ປະທານາທິບໍດີຣັດເຊຍ ທ່ານ Vladimir Putin ເລີ້ມແຜນການບ່ອນທຳລາຍການເລືອກຕັ້ງສະຫະລັດ ໃນປີ 2016 ແລະເຮັດໃຫ້ອະດີດລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ບໍ່ເປັນທີ່ໜ້າເຊື່ອຖື ດ້ວຍການໃຊ້ “ອິດທິພົນໃນການປຸກລະ ດົມ” ແບບບໍ່ເຄີຍມີມາກ່ອນ ຊຶ່ງໃນທີ່ສຸດກໍໄດ້ຊ່ອຍຕັດສິນ ເຮັດໃຫ້ປະທານາທິບໍດີທີ່ຖືກເລືອກໃໝ່ ທ່ານ Donald Trump ມີໂອກາດ ອີງຕາມລາຍງານລັບທີ່ຖືກເປີດເຜີຍໂດຍປະຊາຄົມສືບລັບຂອງສະຫະລັດ.
“ເປົ້າໝາຍຂອງຣັດເຊຍ ກໍຄື ບ່ອນທຳລາຍຄວາມເຊື່ອໝັ້ນ ຂອງປະຊາຊົນ ໃນຂັ້ນຕອນການເລືອກຕັ້ງ ແບບປະຊາທິປະໄຕຂອງສະຫະລັດ ສົບປະໝາດ ລັດຖະມົນຕີການຕ່າງ ປະເທດ Clinton ແລະສ້າງຄວາມເສຍຫາຍ ໃຫ້ແກ່ໂອກາດ ທີ່ທ່ານນາງ ຈະໄດ້ຖືກຮັບ ເລືອກ” ອີງຕາມລາຍງານທີ່ນຳອອກເຜີຍແຜ່ໃນຕອນແລງວັນສຸກວານນີ້.
ລາຍງານກ່າວຕໍ່ໄປວ່າ “ພວກເຮົາຍັງໄດ້ຊັ່ງຊາຕື່ມວ່າ ທ່ານ Putin ແລະລັດຖະບານຣັດເຊຍ ໄດ້ຕັ້ງເປົ້າໝາຍໄວ້ຢ່າງຈະແຈ້ງ ສຳລັບທ່ານ Trump ປະ ທານາທິບໍດີທີ່ຖືກເລືອກໃໝ່ ທ່ານ Putin ແລະລັດຖະບານຣັດເຊຍມີຄວາມປາຖະໜາຈະຊ່ອຍໃຫ້ທ່ານ Trump ມີໂອກາດຈະໄດ້ຮັບເລືອກຫຼາຍຂຶ້ນ ເທົ່າທີ່ຈະຫຼາຍໄດ້.”
ການເປີດເຜີຍລາຍງານດັ່ງກ່າວໂດຍອົງການສືບລັບທີ່ສຳຄັນສຸດ 3 ອົງການຂອງສະຫະ ລັດ ມີຂຶ້ນບໍ່ເທົ່າໃດຊົ່ວໂມງ ຫລັງຈາກ ພວກຫົວໜ້າໜ່ວຍສືບລັບ ໄດ້ລາຍງານແບບປິດລັບຕໍ່ທ່ານ Trump ທີ່ນະຄອນນິວຢອກ. ປະທານາທິບໍດີບາຣັກໂອບາມາທີ່ກຳລັງຈະພົ້ນ ຈາກຕຳແໜ່ງຊຶ່ງໄດ້ສັ່ງໃຫ້ເຮັດລາຍງານນີ້ໄດ້ຖືກແຈ້ງໃຫ້ຊາບກ່ຽວກັບເອກກະສານເຫຼົ່າ ນີ້ໃນວັນພະຫັດຜ່ານມາ.
ຢູ່ໃນລາຍງານດັ່ງກ່າວ ທັງອົງການສືບລັບຊີໄອເອແລະອົງການສັນຕິບານກາງ FBI ຂອງສະຫະລັດຕ່າງກໍກ່າວວ່າ ຕົນມີ “ຄວາມເຊື່ອໝັ້ນເປັນຢ່າງສູງ” ກ່ຽວກັບການສະຫຼຸບຂອງລາຍງານນີ້. ສ່ວນອົງການສືບລັບທີສາມ ຄືອົງການຄວາມໝັ້ນຄົງແຫ່ງຊາດ ໃນຂະນະທີ່ເຫັນພ້ອມແຕ່ກໍກ່າວວ່າ ຕົນມີຄວາມເຊື່ອໝັ້ນໃນລະດັບ “ປານກາງ” ເທົ່ານັ້ນໃນການພົບເຫັນດັ່ງກ່າວ.
ໃນຕອນແລງວັນສຸກວານນີ້ ທ່ານ Trump ແທນທີ່ຈະກ່າວໂຈມຕີທ່ານ Putin ແລະຣັດເຊຍ ທີ່ໄດ້ແຊກແຊງ ເຂົ້າໃນການເລືອກຕັ້ງ ຂອງສະຫະລັດ ກັບສົ່ງຂໍ້ຄວາມ ຜ່ານທາງ Twitter ຖິ້ມໂທດໃສ່ພັກເດໂມແຄຣັດທີ່ຖືກໂຈມຕີ. ຂໍ້ຄວາມຂອງທ່ານ Trump ມີເນື້ອ ໄນວ່າ “ການບໍ່ເອົາໃຈໃສ່ໂດຍລວມ ຂອງຄະນະກຳມະການແຫ່ງຊາດພັກເດໂມແຄຣັດເປີດໂອກາດໃຫ້ມີການເຈາະຂໍ້ມູນເກີດຂຶ້ນ.” ທ່ານກ່າວຕໍ່ໄປວ່າ “ຄະນະກຳມະການແຫ່ງຊາດພັກຣີພັບບລີກັນ ມີການປ້ອງກັນທີ່ເຂັ້ມແຂງ” ໂດຍບໍ່ໄດ້ກ່າວອ້າງອີງເຖິງການແຊກແຊງຂອງຣັດເຊຍ ເຂົ້າໃນການເລືອກຕັ້ງ ທີ່ບັນດາໜ່ວຍສືບລັບຂອງສະຫະລັດກ່າວວ່າ ທີ່ໄດ້ແນໃສ່ເພື່ອຊ່ອຍທ່ານໃຫ້ຊະນະນັ້ນ.