ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໐໕ ມິຖຸນາ ໒໐໒໓

ອະດີດ ຫົວໜ້າ ອົງການ CIA ແລະ NSA ໃຫ້ສຳພາດ ທີ່ທ່ານຄິດວ່າ ບໍ່ເປີດເຜີຍຊື່


ທ່ານ Michael Hayden ອະດີດຫົວໜ້າ ອົງການສືບລັບ ຊີໄອເອ ແລະ NSA.
ອະດີດ​ຫົວໜ້າອົງການສືບລັບຊີ​ໄອ​ເອແລະຫົວໜ້າ​ອົງການ​ຮັກ
ສາ​ຄວາມ​ປອດ​ໄພ​ແຫ່ງ​ຊາດ ຫຼື NSA ຂອງ​ສະຫະລັດ ​ໄດ້​ໃຫ້​
ຄວາມ​ເຫັນ​ ໃນ​ອັນ​ທີ່​ທ່ານ​ຄິດ​ວ່າ ​ເປັນ​ການ​ໃຫ້​ສຳພາດ​ ແບບ​
ສະຫງວນ​ຊື່ຢູ່​ເທິງລົດໄຟ ​ແຕ່​ຄວາ​ມ​ເຫັນ​ຂອງ​ທ່ານ ​ໄດ້​ຖືກ​ນໍາ
ອອກ​ເຜີຍ​ແຜ່​ໂດຍ​ທາງ Twitter.

ທ່ານ Michael Hayden ​ໄດ້​ໂອ້ລົມ​ກັບ​ບັນດາ​ນັກ​ຂ່າວ ​ໂດຍ​
ທາງ​ໂທລະສັບ​ມື​ຖື​ຂອງ​ທ່ານ ​ໃນ​ວັນ​ພະຫັດ​ວານ​ນີ້ ​ໃນ​ຂະນະ​ທີ່
​ ເດີນທາງ​ຢູ່​ເທິງລົດ​ໄຟ ຈາກນະ ຄອນຫລວງວໍ​ຊິງ​ຕັນ ​ໄປ​ຫາ
ນະຄອນ​ນິວຢອກ.

ທ່ານ Tom Matzzie ອະດີດ​ຜູ້​ອໍານວຍ​ການກຸ່ມ​ການ​ເມືອງເສລີ
Moveon. org ປະຈຳ​ກຸງ​ວໍ​ຊິງ​ຕັນ ໄດ້ນັ່ງ​ຢູ່​ໃກ້ກັບທ່ານ​ Hayden.
ທ່ານ Malzzie ​ໄດ້​ເປີດ​ເຜີຍບາງ​ສ່ວນ​ການ​ສົນທະນາ​ຂອງທ່ານ
Hayen ​ຢູ່​ໃນ Twitter ຮວມ​ທັງ​ຄວາມ​ເຫັນ​ກ່ຽວ​ກັບຂ່າວ​ນອງ​
ນັນ​ໃນ​ການ​ສອດ​ແນມ​ຂອງ​ອົງການ NSA ຄຸກ​ລັບ​ຂອງອົງການ​
CIA ​ແລະ​ໂທລະສັບ Smartphone ຂອງປະທານາທິບໍດີ
Barack Obama.

ທ່ານ Metzzie ​ໄດ້​ສົ່ງ tweeted ຂອງ “ອະດີດ​ຫົວໜ້າ​ອົງການສືບ​ລັບ ທ່ານ Michael
Hayden ເທິງລົດ​ໄປ Acela ຢູ່​ທາງ​ຫລັງ​ຂອງ​ຂ້າພະ​ເຈົ້າ ​ພວມ​ໂອ້ ລົມສູ່​ຟັງ ​ໃນ​ຂະນະ​
ທີ່ອະດີດເຈົ້າໜ້າ​ທີ່​ອະວຸ​ໂສຂອງ​ລັດຖະບານ​ທ່ານ​ນີ້ ​“ມີ​ນໍ້າ​ສຽງ​ເປັນ​ການ​ກ່າວ​ປ້ອງກັນ.”
ທ່ານ Matzzie ​ກ່າວ​ຕໍ່​ໄປ​ວ່າ ທ່ານ “Michael Hayden ​ຢູ່ເທິງລົດ​ໄ​ຟ Acela ​ໄດ້​ກ່າວ
​ຕໍ່ບັນດາ​ນັກ​ຂ່າວ ​ໂດຍອ້າງຄໍາ​ເວົ້າ​ທີ່​ດູ​ໝິ່ນກ່ຽວ​ກັບລັດຖະ ບານ ​. ຈື່​ໄວ້​ວ່າ ຂໍ​ໃຫ້ອ້າງ​ອິງ​
ແຕ່​ພຽງ ອະດີດເຈົ້າໜ້າ​ທີ່​ອະ​ວຸ​ໂສ​ຂອງ​ລັດ ຖະບານ​ເທົ່າ​ນັ້ນ.”

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG