ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍຸດ​ທະ​ສາດ​ໃໝ່​ ຂອງ ​ອົງ​ການ​ສືບ​ລັບ ສ​ຫລ ເຕືອນເຖິງ ຄວາມ​ບໍ່​ສະ​ຫງົບ ໃນ​ໄລ​ຍະ ຕໍ່ໜ້າ


ຜູ້​ຊ່ຽວ​ຊານ​ຄົນ​ນຶ່ງ​ກຳ​ລັງ​ເຮັດ​ວຽກ ​ຢູ່ ຫ້ອງ​ການ​ຄວາມ​ປອດ​ໄພ​ຄອມ​ພິວ​ເຕີ​ແຫ່ງ​ຊາດ ແລະ​ສື່​ສານ ທີ່​ເມືອງ​ອາ​ລິ​ງຕັນ ວັນ​ທີ 9 ກັນ​ຍາ 2014.
ຜູ້​ຊ່ຽວ​ຊານ​ຄົນ​ນຶ່ງ​ກຳ​ລັງ​ເຮັດ​ວຽກ ​ຢູ່ ຫ້ອງ​ການ​ຄວາມ​ປອດ​ໄພ​ຄອມ​ພິວ​ເຕີ​ແຫ່ງ​ຊາດ ແລະ​ສື່​ສານ ທີ່​ເມືອງ​ອາ​ລິ​ງຕັນ ວັນ​ທີ 9 ກັນ​ຍາ 2014.

ອົງ​ການ​ສືບ​ລັ​ບ ​ສະ​ຫະ​ລັດ ​ພະ​ຍາ​ຍາມຈະ​ກຳ​ນົດ​ທິດ​ທາງ ສຳ​ລັບ​ສີ່​ປີ​ຂ້າງ​ໜ້າ ເພື່ອ​ຮັບ
​ມື​ກັບ​ຄວາມ​ວຸ້ນ​ວາຍ ​ທີ່ເພີ້ມ​ທະ​ວີ​ຂຶ້ນ​ໃນໂລ​ກ ແບບ​ບໍ່​ມີ​ເຄີຍ​ມີ​ມາ​ກ່ອນ ເນື່ອງ​ຈ​າກ​ບັນ
​ຫາ​ທີ່​ສະ​ຫລັບ​ຊັບ​ຊ້ອນ ຍ້ອນ​ຄວາມ​ອ່ອນແອ​ລົງ​ຂອງລະ​ບົບ​ສາກົນທີ່​ນຳ​ພາ​ໂດຍ
​ປະ​ເທດ​ຕາ​ເວັນ​ຕົກ ການ​ປ່ຽນ​ແປງດ້ານ​ເທັກ​ໂນ​ໂລ​ຈີ​ທີ່​ວ່ອງ​ໄວ ແລະ​ຄວາມ​ເປັນ​ຫ່ວງ
ທີ່​ຍັງ​ມີ​ຢູ່​ຕໍ່​ມາ ກ່ຽວ​ກັບ​ກອງ​ທຶນ​ທີ່​ບໍ່​ແນ່ນອນ.

ແຜ​ນການ​ດັ່ງ​ກ່າວ ​ຊຶ່ງ​ໄດ້ແຈ້ງ​ໃຫ້​ຮູ້ ​ໃນ​ວັນ​ອັງ​ຄານ​ວານ​ນີ້ ຢູ່ໃນ​ແຜນ​ຍຸດ​ທະ​ສາດແຫ່ງ
​ຊາດສະ​ບັບໃໝ່ ​ໄດ້​ນຳສະ​ເໜີ​ໃນ​ອັນ​ທີ່​ບັນ​ດາ​ເຈົ້າ​ໜ້າ​ທີ່​ສື​ບ​ລັບສູງ​ສຸດ​ອະ​ທິ​ບາຍ​ວ່າ
ເປັນ​ທັງການ​ປັບ​ປຸງ​ໃນ​ດ້ານ “ຫຼັກ​ການ” ແລະ “ພື້ນ​ຖານ” ກ່ຽວ​ກັບ​ຍຸດ​ທະ​ສາດ​ເທື່ອ
​ກ່ອນ ແລະ​ໄດ້​ອອກ​ແບບ​ເພື່ອ​ຄ້ຳ​ປະ​ກັນ​ໃຫ້​ແກ່​ຊາວ​ອາ​ເມ​ຣິ​ກັນ​ ໃນ​ເວ​ລ​າ​ທີ່​ບໍ່ມີ
​ຄວາມແນ່ນອນ.

ຍຸດ​ທະ​ສາດ​ເຕືອນ​ວ່າ “ພວກ​ເຮົາພວມປະ​ເຊີນ​ໜ້າ​ກັ​ບ​ບັນ​ຫາ​ທ້າ​ທາຍ​ທີ່​ສຳ​ຄັນ​ຢູ່ພາຍ
​ໃນ​ປະ​ເທດ ແລະ ​ສະ​ພາບ​ແວດລ້ອມ​ຂອງ​ໂລກ. ເພື່ອຜ່ານ​ຜ່າ​ຄວາມ​ວຸ້ນ​ວາຍ​ໃນທຸກ​ມື້
​ນີ້ ແລະ​ ຄວາມ​ສະ​ຫລັບ​ຊັບ​ຊ້ອນ​ກ່ຽວ​ກັບ​ສະ​ພາບ​ແວດ​ລ້ອມ​ທາງ​ດ້ານຍຸດ​ທະ​ສາດ
​ ພວກ​ເຮົາ​ຕ້ອງ​ເຮັດ​ສິ່ງ​ເຫລົ່າ​ນີ້ ​ໃຫ້ແຕກ​ຕ່າງ​ໄປ.”

ພາກ​ສ່ວນຂອງຄວາມ​ແຕກ​ຕ່າງ​ ແມ່ນ​ການ​ເນັ້ນ​ໜັກ​ຄືນ​ໃໝ່ ໃສ່​ຄວາມ​ໂປ່ງ​ໃສ ແລະ
“ເວົ້າ​ຄວາມ​ຈິງ” ຫົວ​ໜ້າ​ສືບ​ລັບ​ແຫ່ງ​ຊາດ ທ່ານ​ແດນ ໂຄ​ຕ​ສ໌ ກ່າວ​ຕໍ່​ບັນ​ດາ​ສະ​ມາ​ຊິກ​
ປະ​ຊາ​ຄົມ​ສືບ​ລັບ​ ໃນ​ຂະ​ນະ​ທີ່​ເປີດ​ເຜີຍ​ຍຸດ​ທະ​ສາດ​ສະ​ບັບ​ນີ້.

ຫົວ​ໜ້າ​ອົງ​ການ​ສືບ​ລັບ​ແຫ່ງ​ຊາດ ທ່ານ​ແດນ ໂຄ​ຕສ໌ ລະຫວ່າງ​ການ​ລາຍ​ງານ​ຕ​ໍ່​ສະ​ພາ ໃນ​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ວັນ​ທີ 13 ກຸມ​ພາ 2018.
ຫົວ​ໜ້າ​ອົງ​ການ​ສືບ​ລັບ​ແຫ່ງ​ຊາດ ທ່ານ​ແດນ ໂຄ​ຕສ໌ ລະຫວ່າງ​ການ​ລາຍ​ງານ​ຕ​ໍ່​ສະ​ພາ ໃນ​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ວັນ​ທີ 13 ກຸມ​ພາ 2018.

ທ່ານ​ໂຄດ​ຕ໌ ກ່າວ​ວ່າ “ພວກ​ເຮົາຈຳ​ເປັນ​ຕ້ອງ​ໃຫ້​ການ​ຄ້ຳ​ປະ​ກັນ​ແກ່​ຜູ້​ກຳ​ນົດນະ​ໂຍ
​ບາຍ ແລະ​ຊາວ​ອາ​ເມ​ຣິ​ກັນ​ວ່າ ພວກ​ເຮົາ​ສາ​ມາດ​ເປັນ​ທີ່​ເຊື່ອ​ຖື​ໄດ້. ເຖິງ​ແມ່ນ​ວ່າ​ໄດ້​ມີ​
ການ​ເນັ້ນ​ໜັກ​ທີ່​ຍັງ​ມີ​ຢູ່​ຕໍ່​ມາ​ໃນສະ​ພາບ​ແວດ​ລ້ອມ​ປັດ​ຈຸ​ບັນ.”

ຍຸດ​ທະ​ສາດ​ໃໝ່​ໄດ້​ລະ​ບຸສອງ​ຢ່າງ​ຂອງ​ການ​ເນັ້ນ​ໜັກ​ເ​ຫຼົ່າ​ນັ້ນວ່າ “​ຄວາມ​ອ່ອນແອ​ລົງ
​ໃນ​ຍຸກຫຼັງ​ສົງ​ຄາມ​ໂລກ​ຄັ້ງ​ທີ​ສອງ ​ຂອງ​ລະ​ບົບ​ສາ​ກົນ” ແລະ​ໃນອັນ​ທີ່​ຮ້ອງວ່າ “ທ່າ​ອຽງ​
ໃນການຢູ່​ຢ່າງ​ໂດດ​ດ່ຽວ​ເພີ້ມ​ຂຶ້ນໃນ​ປະ​ເທດ​ຕາ​ເວັນ​ຕົກ.”

ອະ​ດີດ​ບັນ​ດາ​ເຈົ້າ​ໜ້າ​ທີ່​ສືບ​ລັ​ບ​ໄດ້ຕຳໜິ​ຢ່າງ​ໄວ ​ຕໍ່ປະ​ທາ​ນາ​ທິ​ບໍ​ດີ​ສ​ຫະ​ຫະ​ລັດ ທ່ານ​
ດໍ​ໂນ​ລ​ ທ​ຣຳ ​ໂດຍໃຫ້​ຂໍ້​ສັງ​ເກດ​ໃນ​ອັນ​ທີ່​ປາ​ກົດ​ວ່າ​ເປັນຄວາມ​ພໍ​ໃຈ ​ກັບ​ຝ່າຍ​ກົງ​ກັນ​
ຂ້າມ ​ຄື​ດັ່ງ ປະ​ທ​າ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານວ​ລາ​ເດີ​ເມຍ ປູຕິນ ໃນ​ຂະ​ນະ​ດຽວ​ກັນ ​ໄດ້
​ຕຳໜິບັນ​ດາ​ປະ​ເທດ​ພັນ​ທະ​ມິດ ​ຢູ່​ໃນເວ​ທີ​ໂລກ. ​

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG