ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ທ້າວ Snowden ເວົ້າວ່າ ລາວຖືກເຝິກມາ ໃຫ້ເປັນນັກສືບ (ວີດີໂອ)


ທ້າວ Edward Snowden ອະດີດພະນັກງານສັນຍາຈ້າງ ຂອງອົງການຄວາມໝັ້ນຄົງແຫ່ງຊາດ ສຫລ.
ທ້າວ Edward Snowden ອະດີດພະນັກງານສັນຍາຈ້າງ ຂອງອົງການຄວາມໝັ້ນຄົງແຫ່ງຊາດ ສຫລ.
ທ້າວ Edward Snowden ອະດີດ​ພະນັກງານສັນ​ຍ້າງ
ຂອງອົງການສືບ​ລັບ ສະຫະລັດ ​ທີ່​ໄດ້​ເປີດ​ເຜີຍ​ລາຍ​ລະ
ອຽດ ກ່ຽວກັບການ​ພະຍາຍາມ ເພື່ອຕິດຕາມ ສີ້​ງຊອມ​
ພາຍ​ໃນ​ປະເທດຂອງລັດຖະບານ ກ່າວ​ວ່າ ລາວ​ໄດ້​ຖືກ
“​ເຝິກ​ໃຫ້​ເປັນ​ນັກ​ສືບ” ​ແລະ​ເຮັດ​ວຽກເປັນ​ນັກສືບຢູ່​ຕ່າງ
ປະເທດ ໃຫ້ແກ່ປະຊາ​ຄົມ​ນັກ​ສືບຂອງ ສະຫະລັດ.

​ໃນ​ການ​ໃຫ້​ສຳພາດ ​ແກ່ທ່ານ Brian Williams ນັກຂ່າວ​
ໂທລະພາບ NBC ທີ່ນະຄອນ​ມົສກູນັ້ນ ທ້າວ Snowden
​ໄດ້​ກ່າວໂຕ້ຖຽງຕໍ່ພວກ​ຕິຕຽນ ​ທີ່​ບັນ​ລະ​ຍາຍ​ວ່າ​ ລາວບໍ່​ມີ​
ຫຍັງ​ດອກ ນອກເໜືອໄປຈາກ ການເປັນນັກວິໄຈລະດັບ​ຕຳ່ທໍ່ນັ້ນ ໂດຍເວົ້າວ່າ ລາວ​
ໄດ້ແກ້ງທຳທ່າ “ເຮັດ​ວຽກ​ ທີ່ຂ້າ​ພະ​ເຈົ້າ ບໍ່​ໄດ້ຖືກ​ມອບ​ໝາຍ​ໃຫ້ ບໍ່​ແມ່ນ​ຊື່​ຂອງຂ້າ​ພະ​
ເຈົ້າ.” ຄຳ​ເວົ້າບາງຕອນ​ຂອງ​ການ​ສຳພາດ​ໄດ້​ນຳ ອອກເຜີ​ຍ​ແຜ່​ ໃນ​ວັນ​ອັງຄານ​ວານ​
ນີ້ທ້າວ Snowden ກ່າວ​ວ່າ “ຂ້າພະ​ເຈົ້າ​ເປັນ ຜູ້​ຊ່ຽວຊານ​ດ້ານ​ເທັກ​ນິກ. ຂ້າພະ​ເຈົ້າບໍ່​
ໄດ້​ເຮັດ​ວຽກ​ກັບຜູ້​ຄົນ. ຂ້າພະ​ເຈົ້າບໍ່​ໄດ້​ໄປເກັບເກນເອົາ​ນັກ​ສືບ. ສິ່ງ​ທີ່ຂ້າ ພະ​ເຈົ້າ​ເຮັດ
​ກໍ​ຄື ​ສ້າງ​ລະ​ບົບ​ການ​ເຮັດ​ວຽກ​ໃຫ້​ແກ່ສະຫະລັດ. ​ແລະ ຂ້າພະ​ເຈົ້າ ​ໄດ້​ເຮັດ​ຢູ່​ທຸກ​ລະ
ດັບ​ຈາກລະດັບຕ່ຳສຸດ​ຂື້ນ​ໄປ​ຫາ​ສູງ​ສຸດ. ​ປັ​ດຈຸ​ບັນ​ນີ້ລັດຖະບານ ອາດ​ຈະ​ປະຕິ​ເສດສິ່ງ​
ເຫລົ່າ​ນີ້ ​ເຂົາ​ເຈົ້າ​ອາດ​ຈະ​ເວົ້າ​ໄປ​ໃນ​ທາງທີ່​ວ່າ “​ໂອ ດີ​ລະ ​ເຈົ້າ​ຮູ້​ບໍ່​ວ່າລາວ ລາວ​ເປັນ
ນັກວິ​ໄຈ​ລະດັບ​ຕໍ່າ. ​ແຕ່​ວ່າ ສິ່ງ​ທີ່​ເຂົາ​ເຈົ້າ​ພະຍາຍາມ​ຈະ​ເຮັດນັ້ນ ກໍ​ຄື​ພະຍາ​ຍາມ​ໃຊ້​ໜ້າ
​ທີ່​ການ ທີ່ຂ້າ​ພະ​ເຈົ້າ ​ໄດ້​ເຮັດ​ເປັນ​ອາຊີບ ຢູ່​ບ່ອນ​ນີ້ ບ່ອນ​ນັ້ນ ​ເພື່ອ​ຫລີກ​ລ່ຽງໃນການ
ກ່າວເຖິງ ປະສົບ​ການ​ຂອງຂ້າພະ​ເຈົ້າ​ທັງ​ໝົດ ອັນ​ເປັນ​ສິ່ງ​ທີ່ຂ້າພະ​ເຈົ້າ​ໄດ້​ເຮັດ​ວຽກ​ໃຫ້​
ແກ່ອົງການສືບລັບຊີໄອເອໂດຍ ການເປັນນັກສືບໃນຕ່າງປະເທດ, ຂ້າພະ​ເຈົ້າ ​ໄດ້​ເຮັດ
​ວຽກ​ໃຫ້​ແກ່ອົງການ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດຫຼື NSA ໂດຍເປັນນັກສືບຢູ່ໃນຕ່າງ ປະ
ເທດແລະ​ໄດ້​ເຮັດ​ວຽກ ​ໃຫ້​ແກ່ອົງການສືບລັບຂອງກະຊວງ​ປ້ອງ​ກັນ​ປະເທດ ​ໃນ​ນາມ​ຜູ້
​ປະຖະກະຖາ ຢູ່​ທີ່ສະ​ຖາ​ບັນ​ອົບ​ຮົມຮ່ວມເພື່ອຕໍ່​ຕ້ານການ​ສືບ​ລັບ ​ທີ່​ຂ້າພະ​ເຈົ້າໄດ້​ພັດ
ທະນາ​ແຫຼ່ງ ຕ່າງໆ ​ແລະ​ວິທີການເກັບຮັກສາຂໍ້ມູນ​ ແລະຜູ້​ຄົນຂອງພວກເຮົາ ​ໃຫ້​ປອດ​
ໄພ​ຢູ່​ ພາຍໃຕ້​ບັນຍາກາດທີ່ບໍ່ເປັນມິດແລະເປັນອັນ​ຕະລາຍຢູ່ໃນ​ທົ່ວ​ໂລກ. ​ເພາະສະ​
ນັ້ນ ​ເວລາ​ເຂົາ​ເຈົ້າກ່າວ​ວ່າ ຂ້າພະ​ເຈົ້າເປັນ​ເຈົ້າ​ໜ້າ​ທີ່​ລະດັບ​ຕຳ່ ທີ່ຂ້າພະ​ເຈົ້າ ບໍ່​ຮູ້​ວ່າ
ຂ້າພະ​ເຈົ້າ​ເວົ້າ​ຫຍັງ​ນັ້ນ ຂ້າພະ​ເຈົ້າຢາກ​ກ່າວ​ວ່າ ​ເປັນ​ເລື້ອງ​ທີ່​ບໍ່ຖືກຕ້ອງ” ທ້າວ
Snowden​ໄດ້​ເຮັດ​ວຽກ ໃນ​ນາມພະນັກງານສັນຍາ​ຈ້າງ ​ຂອງອົງການ​ຄວາມ​ໝັ້ນຄົງ
​ແຫ່ງ​ຊາດ ​ເວລາ​ລາວໄດ້​ຫລົບໜີ​ໄປຮົງ​ກົງ ໃນ​ປີ​ກາຍ​ນີ້ພ້ອມກັບ ​ເອກ​ກະສາ​ນບັນທຶກ
​ຢູ່​ໃນຄອມ​ພິວ​ເຕີ ທີ່​ບອກ​ລາຍ​ລ​ະ​ອຽດກ່ຽວ​ກັບ ການ​ເກັບ​ກຳ​ການ​ສົນທະນາ​ທາງ​ໂທ
ລະ​ສັບ​ຂອງ​ຊາວ​ອາ​ເມຣິກັນ ຂະໜາດໃຫຍ່ໂດຍທາງອີີ ເລັກໂທຣນິກນັ້ນ.
US SNOWDEN INTERVIEW VOSOT
please wait

No media source currently available

0:00 0:01:56 0:00
XS
SM
MD
LG