ຢູ່​ຫ່າງຈາກ​ນັ້ນ​ອອກ​ໄປ 11 ກິ​ໂລ​
ແມັດ.

ເຈົ້າ​ໜ້າ​ທີ່​ສືບ​ລັບ​ສະ​ຫ​ະ​ລັດ​ຄົນ​ນຶ່ງ​ກ່າວ​ຕໍ່ ວີ​ໂອ​ເອ ໃນເວ​ລາຖືກ​ຖາມ​ກ່ຽວ​ກັບ​ບັນ​ດາ
​ຮູບ​ພາບ​ດັ່ງ​ກ່າວ​ວ່າ “ການ​ວິ​ເຄາະ​ຂອງ​ພວກ​ເຮົາ​ບໍ່​ມີ​ຫຍັງ​ປ່ຽນ​ແປງ. ເກົາ​ຫຼີ​ເໜືອມີ
​ວຽກ​ໃຫຍ່​ທີ່​ຈະເຮັດ. ຈົນ​ກວ່າ​ວ່າ​ປະ​ເທດ​ດັ່ງ​ກ່າວ​ໄດ້​ຂະ​ຫຍາຍ​ອອກ​ໄປ​ຢ່າງ​ເຕັມ​ທີ່
ແລ​ະ​ເຂົາ​ເຈົ້າ​ໄດ້​ເຮັດ​ພາກ​ສ່ວນ​ເຂົາ​ເຈົ້າ​ຫຼ້ອນ​ໜ້າ​ທີ່ ພວກ​ເຮົາ​ຍັງຈະ​ຕ້ອງ​ມີຄວາມ
​ສົງ​ໄສຢູ່.”

ບັນ​ດາ​ຮູບ​ພາບ ທີ່​ໄດ້​ມາ​ຈາກ​ໂທ​ລະ​ພາບ CNN ສະ​ແດງໃຫ້​ເຫັນ​ວ່າເກົາ​ຫຼີ​ເໜືອ
​ໄດ້​ເລີ້ມ​ສ້າງສະ​ຖານ​ທີ່​ໃຫຍ່​ໂຕ​ຢູ່​ໃຕ້​ດິນ​ໃນ​ປີ 2017 ແລະ​ການ​ກໍ່​ສ້າງ​ດັ່ງ​ກ່າວ ຍັງ
​ສືບຕໍ່​ດຳ​ເນີນ​ໄປຢູ່​ຈົນ​ຮອດ​ເດືອນ​ສິງ​ຫາ​ປີ​ນີ້.

ບັນ​ດາ​ນັກ​ຄົ້ນ​ຄວ້າ​ຢູ່​ສະ​ຖາ​ບັນ​ມີ​ເດີ​ລ​ບູ​ຣີແຫ່ງ​ສະ​ຖາ​ບັນ​ສຶກ​ສາ​ສາ​ກົນ ​ທີ່​ໄດ້​ວິ​ເຄາະ
​ຮູບ​ພາບ​ທາງ​ດາວ​ທຽມນັ້ນ ກ່າວ​ວ່າ ນີ້​ເປັນ​ເທື່ອ​ທຳ​ອິດ​ທີ່ສະ​ຖານ​ທີ່ໂຮ​ຈຸງ-ຣີ ໄດ້​ຖືກ
ບົ່ງ​ຊີ້​ໃຫ້​ຮູ້​ຢ່າງ​ເປີດ​ເຜີຍ ໂດຍ​ໄດ້ອະ​ທິ​ບາຍການ​ເຮັດ​ວຽກ​ຢູ່​ທີ່​ນັ້ນ​ວ່າ “ເປັນ​ເລື້ອງ
​ສໍາ​ຄັນຫຼ​າຍ.”

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະລັດ ທ່ານ​ດໍ​ໂນ​ລ ທ​ຣ​ຳ ແລະ​ຜູ້​ນຳ​ເກົາ​ຫຼີ​ເໜືອ ທ່ານ​ກິມ ຈົງ ອືນ ຈັບ​ມື​ກັນ​ຢູ່ທີ່ກອງ​ປະ​ຊຸມ​ສຸດຍອດ ທີ່​ສິ​ງກະ​ໂປ ວັນ​ທີ 12 ມິ​ຖຸ​ນາ 2018.
ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະລັດ ທ່ານ​ດໍ​ໂນ​ລ ທ​ຣ​ຳ ແລະ​ຜູ້​ນຳ​ເກົາ​ຫຼີ​ເໜືອ ທ່ານ​ກິມ ຈົງ ອືນ ຈັບ​ມື​ກັນ​ຢູ່ທີ່ກອງ​ປະ​ຊຸມ​ສຸດຍອດ ທີ່​ສິ​ງກະ​ໂປ ວັນ​ທີ 12 ມິ​ຖຸ​ນາ 2018.

ພວກ​ນັກ​ຄົ້ນ​ຄວ້າ​ກ່າວ​ວ່າ ​ເມື່ອ​ເວົ້າເຖິງ​ວຽກ​ທີ່ໄດ້​ເຮັດໄປ​ນັ້ນ​ ແລະ​ທີ່​ຕັ້ງ​ຂອງສະ​ຖານ
​ທີ່​ນັ້ນ ບັນ​ດາ​ຖານ​ຍິງລູກ​ສອນ​ໄຟ​ຕ່າງໆ​ ອາດກຽມ​ພ້ອມທີ່​ຈະ​ຮັບ​ເອົາ​ລູກ​ສອນ​ໄຟຍິງ
ໄລະ​ຍະ​ໄກໃໝ່​ທີ່​ສຸດ​ຂອງ​ເກົາ​ຫຼີ​ເໜືອ ຊຶ່ງຈຳ​ນວນ​ນຶ່ງ​ມີ​ສະ​ມັດ​ຕ​ະ​ພ​າບ​ທີ່​ຈະບັນ​ຈຸ
ອາ​ວຸດ​ນິວ​ເຄ​ລຍ ແລະ​ຍິງມາ​ເຖິງ​ສະ​ຫະ​ລັດໄດ້.

ທ່ານ​ແຈັ​ຟ​ຟ​ຣີ ຫລຸຍ​ສ໌ ຈາກ​ສະ​ຖານ​ບັນ​ມິ​ເດີ​ລ​ບູ​ຣີ ກ່າວ​ຕໍ່​ໂທ​ລະ​ພາບ CNN ວ່າ
“ເຖິງ​ແມ່ນ​ວ່າ​ຜູ້​ນຳ​ເກົາ​ຫຼີ​ເໜືອ, ທ່າ​ນ​ກິມ ຈົງ ອຶນ, ຈະ​ເວົ້າ​ແນວ​ໃດ​ກ່ຽວ​ກັບ​ຄວາມ
​ປາດ​ຖະ​ໜາ​ຂອງ​ທ່ານ ​ທີ່​ຢາກປົດ​ອາ​ວຸດ​ນິວ​ເຄ​ລຍ​ນັ້ນ, ເກົາ​ຫຼີ​ເໜືອ​ແມ່ນຍັງ​ສືບ​
ຕໍ່​ທີ່​ຈະ​ສ້າງແລະໃຊ້​ລູກ​ສອນ​ໄຟ​ທີ່​ຕິດອາ​ວຸດ​ນິວ​ເຄ​ລຍຢູ່.”

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG