ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໜ່ວຍ​ສືບລັບ​ ສ​ຫລ: ​ການ​ວາງ​ລະ​ເບີດ ດ້ວຍ​ຄວາມ​ຕັ້ງ​ໃຈ ເຮັດ​ໃຫ້​ເຮືອ​ບິນ​ ຂອງ​ຫົວ​ໜ້າ​ກຸ່ມ​ແວັກ​ເນີ້ ຕົກ

ເຈົ້າ​ໜ້າ​ທີ່​ຄົນ​ນຶ່ງ ກວດ​ເບິ່ງ​ຊິ້ນ​ສ່ວນ​ຂອງ​ເຮືອ​ບິນ​ເອກ​ກະ​ຊົນ ທີ່​ຕົກໃກ້​ກັບ​ເມືອງກູ​ເຊັນ​ກີ​ໂນ ເມື່ອ​ວັນ​ທີ 24 ສິງ​ຫາ 2023. ​ຫົວ​ໜ້າ​ກຸ່ມ​ທະ​ຫານ​ຮັບ​ຈ້າງ​ແວັກ​ເນີ້​ ທ່ານ​ເຢັບ​ເກ​ນີ ປ​ຣີ​ໂກ​ຊິນ ມີ​ລາຍ​ງານ​ວ່າ ໄດ້​ເສຍ​ຊີ​ວິດ​ ເວ​ລາ​ເຮືອ​​ຕົກ ເມື່ອ​ວັນ​ທີ 23 ສິງ​ຫາ 2023.

ການ​ຊັ່ງ​ຊາ​ຕີ​ລາ​ຄາ​ໃນ​ຂັ້ນ​ຕົ້ນ​ຂອງ​ໜ່ວຍ​ສືບ​ລັບ​ສະ​ຫະ​ລັດ ພົບ​ວ່າ ອຸ​ບັດ​ຕິ​ເຫດ​ເຮືອ​ບິນ​ຕົກ​ທີ່​ເຊື່ອ​ວ່າ​ໄດ້​ສັງ​ຫານ​ຫົວ​ໜ້າ​ກຸ່ມ​ທະ​ຫານ​ຮັບ​ຈ້າງ​ແວັກ​ເນີ້ ເຢັບ​ເກ​ນີ ປ​ຣີ​ໂກ​ຊິນ ແມ່ນ​ເປັນ​ການ​ວາງ​ລະ​ເບີ​ດດ້ວຍ​ຄວາມ​ຕັ້ງ​ໃຈ ​ອີງ​ຕາມ​ລາຍ​ງານ​ອົງ​ການ​ຂ່າວ​ເອ​ພີ.

ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດແລະ​ປະ​ເທດ​ຕາ​ເວັນ​ຕົກ ​ໄດ້​ກ່າວ​ໂດຍ​ຂໍ​ສະ​ຫງວນ​ຊື່ ​ຍ້ອນ​ເຂົາ​ເຈົ້າ​ບໍ່​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ເວົ້າ​ກ່ຽວ​ກັບ​ເລື້ອງນີ້.

ເຈົ້າ​ໜ້າ​ທີ່​ທ່ານ​ນຶ່ງ​ກ່າວ​ວ່າ ເຫດ​ລະ​ເບີດ​ແມ່ນ​ຄ້າຍ​ຄືກັບ “ປະ​ຫວັດ​ທີ່​ມີ​ມາ​ດົນ​ນານ​ໃນ​ການ​ພະ​ຍາ​ຍາມ​ປິດ​ປາກ​ປິດ​ສຽງ​ພວກ​ຕ້ອງ​ຕິ” ຂອງ​ປະ​ທາ​ນາ​ທິ​ບໍ​ດີຣັດ​ເຊຍ ທ່ານວ​ລາ​ດີ​ເມຍ ປູ​ຕິນ.

ພວກ​ເຈົ້າ​ໜ້າ​ທີ່​ບໍ່​ໄດ້​ໃຫ້​ລາຍ​ລະ​ອຽດ​ໃດໆໃນ​ວັນ​ພະ​ຫັດ​ວານນີ້ ກ່ຽວ​ກັບ​ວ່າ​ແມ່ນ​ຫຍັງ​ຄື​ສາ​ເຫດ​ທີ່​ພາ​ໃຫ້​ເກີດ​ລະ​ເບີດ ຊຶ່ງ​ເຊື່ອ​ວ່າ​ໄດ້ເອົາ​ຊີ​ວິດ​ປ​ຣີ​ໂກ​ຊິນ ແລະ​ຜູ້​ຊ່ວຍ​ຂອງ​ທ່ານ​ຫຼາຍໆ​ຄົນ. ທຳ​ນຽບ​ຂາວ​ບໍ່​ໄດ້​ໃຫ້​ຄວາມ​ເຫັນ​ໃດໆ​ກ່ຽວ​ກັບ​ເລື້ອງນີ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG