ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ເສຍ​ຫາຍ​ຢ່າງ​ໜັກ ອາດ​ຊັກ​ຊວນ​ໃຫ້​ປູ​ຕິນ ​ຢຸດ​ການ​ເຮັດ​ສົງ​ຄາມ​ ໃນ​ຢູ​ເຄ​ຣນ


ແຟ້ມ - ຜູ້​ອຳ​ນວຍ​ການ​ອົງ​ການ​ສືບ​ລັບ​ແຫ່ງ​ຊາດ ທ່ານ​ນາງແອ​ໂວ​ຣ​ລ ເຮນ​ສ໌ ໃຫ້​ການ​ຕໍ່​ໜ້າ​ຄະ​ນະ​ກຳ​ມະ​ການ​ຂອງ​ສະ​ພາ​ສູງ ຢູ່​ວໍ​ຊິງ​ຕັນ ເມື່ອ​ວັນ​ທີ 10 ພຶດ​ສະ​ພາ 2022.
ແຟ້ມ - ຜູ້​ອຳ​ນວຍ​ການ​ອົງ​ການ​ສືບ​ລັບ​ແຫ່ງ​ຊາດ ທ່ານ​ນາງແອ​ໂວ​ຣ​ລ ເຮນ​ສ໌ ໃຫ້​ການ​ຕໍ່​ໜ້າ​ຄະ​ນະ​ກຳ​ມະ​ການ​ຂອງ​ສະ​ພາ​ສູງ ຢູ່​ວໍ​ຊິງ​ຕັນ ເມື່ອ​ວັນ​ທີ 10 ພຶດ​ສະ​ພາ 2022.

ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານວ​ລາ​ດີ​ເມຍ ປູ​ຕິນ ບໍ່​ມີ​ຄວາມ​ຕັ້ງ​ໃຈ​ທີ່​ຈະຍົກ​ເລີກ​ໃນ​ຈຸດ​ປະ​ສົງ​ທີ່​ຈະ​ຢຶດ​ຄອງ​ປະ​ເທດ​ຢູ​ເຄ​ຣນ​ທັງ​ໝົດ ແຕ່​ປາ​ກົດ​ວ່າ​ລາວ​ໄດ້​ເຂົ້າ​ໃຈ​ແລ້ວ​ ​ທີ່ກອງ​ທັບ​ຂອງ​ລາວ​ຊຶ່ງ​ຄັ້ງ​ນຶ່ງ​ເຄີຍ​ເປັນ​ທີ່​ຍົກ​ຍ້ອງນັ້ນ ອາດ​ຈະ​ບໍ່​ສາ​ມາດ​ເຮັດ​ໃຫ້​ລາວ​ໄດ້​ຮັບ​ໃນ​ສິ່ງ​ທີ່​ລາວ​ຕ້ອງ​ການ ຢ່າງ​ໜ້ອຍ​ກໍ​ໃນ​ເວ​ລານີ້.

ການ​ວິ​ເຄາະ​ຫຼ້າ​ສຸດ ຊຶ່ງ​ໄດ້​ມີ​ການ​ແບ່ງ​ປັນ​ໂດຍ​ເຈົ້າ​ໜ້າ​ທີ່​ສືບ​ລັບ​ຂອງ​ສະ​ຫະ​ລັດ​ໃນ​ຕອນ​ແລງວານນີ້ ຍິ່ງ​ສະ​ເໜີ​ແນະ​ໃຫ້​ເຫັນ​ວ່າ ອາດ​ຈະ​ມີ​ໂອ​ກາດ​ເພື່ອ​ເຮັດ​ໃຫ້​ການ​ສູ້​ລົບ​ທີ່​ກຳ​ລັງ​ດຳ​ເນີນ​ຢູ່​ໃນ​ປັດ​ຈຸ​ບັນ​ນີ້ ຍຸ​ຕິ​ລົງ ເຖິງ​ແມ່ນ​ຣັດ​ເຊຍມອງ​ເຫັນ​ວ່າ​ມັນ​ເປັນ​ພຽງ​ໂອ​ກາດ​ອັນ​ດຽວ​ເທົ່າ​ນັ້ນ​ທີ່​ຈະ​ເອົາ​ທ່າ​ທີ​ຂອງ​ຕົນ​ເພື່ອ​ທຳ​ການ​ຮຸກ​ຮານ​ເພີ້ມ​ຕື່ມ​ກໍ​ດີ.

ຫົວ​ໜ້າ​ສືບ​ລັບ​ແຫ່ງ​ຊາດ ​ຂອງ​ສະ​ຫະ​ລັດ ທ່ານ​ນາງແອ​ໂວ​ຣ​ລ ເຮນ​ສ໌ (Avril Haines) ກ່າວ​ໃນ​ຕອນ​ແລງວັນ​ພຸດ​ວານນີ້ ລະ​ຫວ່າງ​ການ​ປຶກ​ສາ​ຫາ​ລື​ທີ່​ວໍ​ຊິງ​ຕັນ​ ພາຍ​ໃຕ້​ການ​ເປັນ​ເຈົ້າ​ພາບ​ໂດ​ຍ​ Silverado Policy Accelerator ແລະ​ບໍ​ລິ​ສັດ​ຍັກ​ໃຫຍ່​ເທັກ​ໂນ​ໂລ​ຈີ​ກູກ​ໂກ ໂດຍ​ເວົ້າ​ວ່າ “ພວກ​ເຮົາ​ກຳ​ລັງ​ຊັ່ງ​ຊາ​ໃນ​ຊ່ວງ​ເວ​ລານີ້​ວ່າ ກຳ​ລັງ​ພ​າກ​ພື້ນ​ດິນ (ຂອງ​ຣັດ​ເຊຍ) ໄດ້​ເຊື່ອມ​ສະ​ມັດ​ຖະ​ພາບ​ລົງ ເຖິງ​ຈຸດ​ທີ່​ຕ້ອງ​ໃຊ້​ເວ​ລາ​ຫຼາຍໆ​ປີ​ທີ່​ພວກ​ຈະ​ສາ​ມາດ​ກັບ​ຄືນ​ໄປ​ຢູ່​ໃນ​ສະ​ພາບ​ທີ່​ເຄີຍ​ເປັນ.”

ທ່ານ​ນາງ​ເຮນ​ສ໌​ກ່າວ​ວ່າ “ແມ່ນ​ແຕ່​ຈຸດ​ປະ​ສົງ​ໃນ​ໄລ​ຍະ​ໃກ້​ຂອງ​ພວກ​ເຂົາ​ກໍ​ບໍ່​ສາ​ມາດ​ທີ່​ຈະ​ບັນ​ລຸ​ໄດ້​ໂດຍ​ກຳ​ລັງ​ທະ​ຫານ​ຂອງ​ພວກ​ເຂົາ​ໃນ​ເວ​ລານີ້. ມີ​ເຫດ​ຜົນ​ຢູ່ ໃນ​ທັດ​ສະ​ນະ​ຂອງ​ພວກ​ເຮົາ​ແລ້ວ ​ທີ່​ວ່າ​ສະ​ພາບ​ການ​ຈະ​ປ່ຽນ​ແປງ​ໄປ​ໃນ​ທາງ​ໃດ​ໃນໄລ​ຍະ​ສອງ​ສາມ​ເດືອນ​ຕໍ່​ໜ້າ ແລະ​ດ້ວຍ​ເຫດຜົນ​ທີ່​ວ່ານັ້ນ ​ຈຶ່ງ​ຈະ​ສາ​ມາດ​ຊັກ​ຊວນ​ໃຫ້ປູ​ຕິນຮັບ​ຮູ້ວ່າ ມັນ​ມີ​ຄ່າ​ທີ່​ເປັນ​ຜົນ ໂດຍ​ຈະ​ເຫັນ​ພ້ອມ​ນຳ​ແບບ​ໃດ​ແບບ​ນຶ່ງ.”

ສະ​ຫະ​ລັດ ບັນ​ດາ​ປະ​ເທດ​ໃນ​ຢູ​ໂຣບ ແລະ​ອົງ​ການ​ເນ​ໂຕ້ ໄດ້​ສະ​ແດງ​ການ​ສະ​ໜັບ​ສະ​ໜຸນ​ຊ້ຳ​ແລ້ວ​ຊ້ຳ​ອີກ​ຕໍ່​ຢູ​ເຄ​ຣນ ແລະ​ໜຸນ​ຫຼັງ​ດ້ວຍ​ເງິນ​ຫຼາຍໆ​ຕື້​ໂດ​ລາ​ໃນ​ລະ​ບົບ​ອາ​ວຸດ​ແລະ​ການ​ຊ່ວຍ​ເຫຼືອ​ດ້ານ​ຄວາມ​ໝັ້ນ​ຄົງ​ອື່ນໆ​ທີ່​ອຳ​ນວຍ​ໃຫ້​ກຳ​ລັງ​ຂອງ​ຢູ​ເຄ​ຣນ​ສາ​ມາດ​ຕ້ານ​ຢັນ​ການ​ຮຸກ​ຮານ​ຂອງ​ຣັດ​ເຊຍ ຊຶ່ງ​ໃນ​ໄລ​ຍະ​ຕົ້ນໆ​ນັ້ນ​ແມ່ນ​ແນ​ໃສ່​ເພື່ອ​ເຂົ້າ​ຄວບ​ຄຸມ​ນະ​ຄອນ​ຫຼວງ​ກີ​ຢິບ.

ແຕ່​ໃນ​ຂະ​ນະ​ທີ່​ປະ​ເທດ​ຕາ​ເວັນ​ຕົກ​ກ່າວ​ວ່າ ຢູ​ເຄ​ຣນ​ຈະ​ເປັນ​ຜູ້​ຕັດ​ສິນ​ໃຈ​ກ່ຽວ​ກັບ​ວ່າ​ຈະ​ຍຸ​ຕິ​ສົງ​ແບບ​ໃດ ແລະ​ໃນ​ເວ​ລາ​ໃດ​ກໍ​ຕາມ ແຕ່​ພວກ​ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ​ໄດ້​ສະ​ແດງ​ຄວາມ​ຫວັງ​ໄວ້​ວ່າ ຈະ​ມີ​ການ​ເຈ​ລະ​ຈາ​ຕົກ​ລົງ​ກັນ​ໃນ​ທີ່​ສຸດ.

ການ​ໃຫ້​ຄວາມ​ເຫັນ​ຂອງ​ທ່ານ​ນາງ​ເຮ​ນ​ສ໌ ເບິ່ງ​ຄື​ວ່າ​ຈະ​ໃຫ້​ການ​ອະ​ທິ​ບາຍ​ກ່ຽວ​ກັບ​ຄວາມ​ຄິດ​ທີ່​ວ່າ ການ​ຕົກ​ລົງ​ກັນ​ອາດ​ຈະ​ບັນ​ລຸ​ກັນ​ໄດ້​ໃນ​ທີ່​ສຸດ ແຕ່​ທ່ານ​ນາງຍອມ​ຮັບ​ວ່າ ການ​ຮັບ​ຮູ້ສະ​ພາບຄວາ​ມ​ຈິງ​ຂອງ​ປູ​ຕິນກ່ຽວ​ກັບ​ການ​ເຮັດ​ສົງ​ຄາມ​ສາຍ​ຟ້າ​ແມບ​ທີ່​ປະ​ສົບ​ກັບ​ຄວາມ​ລົ້ມ​ແຫຼວນັ້ນ ບໍ່​ໄດ້​ສະ​ແດງ​ຮ່ອງ​ຮອຍ​ໃດໆ​ໃຫ້​ເຫັນ​ວ່າ​ຈະ​ມີ​ການ​ຕົກ​ລົງ​ກັນ​ເກີດ​ຂຶ້ນ​ໃນ​ໄວໆ​ນີ້​ເລີຍ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG